Monthly Archives: September, 2019

ເຈົ້າເມືອງອຸທຸມພອນ ລົງຊຸກຍູ້ປະຊາຊົນສ້ອມແປງທາງ

ໃນວັນ 23 ກັນຍາ 2019 ທີ່ຜ່ານມາ, ທ່ານ ປະສົງສິນ ຈະເລີນສຸກ ເຈົ້າເມືອງອຸທຸມພອນ ພ້ອມຄະນະ ແລະ ພາກສ່ວນກ່ຽວຂ້ອງໄດ້ລົງຊຸກຍູ້ຕິດຕາມການສ້າງຂະບວນການອອກແຮງງານລວມຂອງພໍ່ແມ່ປະຊາຊົນເຂດບ້ານເຫຼົ່າໃຫຍ່ ແລະ ບ້ານໂນນວິໄລ ໂດຍການສ້ອມແປງຄືນເສັ້ນທາງທີ່ໄດ້ຮັບຄວາມເສຍຫາຍ ເນື່ອງຈາກເກີດມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ໃນກາງເດືອນສິງຫາທີ່ຜ່ານມາ, ເຮັດໃຫ້ເສັ້ນທາງເປັນບວກເປັນຂຸມ, ຖືກເຊາະເຈື່ອນ, ຈຸດວາງທໍ່ລະບາຍນ້ຳຫຼາຍແຫ່ງຖືກນ້ຳເຊາະເຈື່ອນ ເຮັດໃຫ້ດິນເຈື່ອນ ແລະ ຂາດ ໂດຍສະເພາະເສັ້ນທາງແຕ່ບ້ານໂນນວິໄລ...

ຮູ້ຈັກ ບຸນມີ ບົວແກ້ວ ຜູ້ຢູ່ເບື້ອງຫຼັງຊຸດ “ວິລະບູລຸດຕໍ່ສູ້”

ຮ່ວມລຸ້ນ ແລະ ໃຫ້ກໍາລັງໃຈໜຸ່ມ ອາເລັກ ກຽງໄກ ຊວ້ານສວນດາວ Mister Global Laos 2019 ຕົວແທນໜຸ່ມຈາກປະເທດລາວ ທີ່ໄປປະກວດ Mister Global 2019 ຢູ່ບາງກອກ, ປະເທດໄທ ໃນວັນທີ 26 ກັນຍາ 2019 ມື້ອື່ນເປັນມື້ຕັດສິນຮອບສຸດທ້າຍແລ້ວ. * ແລະ ນີ້ເປັນຊຸດທີ່ ໜຸ່ມອາເລັກຈະສວມໃສ່ເປັນຊຸດປະຈໍາຊາດຄື...

ຈະໄດ້ໃບປະກາດແດງ ຕ້ອງເຂົ້າໃຈໃນແກ່ນແທ້ “ຈັນໄທ ແສງຈັນ” ກົດໝາຍ “ການຕ່າງປະເທດ”

ຈັນໄທ ແສງຈັນ ຫຼື ໄທ ອາຍຸ 22 ປີ, ສາວນ້ອຍ ອະດີດນັກຮຽນເກັ່ງໃບປະກາດແດງ ມ7 ຈາກແຂວງ ສາລະວັນ ພັດທະນາໄປຕໍ່ເນື່ອງບໍ່ປ່ອຍໃຫ້ຊື່ສຽງຖົດຖອຍ ຫຼ້າສຸດສາມາດຄວ້າໃບປະກາດແດງ ອີກໃບສາຂາ ການຕ່າງປະເທດປະລິນຍາຕີ ຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ. ໄທບອກກັບທີມຂ່າວເສດຖະກິດ-ການຄ້າວ່າ ທີ່ຈິງແລ້ວບໍ່ວ່າຮຽນຫຍັງມັນກໍ່ສໍາຄັນຄືກັນ ແຕ່ໄທເລືອກຮຽນສາຂານີ້ຍ້ອນວ່າ ໜຶ່ງແມ່ນວິຊາຫຼັກທີ່ໄດ້ຮຽນສ່ວນຫຼາຍແມ່ນເປັນພາສາຕ່າງປະເທດ (ອັງກິດ...

ທ່ານນາຍົກ ຈະເດີນທາງໄປຢ້ຽມຢາມ ສສ ຫວຽດນາມອາທິດໜ້ານີ້

ອີງໃສ່ແຈ້ງການຂອງກະຊວງການຕ່າງປະເທດໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະເດີນທາງຢ້ຽມ​ຢາມ ​ຢ່າ​ງ​ເປັນ​ທາງ​ການ ທີ່ ສສ.ຫວຽດນາມໃນອາທິດໜ້ານີ້ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືສອງປະເທດອ້າຍນ້ອງລາວ-ຫວຽດນາມໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ...

