ແຮ່ນນ້າ ໄດ້ຮັບລາງວັນ Miss social media ໃນເວທີປະກວດ Miss Asia Global 2019

310

ຈົບລົງໄປແລ້ວສໍາລັບເວທີປະກວດສາວງາມ Miss Asia Global 2019 ຈັດຂຶ້ນທີ່ປະເທດອິນເດຍ ຮອບຕັດສິນໃນຄໍ່າຄືນວັນທີ 1 ພະຈິກ 2019

*

ລາວເຮົາ ສາວ ແຮ່ນນ້າ ໂລຊັນບູ້ມ ເປັນຕົວແທນເຂົ້າປະກວດ ແລະ ສາມາດຄວ້າລາງວັນຈາກເວທີດັ່ງກ່າວມາຝາກຊາວລາວກໍຄືລາງວັນ Miss social media ເປັນລາງວັນທີ່ໄດ້ຮັບຄວາມນິຍມຫຼາຍໃນສື່ອອນລາຍ ບໍ່ວ່າຈະເປັນການໂຫວດ ກົດໄລ໊ ກົດແຊ ສະແດງຄວາມຄິດເຫັນຕ່າງໆ

*

ແນວໃດກໍຂໍສະແດງຄວາມຍິນດີນໍາເດີ້ ນ້ອງ ແຮ່ນນ້າ ຄັ້ງທໍາອິດ, ປີທໍາອິດທີ່ລາວເຮົາສົ່ງເຂົ້າປະກວດ ກໍສາມາດຍາດລາງວັນມາຝາກຄົນລາວ ສ້າງຊື່ສຽງໃຫ້ກັບປະເທດ

*

ທັງຄວາມສາມາດ, ຄວາມຮູ້, ທັກສະຕ່າງໆທີ່ສາວ ແຮ່ນນ້າ ສະແດງອອກໃນເວທີ ໃນການປະຕິບັດກິດຈະກໍາຕ່າງໆຕະຫຼອດເວລາການປະກວດມັນເຮັດໃຫ້ຄົນພາຍໃນຊາດ ແລະ ຕ່າງຊາດໄດ້ຮູ້ຈັກປະເທດລາວ, ສາວລາວທີ່ທັງງາມ ແລະ ເກັ່ງບໍ່ແພ້ຊາດໃດ…

*

https://www.youtube.com/watch?v=7jM1F1VYwY4&feature=youtu.be&fbclid=IwAR0ZYZ7qvrUAXgmjAdUkkG45bADzs4TZFY3JwAynKfJUy4ebGzWlRB5RytE