ລັດເລັ່ງແຕ່ງຕັ້ງຄະນະສະເພາະກິດ ສົ່ງເສີມການຜະລິດພາຍໃນຫຼຸດຜ່ອນການນຳເຂົ້າ

181

ຈາກສະພາບຄວາມເປັນຈີງໃນນະຄອນຫຼວງວຽງຈັນທີ່ຕ້ອງນຳເຂົ້າພືດຜັກສວນຄົວ ຊີ້ນປາອາຫານຈາກປະເທດເພື່ອນບ້ານບໍ່ເວັ້ນໃນແຕ່ລະວັນ ລວມທັງແຂວງທີ່ມີຊາຍແດນຕິດຈອດອື່ນໆກໍ່ມີການນຳເຂົ້າຫຼາຍ ເນື່ອງຈາກພາຍໃນບໍ່ພໍຕອບສະໜອງຕໍ່ຄວາມຕ້ອງການບໍລິໂພກ ສະນັ້ນໃນທ້າຍເດືອນສິງຫາ 2019 ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງແຕ່ງຕັ້ງຄະນະສະເພາະກິດ ສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນ ທີ່ຜະລິດໄດ້ຢູ່ພາຍໃນ ແລະ ການຄຸ້ມຄອງນຳເຂົ້າສິນຄ້າອຸປະໂພກ-ບໍລິໂພກ ໃຫ້ສາມາດຫຼຸດຜ່ອນການນຳເຂົ້າໃນລະດັບໜຶ່ງ.

 

 

ຫຼ້າສຸດໃນວັນທີ 1 ພະຈິກ 2019, ທີ່ນະຄອນຫລວງວຽງຈັນ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນຮອງຫົວໜ້າຄະນະສະເພາະກິດສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນ ທີ່ຜະລິດໄດ້ຢູ່ພາຍໃນ ແລະ ການຄຸ້ມຄອງນຳເຂົ້າສິນຄ້າອຸປະໂພກ-ບໍລິໂພກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ວ່າ: ໃນໄລຍະຜ່ານມາ ເຫັນໄດ້ວ່າສະພາບເສດຖະກິດ ໂດຍສະເພາະໃນໄລຍະເວລາເດືອນມິຖຸນາ ຫາ ເດືອນສິງຫາ ຜ່ານມາ ອັດຕາແລກປ່ຽນມີການເໜັງຕີງຫລາຍ ຫລື ເງິນກີບອ່ອນຄ່າຫລາຍ ຫາກທຽບໃສ່ສະກຸນເງິນບາດ ແລະ ເງິນໂດລາ.

 

 

ທັງໝົດນັ້ນ ເມື່ອມາກວດຄືນແລ້ວ ຍ້ອນພວກເຮົາມີຄວາມຕ້ອງການເງິນຕາຕ່າງປະເທດຫລາຍໂພດ ເມື່ອເປັນດັ່ງນັ້ນແລ້ວ ມາເບິ່ງຄືນສະພາບຢູ່ບ້ານເຮົາເຫັນວ່າ ການຜະລິດສະຫງັກ, ບໍ່ຕໍ່ເນື່ອງ, ຢຸດເຊົາ ແລະ ມີການນຳເຂົ້າສິນຄ້າ ເປັນຈຳນວນຫລວງຫລາຍ, ສະນັ້ນລັດຖະບານ ຈຶ່ງໃຫ້ບັນດາກະຊວງ, ຂະແໜງການຕົ້ນຕໍຫລັກ ເປັນຕົ້ນແມ່ນ ກະຊວງການເງິນ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງກະສິກຳ ຮ່ວມກັບການນຳນະຄອນຫລວງວຽງຈັນ ເພື່ອຊຸກຍູ້ການຜະລິດພາຍໃນໃຫ້ເປັນຂະບວນສຳຄັນແມ່ນ ຢູ່ນະຄອນຫລວງວຽງຈັນ.

