ໜຸ່ມອາລີ້ ຜູ້ຊະນະເລີດໃນໂຄງການ Mister International Laos 2019

105

ໜຸ່ມອາລີ້ ເປັນຜູ້ຊະນະເລີດໂຄງການປະກວດ Mister International Laos 2019 ຄົນທໍາອິດຂອງປະເທດ ເຊິ່ງຈະໄດ້ເຂົ້າໄປປະກວດໃນເວທີສາກົນຕໍ່.

ທ້າວ ທະນູພົນ ໄຊຖາສອນ ຫຼື ອາລີ້ ອາຍຸ 24 ປີ ໃຫ້ສໍາພາດວ່າ: ປັດຈຸບັນຢູ່ບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຮຽນຈົບຈາກ ສສ ຫວຽດນາມ, ຕົນເອງມີຄວາມຮູ້ສຶກດີໃຈ ແລະ ພາກພູມໃຈຫຼາຍທີ່ໄດ້ຮັບຕຳແໜ່ງນີ້, ປະສົບການທີ່ໄດ້ຈາກເວທີນີ້ມີຫຼາຍສິ່ງຫຼາຍຢ່າງທັງມິດຕະພາບດີໆ, ໄດ້ສະແດງຄວາມຮູ້ – ຄວາມສາມາດ ແລະ ເຮັດໃຫ້ຕົນເອງກ້າສະແດງອອກ.

ສິ່ງທີ່ໄດ້ຮຽນຮູ້ມາກໍຢາກສານຕໍ່ໃຫ້ນ້ອງໆໄວໜຸ່ມລາວທຸກຄົນໄດ້ຮຽນຮູ້ ແລະ ມີ ຄວາມກ້າສະແດງອອກຫຼາຍຂຶ້ນ. ຫຼັງຈາກໄດ້ຮັບຕຳແໜ່ງຜົນງານໄລຍະນີ້ກໍຈະມາເລື້ອຍໆ ແຕ່ກໍຈະເນັ້ນໜັກໃນການເກັບຕົວກຽມພ້ອມການໄປແຂ່ງຂັນໃນລະດັບສາກົນຫຼາຍກວ່າ ລວມທັງການກຽມຮ່າງກາຍໃຫ້ແຮງແຂງ ແລະ ກຽມທັກສະໃຫ້ພ້ອມ.

ສາມາດຕິດຕາມຜົນງານຂອງ ໜຸ່ມອາລີ້ ເຟສບຸ໊ກສ່ວນຕົວ: arly Xaythavone ຫຼື ທາງ IG: alie_xtv. ສຸດທ້າຍຢາກຂໍຝາກຕິດຕາມ ແລະ ຊ່ວຍຊົມຊ່ວຍເຊຍ ໜຸ່ມອາລີ້ ຈະໄດ້ໄປປະກວດລະດັບສາກົນໃນໄວໆນີ້.

[ ຂ່າວ: ນຸ້ມນິ້ມ; ຮູບ: ອາລີ້ ]