ປູກປໍເທືອງ ເພື່ອປັບປຸງບໍາລຸງດິນນາ

309

ປໍເທືອງ ຈັດຢູ່ໃນພືດຕະກຸນຖົ່ວ ( Crotalaria Juncea ) ມີລະບົບຮາກຝອຍພ້ອມມີເບົ້າຈຸລິນຊີ Rhizo-biumsp ທີ່ສາມາດດຶງດູທາດໄນໂຕຣເຈນ ( N ) ໃນອາກາດມາສະສົມໃນຮາກພືດຫຼັງຈາກໄຖດິນຖົມພືດ ແລະ ຜ່ານຂະບວນການຍ່ອຍສະຫຼາຍຂອງຈຸລິນຊີ, ທາດໄນໂຕຣເຈນ ( N ) ດັ່ງກ່າວຈະເປັນທາດອາຫານພືດທັນທີ.

ເວົ້າລວມແລ້ວ ປໍເທືອງ ມີຄຸນປະໂຫຍດຊ່ວຍປັບປຸງບໍາລຸງດິນເພີ່ມທາດອາຫານແກ່ພືດ ໂດຍສະເພາະທາດໄນໂຕຣເຈນ ( N ) ເຮັດໃຫ້ປະຢັດຕົ້ນທຶນໃນການໃສ່ປຸ໋ຍເລັ່ງ ໂດຍສະເພາະປຸ໋ຍຢູເຣຍ ( Uria ), ມີຄຸນປະໂຫຍດໃນການເພີ່ມທາດອິນຊີວັດຖຸໃນດິນສູງຂຶ້ນປະມານ 0,15% ຫາ 0,25% ຕໍ່ການໄຖຖົມດິນ 1 ຄັ້ງ, ເຮັດໃຫ້ດິນອຸດົມສົມບູນດີຂຶ້ນເລື້ອຍໆ, ຊ່ວຍຍົກສະມັດຖະພາບຜົນຜະລິດສູງຂຶ້ນ 10%, ຊ່ວຍໃນການອະນຸຮັກ – ຮັກສາດິນດ້ວຍການຢຶດເກາະປົກຄຸມບໍ່ໃຫ້ໜ້າດິນຖືກການເຊາະລ້າງໜີ, ຊ່ວຍປັບປຸງໂຄງສ້າງຂອງດິນໃຫ້ດີຂຶ້ນ ແລະ ດູດຊຶມນໍ້າໄດ້ດີ ພ້ອມຊ່ວຍໃນການປ້ອງກັນກໍາຈັດວັດສະພືດອື່ນໆເມື່ອປໍເທືອງຈະເລີນເຕີບໂຕເຕັມໄວ.

ສໍາລັບວິທີການປູກມີຂັ້ນຕອນດັ່ງນີ້:

ໄຖດິນຖົມຕໍເຟືອງເຂົ້າທີ່ກ່ຽວແລ້ວຄາດພໍປະມານບໍ່ໃຫ້ລະອຽດເກີນໄປ ແລ້ວ ຫວ່ານແກ່ນປໍເທືອງລົງໃສ່ ( ບໍ່ຄວນໄຖ ຫຼື ຄາດດິນປະໄວ້ດົນຈຶ່ງຫວ່ານ ເພາະດິນຈະເສຍ ຄວາມຊຸ່ມ ) ໃນປະລິມານ 5 – 6 ກິໂລຕໍ່ໄລ່ ຫຼື ປະມານ 30 – 35 ກິໂລຕໍ່ເຮັກຕາ.

ຫຼັງຈາກປູກໄດ້ 45 – 55 ວັນ ເຊິ່ງເປັນໄລຍະທີ່ປໍເທືອງອອກດອກເຕັມທີ່ ໃຫ້ໄຖດິນຖົມປໍເທືອງພ້ອມປ່ອຍນໍ້າເຂົ້າໃສ່ນາແຊ່ຂັງໄວ້ຢ່າງໜ້ອຍ 14 ວັນຂຶ້ນໄປກ່ອນປັກດຳ ເພື່ອໃຫ້ຈຸລິນຊີຍ່ອຍສະຫຼາຍປໍເທືອງເປັນຝຸ່ນ.

