ໜັງສືພິມເສດຖະກິດ – ການຄ້າ ເປັນເຈົ້າການລະດົມເຄື່ອງຊ່ວຍເຫຼືອໂຮງຮຽນທີ່ເມືອງບົວລະພາ

1343

ໜັງສືພິມເສດຖະກິດ – ການຄ້າ ໄດ້ເປັນເຈົ້າການລະດົມເຄື່ອງຊ່ວຍເຫຼືອ ອຸປະກອນການຮຽນການສອນ ກັບຫຼາຍພາກສ່ວນ ລວມມູນຄ່າຫຼາຍກວ່າ 16 ລ້ານກີບ ມອບໃຫ້ຫ້ອງການສຶກສາທິການ ແລະ ກີລາ ເມືອງບົວລະພາ ແຂວງຄຳມ່ວນ ເພື່ອເປັນການຊຸກຍູ້ ແລະ ສົ່ງເສີມວຽກງານການສຶກສາໃຫ້ມີຄວາມເຂັ້ມແຂງ.

ພິທີມອບ – ຮັບເຄື່ອງຊ່ວຍເຫຼືອຄັ້ງນີ້ ຈັດຂຶ້ນໃນຕອນບ່າຍຂອງວັນທີ 1 ພະຈິກ 2019 ທີ່ຫ້ອງການໜັງສືພິມ ເສດຖະກິດ ການຄ້າ ຕາງໜ້າມອບໂດຍ ທ່ານ ໃສຫຼ້າຄຳ ຂະຫຍອງເອກ ຮັກສາການຫົວໜ້າບັນນາທິການໃຫຍ່ ໜັງສືພິມ ເສດຖະກິດ – ການຄ້າ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ຈັນທະລາດ ພູມພິພັກ ຄະນະກໍ່ສ້າງຮາກຖານເມືອງບົວລະພາ ແຂວງຄຳມ່ວນ, ມີ ທ່ານ ປອ. ວຽງທອງ ຈັນລີວົງ ຜູ້ອຳນວຍການ ບໍລິສັດ ລ້ານຊ້າງມີເດຍ ພ້ອມດ້ວຍພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ສຳລັບເຄື່ອງຊ່ວຍເຫຼືອທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ປຶ້ມແບບຮຽນຊັ້ນປະຖົມ, ປຶ້ມຂຽນ, ປຶ້ມນິທານ, ປຶ້ມເລື່ອງຕ່າງໆ, ອຸປະກອນການຮຽນ, ອຸປະກອນກີລາ ລວມມູນຄ່າທັງໝົດ 16,5 ລ້ານກີບ.

ໃນນັ້ນ, ໜັງສືພິມເສດຖະກິດ – ການຄ້າ ມອບປຶ້ມແບບຮຽນຊັ້ນປະຖົມ ແລະ ປຶ້ມຂຽນ 100 ໜ້າ ລວມມູນຄ່າ 1.283.000 ກີບ, ທະນາຄານອິນໂດຈີນ ມອບປຶ້ມແບບຮຽນຊັ້ນປະຖົມ ແລະ ປຶ້ມຂຽນ 100 ໜ້າ ມູນຄ່າ 2 ລ້ານກີບ, ບໍລິສັດ ທີ່ປຶກສາການບັນຊີ VIC ມີປຶ້ມແບບຮຽນ ແລະ ປຶ້ມຂຽນ 100 ໜ້າ ມູນຄ່າ 375.000 ກີບ, ພະແນກ D2D ບໍລິສັດ ໂຄລາວ ມອບປຶ້ມແບບຮຽນຊັ້ນປະຖົມ ແລະ ປຶ້ມຂຽນ 100 ໜ້າ, ອຸປະກອນການຮຽນ ລວມມູນຄ່າ 700.000 ກີບ, ບໍລິສັດ ກົດໝາຍ ວຽງຈັນ ອິນເຕີເນຊັນ ແນລລໍ VIL ມອບປຶ້ມແບບຮຽນຊັ້ນປະຖົມ ແລະ ອຸປະກອນການຮຽນ ມູນຄ່າ 650.000 ກີບ, ບໍລິສັດ ໂຄລາວດີວີລົບພິງ ຈຳກັດ ມອບປຶ້ມຂຽນ, ອຸປະກອນການຮຽນ ແລະ ອຸປະກອນກີລາ ມູນຄ່າ 10.525.000 ກີບ, ສຳນັກພິມ ແສງສຸວັນ ໄດ້ມອບປຶ້ມເລື່ອງ, ປຶ້ມນິທານ ແລະ ປຶ້ມອ່ານຕ່າງໆ ມູນຄ່າ 562.000 ກີບ, ຫໍສະໝຸດແຫ່ງຊາດ ມອບປຶ້ມນິທານ ແລະ ປຶ້ມໃຫ້ຄວາມຮູ້ ມູນຄ່າ 480.000 ກີບ ແລະ IRM ມອບປຶ້ມຂຽນ ຈຳນວນ 200 ຫົວ.

ທ່ານ ນາງ ຈັນທະລາດ ພູມພິພັກ ກ່າວວ່າ: ຈຸດປະສົງຂອງໂຄງການສ້າງຄວາມເຂັ້ມແຂງທາງດ້ານການສຶກສາ ແລະ ກີລາ ເພື່ອຊ່ວຍເຫຼືອນ້ອງນັກຮຽນທີ່ທຸກຍາກຂາດເຂີນຢູ່ເຂດຫ່າງໄກສອກຫຼີກ ໂດຍສະເພາະແມ່ນເມືອງບົວລະພາ ແຂວງຄຳມ່ວນ ເຊິ່ງເປັນເມືອງໜຶ່ງທີ່ນອນຢູ່ໃນກຸ່ມເປົ້າໝາຍ ແລະ ມື້ນີ້ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງ 9 ພາກສ່ວນທີ່ໄດ້ຮ່ວມກັນຊຸກຍູ້ ແລະ ສົ່ງເສີມວຽກງານການສຶກສາໃຫ້ມີຄວາມເຂັ້ມແຂງ ໃຫ້ແກ່ນ້ອງນັກຮຽນໄດ້ມີໂອກາດສຶກສາຮ່ຳຮຽນ ແລະ ຫວັງວ່າພວກເຮົາຈະໄດ້ຮັບການສະໜັບສະໜູນຊ່ວຍເຫຼືອໃນຄັ້ງຕໍ່ໆໄປອີກ.

[ ຂ່າວ:ແກ້ວ; ຮູບ: ວິລະສັກ ]