ຮ່ວມຊີມແນວກິນຫຼາຍລົດຊາດຈາກບຸນອາຫານເກົາຫຼີ

ຂ່າວດີສໍາລັບຄົນທີ່ມັກກິນອາຫານ ຫ້າມພາດງານບຸນອາຫານເກົາຫຼີ ທີ່ທາງບໍລິສັດອິນໂດໂຄຈຳກັດຜູ້ດຽວ K-MART ຈະຈັດກິດຈະກຳປຸງແຕ່ງອາຫານເກົາຫຼີ ແລະ ຂາຍສິນຄ້າລາຄາຖືກໃຫ້ຊາວລາວໄດ້ລອງກິນຢ່າງຈຸໃຈ!!! * ຜູ້ທີ່ສາມາດເຂົ້າຮ່ວມໃນການເຮັດອາຫານຄັ້ງນີ້ແມ່ນ: ບຸກຄົນທີ່ເຮັດທຸລະກິດກ່ຽວກັບຮ້ານອາຫານ, ບໍ່ວ່າຈະເປັນພໍ່ຄົວ, ແມ່ຄົວ ຫຼື ບຸກຄົນທົ່ວໄປທີ່ມີຄວາມສົນໃຈ ໃນການປຸງແຕ່ງອາຫານເກົາຫຼີ ເຊິ່ງຈະມີພໍ່ຄົວຄົນເກົາຫຼີເປັນຜູ້ນຳພາເຮັດຕົວຈິງ. * ພາຍໃນງານນອກຈາກຈະໄດ້ກິນ ໄດ້ຊິມອາຫານເກົາຫຼີແລ້ວ ຍັງໄດ້ສູດກັບມາປຸງແຕ່ງໄວ້ກິນ ຫຼື ຂາຍໄດ້ອີກດ້ວຍ, ທ່ານໃດສົນໃຈສາມາດຕິດຕໍ່ໄດ້ທີ່ເບີ: 020 5553 2857 ຫຼື Inbox...

ເອໄອໄອບີ ກຽມລົງທຶນນັບຕື້ໂດລາ ກັບພື້ນຖານໂຄງລ່າງອາຊຽນ

ທ່ານ ຈິນ ຫຼີກຸນ ປະທານທະນາຄານເພື່ອການລົງທຶນໃນພື້ນຖານໂຄງລ່າງແຫ່ງອາຊີ ຫຼື ເອໄອໄອບີ ກ່າວວ່າ: ເອໄອໄອບີ ກຽມລົງທຶນໃນໂຄງການ 6 ໂຄງການ ມູນຄ່າ 1,09 ຕື້ໂດລາ ໃນກຸ່ມປະເທດຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ. ທ່ານ ຈິນ ກ່າວໃນງານໄຊນາ - ອາຊຽນ ເອັກໂປ ຄັ້ງທີ 16...

ພັກການເມືອງ ອັງກິດສະເໜີຍຸບໂຮງຮຽນເອກະຊົນ

ທ່ານ ຈອນ ແມກຄອນເນວ ຫົວໜ້າຝ່າຍນະໂຍບາຍການເງິນພັກແຮງງານ ກ່າວໃນກອງປະຊຸມພັກປະຈໍາປີໃນເມືອງໄບຕັນ ຂອງອັງກິດ ເມື່ອຕົ້ນອາທິດນີ້ ວ່າ: ພັກແຮງງານໄດ້ຜ່ານຍັດຕິທີ່ຈະຍົກເລີກໂຮງຮຽນເອກະຊົນ ແລະ ລວມເຂົ້າກັບໂຮງຮຽນລັດ. ຂະນະທີ່ພັກແຮງງານກໍາລັງສະເໜີນະໂຍບາຍໃໝ່ໃນກອງປະຊຸມດັ່ງກ່າວ ຫວັງສະເໜີຕົວເປັນລັດຖະບານຊຸດໃໝ່ແທນທີ່ລັດຖະບານຂອງນາຍົກລັດຖະມົນຕີ ອັງກິດ ທ່ານ ບໍຣິດ ຈອນສັນ ໃນການເລືອກຕັ້ງທີ່ຄາດຄະເນວ່າຈະມີຂຶ້ນກ່ອນທ້າຍປີນີ້. ທັງນີ້, ນັກຮຽນ ອັງກິດ ໄດ້ຮັບການສຶກສາໃນໂຮງຮຽນເອກະຊົນ ພຽງປະມານ 7% ແຕ່ນັກວິຈານກ່າວວ່ານັກຮຽນກຸ່ມນີ້ຄອງອັດຕາສ່ວນ ສ່ວນໃຫຍ່ໃນມະຫາວິທະຍາໄລຊັ້ນນໍາ...