ຂໍ້ແນະນໍາ: ສໍາລັບນາປີຄວນປູກໃນລະຫວ່າງເດືອນເມສາ ຫາ ເດືອນມິຖຸນາ ເພື່ອລໍຖ້າຝົນ, ສໍາລັບນາແຊງຫຼັງເກັບກ່ຽວເຂົ້ານາປີແລ້ວໃຫ້ກະກຽມດິນຫວ່ານໄດ້ເລີຍ.

ພິເສດສໍາລັບປູກປໍເທືອງ ເພື່ອເກັບແກ່ນເປັນແນວພັນແມ່ນມີຂັ້ນຕອນ ແລະ ວິທີການລະອຽດດັ່ງນີ້:

ການເລືອກພື້ນທີ່: ຄວນເລືອກດິນທີ່ຮາບສູງລະບາຍນໍ້າໄດ້ດີ, ເນື້ອດິນຕົມແກມຊາຍ, ມີຄວາມເປັນກົດເປັນດ່າງລະຫວ່າງ 5,5 – 6%, ເລືອກດິນທີ່ມີຄວາມອຸດົມສົມບູນໃນລະດັບປານກາງ ( ໃນກໍລະນີດິນມີຄວາມອຸດົມສົມບູນຕໍ່າຕ້ອງມີການໃສ່ຝຸ່ນຮອງພື້ນສູດ 15:15:15 ໃນປະລິມານ 100 ກິໂລຕໍ່ເຮັກຕາ ເພື່ອໃຫ້ປໍເທືອງຈະເລີນເຕີບໂຕ ແລະ ໃຫ້ມວນສານ ( ເສດເຟືອງຫຼາຍ ).

ໃນລະດູຝົນເປັນໄລຍະທີ່ເໝາະສົມທີ່ສຸດ ເພາະນໍ້າພຽງພໍຕໍ່ການຈະເລີນເຕີບໂຕຂອງພືດ ແລະ ໄດ້ຮັບຜົນຜະລິດສູງສຸດ ສາມາດເກັບກ່ຽວຜົນຜະລິດໄດ້ສະດວກດີໃນໄລຍະທ້າຍລະດູຝົນ ຄືໃນລະຫວ່າງເດືອນສິງຫາ ຫາ ເດືອນກັນຍາ.

ການກຽມດິນ: ໄຖຖົມດິນແລ້ວປະໄວ້ 1 ອາທິດ ເພື່ອທໍາລາຍວັດສະພືດ. ຈາກນັ້ນ, ໄຖພວນດິນອີກເພື່ອເຮັດໃຫ້ດິນມີຄວາມຊຸ່ມຊື່ນ ເພາະມັນສໍາຄັນຕໍ່ການແຕກຫງອກ ແລະ ການຈະເລີນເຕີບໂຕຂອງຕົ້ນອ່ອນ.

ການປູກ: ປູກເປັນແຖວເພື່ອສະດວກໃນການເກັບແກ່ນ ໄລຍະປູກຕົ້ນຕໍ່ຕົ້ນ 50 ຊັງຕີແມັດ, ໄລຍະແຖວ 100 ຊັງຕີແມັດ, ໃຊ້ແນວພັນປະມານ 3 ກິໂລຕໍ່ເຮັກຕາ.

ສຸດທ້າຍການດູແລຮັກສາໃນການປູກເກັບແນວພັນ: ຖ້າດິນບໍ່ງາມຄວນໃສ່ຝຸ່ນຕື່ມເມື່ອປູກໄດ້ອາຍຸ 30 ວັນ, ໂດຍໃສ່ປຸ໋ຍເຄມີສູດ 15:15:15 ໃນອັດຕາ 100 ກິໂລຕໍ່ເຮັກຕາ.

( ຂໍ້ມູນ: ສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນໍາໃຊ້ຝຸ່ນ )