ເອໄອໄອບີ ກຽມລົງທຶນນັບຕື້ໂດລາ ກັບພື້ນຖານໂຄງລ່າງອາຊຽນ

43

ທ່ານ ຈິນ ຫຼີກຸນ ປະທານທະນາຄານເພື່ອການລົງທຶນໃນພື້ນຖານໂຄງລ່າງແຫ່ງອາຊີ ຫຼື ເອໄອໄອບີ ກ່າວວ່າ: ເອໄອໄອບີ ກຽມລົງທຶນໃນໂຄງການ 6 ໂຄງການ ມູນຄ່າ 1,09 ຕື້ໂດລາ ໃນກຸ່ມປະເທດຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ.

ທ່ານ ຈິນ ກ່າວໃນງານໄຊນາ – ອາຊຽນ ເອັກໂປ ຄັ້ງທີ 16 ໃນເມືອງໜານໜິງ ແຂວງກວ່າງຊີຈ້ວງ ທາງພາກໃຕ້ຂອງ ຈີນ ວ່າ: ເອໄອໄອບີ ຈະມີບົດບາດຫຼາຍຂຶ້ນໃນການສົ່ງເສີມການເຊື່ອມຕໍ່ລະຫວ່າງ ຈີນ ກັບປະເທດສະມາຊິກອາຊຽນ ແລະ ບັນດາປະເທດອາຊີປະເທດອື່ນໆ.

ໃນໄລຍະຕະຫຼອດເວລາ 4 ປີທີ່ຜ່ານມາ ເອໄອໄອບີ ໄດ້ລົງທຶນມູນຄ່າ 1 ຕື້ໂດລາ ໃນ 10 ໂຄງການ ໃນ 6 ປະເທດອາຊຽນ.

ໂດຍ ເອໄອໄອບີ ມີຄວາມເຊື່ອໝັ້ນວ່າສະມາຊິກອາຊຽນຈະໄດ້ຮັບຜົນປະໂຫຍດ ແລະ ຜົນກໍາໄລທີ່ຫຼາຍກວ່າຈາກ ຄວາມຮ່ວມມືຂອງ ເອໄອໄອບີ. ນອກຈາກນີ້, ບົດບາດຂອງໂຄງການໜຶ່ງແລວໜຶ່ງເສັ້ນທາງຂອງຈີນ ຈະຊ່ວຍຊຸກຍູ້ການເຊື່ອມຕໍ່ໃນພາກພື້ນອາຊຽນຫຼາຍຂຶ້ນ.

ສໍານັກຂ່າວຊິນຮວາ ລາຍງານວ່າ: ເອໄອໄອບີ ເປັນທະນາຄານເພື່ອການພັດທະນາພະຫຸພາຄີທີ່ ຈີນ ເປັນຜູ້ເລີ່ມຕົ້ນໂຄງການ ໂດຍມຸ່ງເນັ້ນໄປທີ່ການລົງທຶນໃນລະບົບພື້ນຖານໂຄງລ່າງ, ມີສໍານັກງານໃຫຍ່ຢູ່ທີ່ນະຄອນຫຼວງປັກກິ່ງ ຂອງຈີນ ໂດຍທະນາຄານດັ່ງກ່າວໄດ້ເລີ່ມດໍາເນີນງານ ໃນປີ 2016 ແລະ ໄດ້ຂະຫຍາຍປະເທດສະມາຊິກ ເພີ່ມເປັນ 100 ປະເທດ ລວມເຖິງການອະນຸມັດໂຄງການກູ້ຢືມໄປແລ້ວ 46 ໂຄງການ ມູນຄ່າ 8,5 ຕື້ໂດລາ ໃຫ້ກັບສະມາຊິກ 18 ປະເທດ.