ສົ່ງກໍາລັງໃຈໃຫ້ແຮ່ນນ້າ ໃນເວທີປະກວດ Miss Asia Global 2019 “ປັກດິ້ງຫຼວງພະບາງ” ຊຸດປະຈໍາຊາດລາວ

242

ມື້ນີ້ຮອບຕັດສິນແລ້ວເດີ້ ຮ່ວມໃຫ້ກໍາລັງໃຈສາວງາມຕົວແທນປະເທດລາວໃນເວທີປະກວດ Miss Asia Global 2019 ທີ່ປະເທດອິນເດຍ ນ້ອງ ແຮ່ນນ້າ ໂລເຊັ່ນບູ້ມ

.

ຄັ້ງນີ້ ແຮ່ນນ້າ ໄດ້ສວມໃສ່ຊຸດ ປັກດິ້ງຫຼວງພະບາງ ເປັນຊຸດປະຈໍາຊາດລາວໂຊໃນການປະກວດ ທີ່ສື່ເຖິງ ການນຸ່ງຖືຂອງແມ່ຍິງລາວທີ່ເປັນເອກະລັກ ນຸ່ງສີ້ນທີ່ມີຫົວມີຕີນ ນັ້ນກໍ່ຄືການນຸ່ງສີ້ນ, ເກົ້າຜົມ, ບ່ຽງແພ.

ຊຸດນີ້ກໍ່ເປັນອີກຊຸດຫນື່ງ ທີ່ສື່ເຖີງຄວາມເປັນລາວໄດ້ດີທີ່ສຸດ ໂດຍມີການຍົກເອົາການນຸ່ງຖືທາງພາກເຫນືອຂອງປະເທດລາວ ເວົ້າລວມ, ເວົ້າສະເພາະກໍ່ຄື ທາງດິນແດນມໍລະດົກໂລກ ນະຄອນຫລວງພະບາງ (ແຂວງຫລວງພະບາງ) ໂດຍມີການປະຍຸກໃຫ້ເຂົ້າກັບຍຸກສະໄຫມແຕ່ຄົງຄວາມເປັນເອກະລັກຂອງຊາວລາວໄວ້ໄດ້ດີ,

ໂດຍເຮົາຈະສັງເກດເຫັນຂອງລາຍຕີນສີ້ນ ທີ່ປັກດີ້ງຄຳເປັນລາຍ “ຕີນຊໍ່” ( ລາຍເຊີ່ງແພ) ຫລື ລາຍດອກສ້ອຍສາ ເຊີ່ງເປັນລາຍບູຮານຂອງສັງຄົມຊັ້ນສູງຊາວວັງໃນສະໄຫມກ່ອນ, ໂດຍລາຍຂອງສີ້ນຍັງມີການປັກດີ້ງເປັນຮູບແມງກະເບື້ອ ເພື່ອເພີ່ມຄວາມສວຍງາມໃຫ້ແກ່ໂຕສີ້ນທີ່ສາວງາມສວມໃສ່ເພື່ອເພີ່ມຄວາມງົດງາມ ແລະ ເຂົ້າກັບຍຸກສະໄຫມອີກດ້ວຍ.

ທາງດ້ານເກົ້າຜົມ ທີ່ປະດັບໄປດ້ວຍດອກໄມ້ໄຫວຄໍາ ແລະ ເຄື່ອງຄໍາອັນເປັນເອກະລັກ ຈາກສີມືອັນປານີດຂອງຊ່າງໃນພະລາດຊະວັງ ທີ່ສືບທອດກັນມາແສນນານ, ສວມດ້ວຍເລີງເຄີ່ງ ເຊິ່ງຄັ້ງນຶ່ງໃນອາດີດ ມັນບົ່ງບອກເຖິງສະຖານະຂອງຜູ້ສວມໃສ່, ບ່ຽງຜ້າໄຫມ ແລະ ສິ້ນທີ່ປະດັບດ້ວຍ ດອກໄມ້ຄໍາ.

ຄວາມວິຈິດງົດງາມນີ້ ຄືສົມບັດອັນລໍ້າຄ່າທີ່ຍັງໄດ້ຮັບການສືບທອດ ມາຈົນເຖິງປະຈຸບັນ ແລະ ນີ້ຄືຄວາມເປັນລາວທີ່ແທ້ຈິງ!!

.

.

.