ລີໂອ ປະທະ ເພັດນະຄອນ ມວຍຄູ່ເອກລາຍການນະຄອນຫຼວງ ກໍກຽດແດນຈຳປາ ເສົານີ້

78

ການແຂ່ງຂັນມວຍຄູ່ເອກ ລາຍການເສີກນະຄອນຫຼວງ ກໍກຽດແດນຈຳປາ ປະຈຳອາທິດນີ້ທີ 2 ພະຈິກ 2019 ຊົກກັນ 6 ຄູ່ເຊັ່ນເຄີຍ, ຄູ່ເອກ ລີໂອ ເພັດນະຄອນ ພົບ ເພັດເມືອງເຟືອງ ປກສ ໃນຮຸ່ນ 54 ກິໂລກຣາມ, ເຊິ່ງຈະມີການຖ່າຍທອດສົດຜ່ານທາງໂທລະພາບ ລາວສະຕຣາ ເລີ່ມເວລາ 20:00 ໂມງ ເປັນຕົ້ນໄປ ທີ່ສະໂມສອນກີລາໃນຮົ່ມ ສະຫະພັນມວຍລາວນະຄອນຫຼວງວຽງຈັນ (ບຶງຂະຫຍອງ) ເຂົ້າຊົມຟຣີ.

ການແຂ່ງຂັນມວຍເສີກນະຄອນຫຼວງ ກໍກຽດແດນຈຳປາ ເປັນເວທີສົ່ງເສີມນັກຊົກຮຸ່ນສືບທອດກ້າວສາມາດສູ່ເງິນລ້ານ ແລະ ສັງວຽນມວຍອາຊີບ, ນອກນັ້ນ ກໍຍັງເປັນເວທີທີ່ເປີດໂອກາດເລືອກເຟັ້ນນັກກີລາທີ່ມີພອນສະຫວັນດີເດັ່ນ ກຽມຕາງໜ້າໃຫ້ທັບນັກກີລານະຄອນຫຼວງວຽງຈັນ ເຂົ້າຮ່ວມງານມະຫາກຳກີລາແຫ່ງຊາດ ຄັ້ງທີ Xl ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2019.

ສໍາລັບ ຄໍ່າຄືນວັນທີ 2 ພະຈິກ 2019 ມີການຊົກ 6 ຄູ່ ຈັບຄູ່ໂດຍ ອາຈານ ເສິີດ, ສົມບັດ ແລະ ງາທອງ ຄື:
1.ເສນສັນ ສິດສະຫຼາມບຸກ ພົບ ຕາຝັນ ສິດໂຕ້ພາລຸ້ງ ຮຸ່ນ 52 ກິໂລ
2.ໂຈໂຈ້ ສະໂມສອນສອນທອງຄໍາ ພົບ ຈິມບີ້ ສ.ບຸນທະວີ ຮຸ່ນ 56 ກິໂລ
3.ເດັ່ນເມືອງເໜືອ ສ.ຈານສົມບັດ ພົບ ໂບແດງ ສ.ວໍລະສິງ ຮຸ່ນ 57 ກິໂລ

4.ຄູ່ເອກ ລີໂອ ເພັດນະຄອນ ພົບ ເພັດເມືອງເຟືອງ ປກສ ຮຸ່ນ 54 ກິໂລ
5.ນ້ອງຝິນຄໍາ ສະໂມສອນ ຄໍາເສັງ ພົບ ນ້ອງພິມແພ ສະໂມສອນສອນທອງຄໍາ ຮຸ່ນ 45 ກິໂລ
6.10 ລໍ້ ສິດໂຕ້ພາລຸ້ງ ພົບ ເພັດແທ້ ບ້ານໜອງວຽງຄໍາ ຮຸ່ນ 58 ກິໂລ
(ຄໍາສອນ)