ກໍາປູເຈຍ ສາມາດລຶບລ້າງຄວາມທຸກຍາກເຫຼືອພຽງ 10%

ທ່ານ ຮຸນເຊັນ ຜູ້ນໍາ ກຳປູເຈຍ ປະກາດຄວາມສໍາເລັດຂອງລັດຖະບານ ສາມາດລຶບລ້າງຄວາມທຸກຍາກໃນປະເທດ ເຫຼືອພຽງ 10% ໃນໄລຍະ 15 ປີທີ່ຜ່ານມາ, ພ້ອມທັງຕັ້ງເປົ້າເປັນປະເທດລາຍໄດ້ປານກາງລະດັບສູງ ພາຍໃນປີ 2030. ນາຍົກກໍາປູເຈຍ ທ່ານ ຮຸນເຊັນ ຖະແຫຼງການເມື່ອທ້າຍອາທິດທີ່ຜ່ານມາ ວ່າ: ອັດຕາຄວາມທຸກຍາກໃນ ກໍາປູເຈຍ ໃນໄລຍະ 15 ປີທີ່ຜ່ານມາ ແລະ...

ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອພັດທະນາຄຸນນະພາບຊີວິດ

ປັດຈຸບັນເປັນທີ່ຍອມຮັບກັນທົ່ວໄປວ່າ ໃນປະເທດທີ່ພັດທະນາແລ້ວນັ້ນປັດໄຈໜຶ່ງ ເຊິ່ງເປັນສິ່ງຈຳເປັນຢ່າງຍິ່ງຕໍ່ການພັດທະນາປະເທດ ແລະ ພັດທະນາຄຸນນະພາບຊີວິດໄປສູ່ການກິນດີຢູ່ດີຂອງປະຊາກອນໂດຍລວມນັ້ນ ຄື: ການມີຖານທາງວິທະຍາສາດ ແລະ ເຕັກໂນໂລຊີທີ່ເຂັ້ມແຂງທີ່ມີການພັດທະນາ ແລະ ນຳເຕັກໂນໂລຊີໄປໃຊ້ໃນການດຳເນີນຊີວິດຢ່າງຈິງຈັງ ເພື່ອເປົ້າໝາຍສູງສຸດຄືປະໂຫຍດທາງເສດຖະກິດ ແລະ ສັງຄົມ. ດັ່ງນັ້ນ, ເປົ້າໝາຍສູງສຸດຂອງການໃຊ້ເຕັກໂນໂລຊີ ເພື່ອຄຸນນະພາບຊີວິດ ກໍຄື: ເພື່ອຄວາມຍືນຍົງທາງເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. ການພັດທະນາຄຸນນະພາບຊີວິດ ແລະ ເສດຖະກິດທີ່ຍືນຍົງ...

ມາເກວຊ ຈໍ່ຈະຄວ້າແຊັມໂລກ ສະໄໝທີ 6 ຫຼັງໄດ້ສະຫຼອງແຊັມສະໜາມທີ 200

ມາກ ມາເກວຊ ນັກແຂ່ງລົດຈັກທາງລຽບຂອງ ເຣບໂຊລ ຮອນດ້າ ຍັບເຂົ້າໃກ້ແຊັມໂລກສະໄໝທີ 6 ຂອງຕົວເອງໄປທຸກຂະນະ ຫຼັງຈາກທີ່ປະກາດສັກດາຄວ້າແຊັມສະໜາມທີ 200 ຂອງຕົວເອງຕະຫຼອດອາຊີບ ໄດ້ໃນທ້າຍອາທິດທີ່ຜ່ານມາໃນລາຍການ ອາຣາກອນ ກຣັງປຣີ ທີ່ປະເທດແອັດສະປາຍ. ຈາກຜົນດັ່ງກ່າວເຮັດໃຫ້ຄະແນນສະສົມຂອງ ມາເກວຊ ປັດຈຸບັນ ມີ 300 ຄະແນນຫຼາຍກວ່າ ໂດວິຊິໂອໂຊ 98 ຄະແນນ ເຮັດໃຫ້ມີສິດຄວ້າແຊັມໂລກ...
- Advertisment -
Slide
Slide

Most Read

error: Content is protected !!