ກະແລັມຫົວສີໃຄ ຊື່ນໃຈເພື່ອສຸຂະພາບ

273

ເວລາເມື່ອຍໆກໍຢາກຈະກິນກະແລັມໃຫ້ຊື່ນໃຈຂຶ້ນ, ສ້າງ ຄວາມຕື່ນຕົວໃຫ້ກັບຮ່າງກາຍຈັກໜ້ອຍໜຶ່ງ ແຕ່ຖ້າຈະໄປຊື້ຢູ່ຮ້ານທົ່ວໄປກໍຢ້ານວ່າຈະມີໄຂມັນຫຼາຍເກີນໄປ. ດັ່ງນັ້ນ. ລອງເອົາສູດກະແລັມຫົວສີໃຄທີ່ເຮັດຈາກຢາພື້ນເມືອງລາວໄວ້ກິນເອງຮັບຮອງວ່າຊື່ນໃຈແນ່ນອນແຖມຍັງດີຕໍ່ສຸຂະພາບອີກ.

ສ່ວນປະສົມ: ນ້ຳ 400 ມິນລີລິດ, ຫົວສີໃຄ 200 ກຣາມ, ນ້ຳໝາກນາວ 30 ມິນລີລິດ, ນ້ຳຕານ 150 ກຣາມ, ເກືອ 1/2 ບ່ວງກາເຟ, ແປ້ງມັນຕົ້ນ 25 ກຣາມ, ນ້ຳລະລາຍແປ້ງ 125 ມິນລີລິດ, ເຈລາຕິນຊະນິດຜົງ 1 ບ່ວງແກງ, ນ້ຳຮ້ອນລະລາຍເຈລາຕິນ 50 ມິນລີລິດ, Whipped Cream 500 ມິນລີລິດ.

ວິທີປຸງແຕ່ງ:

ເອົານ້ຳໃສ່ໝໍ້ຄ້າງໄຟພໍນ້ຳຟົດກໍທຸບຫົວສີໃຄລົງຕົ້ມຕໍ່ປະມານ 5 – 10 ນາທີ ຫຼື ຈົນກິ່ນຫົວສີໃຄອອກແລ້ວປະໄວ້ໃຫ້ເຢັນ ແລະ ຕອງເອົາແຕ່ນ້ຳ. ຈາກນັ້ນ, ໃຫ້ເອົານ້ຳຫົວສີໃຄທີ່ໄດ້ນັ້ນມາຄ້າງໄຟອີກ ພ້ອມກັບເອົານ້ຳຕານ ແລະ ເກືອລົງພໍຟົດແລ້ວເອົາແປ້ງມາລະລາຍໃສ່ນ້ຳໃຫ້ເຂົ້າກັນແລ້ວເອົາລົງໝໍ້ຄົນໃຫ້ເຂົ້າກັນດີ.

ເມື່ອແປ້ງສຸກກໍໃຫ້ລະລາຍເຈລາຕິນກັບນໍ້າຮ້ອນແລ້ວເອົາລົງພ້ອມກັບໃສ່ນ້ຳໝາກນາວນຳ ຄົນໃຫ້ເຂົ້າກັນດີແລ້ວປົງລົງປະໄວ້ໃຫ້ເຢັນ ( ສຳລັບສີສັນແມ່ນແລ້ວແຕ່ຜູ້ມັກວ່າຈະໃສ່ສີປະສົມອາຫານ ຫຼື ສີຈາກທຳມະຊາດ ເປັນຕົ້ນແມ່ນໃບເຕີຍ, ດອກອັນຊັນ ແລະ ອື່ນໆ ).

ຫຼັງຈາກເຢັນດີແລ້ວໃຫ້ຖອກ Whipped Cream ລົງໄປຄົນໃຫ້ເຂົ້າກັນດີ ແລ້ວຖອກລົງເຄື່ອງປັ່ນກະແລັມປະມານ 35 ນາທີ ຫຼື ຈົນກາຍເປັນເນື້ອກະແລັມທີ່ບໍ່ແຫຼວເກີນໄປ ແລະ ຕັກໃສ່ກັບ ຫຼື ກ່ອງຕ່າງໆເຂົ້າຕູ້ເຢັນໄວ້ປະມານ 3 ຊົ່ວໂມງຢ່າງຕໍ່າ ເມື່ອໄດ້ແລ້ວກໍສາມາດຕັກໃສ່ຈອກພ້ອມເສີບໄດ້ເລີຍສາມາດຕົກແຕ່ງດ້ວຍເຂົ້າໜົມ, ໝາກນາວ, ໃບມິ້ນ ແລະ ອື່ນໆໄດ້ຕາມໃຈມັກ.

( ຂໍ້ມູນຈາກ: Sister.com )