 


 

ຜ່ານມາປະເທດເຮົາໄດ້ນຳເຂົ້າປະເພດຜັກ, ສະບຽງອາຫານ, ສິນຄ້າຕ່າງໆ ຈາກປະເທດເພື່ອນບ້ານ ມາເປັນຈຳນວນຫລວງຫລາຍ, ທັ້ງທີ່ບາງປະເພດບ້ານເຮົາສາມາດປູກໄດ້ ແລະປະຊາຊົນເອງກໍ່ມີມູນເຊືອໃນການປູກການລ້ຽງທີ່ຂ້ອນຂ້າງດີ ແຕ່ບໍ່ມີການສົ່ງເສີມຢ່າງເຕັມທີ່ ຫລື ນຳເຂົ້າມາອາດຈະຖືກກວ່າ ສຸດທ້າຍຈິ່ງກາຍເປັນວ່າໄດ້ນຳເຂົ້າ ເກາະກ່າຍໄປໃສ່ຄ່າເງິນອີກຫຼາຍຢ່າງ.

 

ທ່ານສົມຈິດ ອິນທະມິດ ກ່າວວ່າ: ບັນຫາຂອງຄ່າເງິນ ລວມທັງການນຳເຂົ້າຈຳນວນຫຼາຍໃນແຕ່ລະວັນ ຕາມການຕິດຕາມເບິ່ງແລ້ວສະເລ່ຍ ໃນແຕ່ລະມື້ກ່ອນບໍ່ທັນໄດ້ມີຄະນະສະເພາະກິດ ຈະມີການນຳເຂົ້າສິນຄ້າມາຈາກປະເທດເພື່ອນບ້ານໃນຕອນເຊົ້າ ຈະມີປະມານ 5-6 ຄັນ ທີ່ເປັນລົດກະບະ 2 ໂຕນ, ລົດຮຸ່ນໄດຍາວ ຫລື ເປັນລົດກະບະຕໍ່ເຕີມ ທີ່ມີຜ້າບັດປົກ; ໃນຕອນບ່າຍ ຫລື ຕອນແລງ ກໍ່ຈະມີປະມານ 14-15 ຄັນ ຖືວ່າຜັກຕ່າງໆແມ່ນນຳເຂົ້າມາຈາກປະເທດເພື່ອນບ້ານ, ເຊິ່ງໄລຍະນີ້ແມ່ນລະດູການຜະລິດ ແລະ ລະດູການເກັບກ່ຽວ ສະນັ້ນລັດຖະບານ ຈຶ່ງໄດ້ຕັດສິນໃຈສ້າງຕັ້ງຄະນະສະເພາະກິດນີ້ຂຶ້ນມາ ເພື່ອດຳເນີນການແກ້ໄຂວ່າ ຈະເຮັດແນວໃດໃຫ້ມີການກະຕຸ້ນໃຫ້ມີການຜະລິດພາຍໃນ.

 


 

ສະນັ້ນຄະນະສະເພາະກິດດັ່ງກ່າວ, ຈຶ່ງມີໜ້າທີ່ປຶກສາຫາລື ຮ່ວມກັບນະຄອນຫລວງວຽງຈັນ ເພື່ອຈັດຕັ້ງປະຕິບັດນະໂຍບາຍ ຊຸກຍູ້ສົ່ງເສີມການຜະລິດພາຍໃນ, ອັນໃດຜະລິດໄດ້ກໍ່ຄວນໃຫ້ໂອກາດໃຫ້ສິນຄ້າພາຍໃນ ສາມາດຈໍລະຈອນຈຳໜ່າຍໄດ້ ແລະ ອັນໃດທີ່ເຮົາຜະລິດບໍ່ໄດ້ ຫລື ບໍ່ມີ ເຮົາກໍ່ຈຳເປັນຕ້ອງໄດ້ນຳເຂົ້າມາ. ພ້ອມນີ້, ຄະນະສະເພາະກິດດັ່ງກ່າວ ໄດ້ມີການແບ່ງຄວາມຮັບຜິດຊອບເປັນຈຸ ເປັນຕົ້ນມີຈຸຮັບຜິດຊອບຊຸກຍູ້ການຜະລິດ, ຈຸຮັບຜິດຊອບເຕືອນສະກັດກັ້ນບໍ່ໃຫ້ມີການນຳເຂົ້າ ເພື່ອໃຫ້ພາຍໃນເຮົາໄດ້ມີໂອກາດຜະລິດ, ພ້ອມນີ້ ກໍ່ໄດ້ດຶງກຸ່ມເອົາພໍ່ຄ້າ ແລະ ຜູ້ຜະລິດໄດ້ມາພົບກັນ ເພື່ອໃຫ້ຫລີກລ້ຽງການປູກ ຫລື ຜະລິດອອກມາແລ້ວບໍ່ມີບ່ອນຂາຍ.