Monthly Archives: September, 2019

ອານຸສອນ ເດີນທາງລຸຍລາຍການຊີງແຊັມໂລກ ເປັນການທົດສອບຄັ້ງສໍາຄັນກ່ອນລຸຍ ຊີເກມ 2019

ອານຸສອນ ໄຊສາ ນັກແລ່ນທີມຊາດລາວ ພ້ອມດ້ວຍ ທ່ານ ສິດທິໄຊ ສັກປະເສີດ ຄູຝຶກ ອອກເດີນທາງໄປຮ່ວມການແຂ່ງຂັນແລ່ນຊີງແຊັມໂລກ 2019 ທີ່ເມືອງໂດຮາ ປະເທດກາຕາ ເມື່ອວັນທີ 24 ກັນຍາ 2019 ໂດຍລາວຈະພະຍາຍາມສ້າງສະຖິຕິໃຫ້ດີທີ່ສຸດ ເພື່ອກຽມພ້ອມໃສ່ ຊີເກມ 2019 ທີ່ປະເທດຟີລິບປິນ ທ້າຍປີນີ້. ອານຸສອນ ເປີດເຜີຍຕໍ່ທີມຂ່າວເສດຖະກິດ -...

ລັດຖະບານຈີນ ຈັດພີທີເປີດສະໜາມບິນໃໝ່ ແຫ່ງທີ 2 ຂອງປັກກິ່ງ ຢ່າງເປັນທາງການ

ລັດຖະບານຈີນ ຈັດພິທີເປີດສະໜາມບິນສາກົນປັກກິ່ງ ຕ້າຊິງ ຂອງນະຄອນຫຼວງປັກກິ່ງ ຢ່າງເປັນທາງການ ເມື່ອວັນພຸດ ກ່ອນການສະເຫຼີມສະຫຼອງ ວັນຄົບຮອບ 70 ປີ ແຫ່ງວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ 1 ຕຸລາ ນີ້. ສຳນັກຂ່າວເອພີ ແລະ ຣອຍເຕີ ລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນພຸດ ທີ 25 ກັນຍາ...

ອຸຕຸແຈ້ງ!!! ຈະມີຝົນປົນໜາວຢູ່ບາງທ້ອງຖິ່ນແຂວງພາກເໜືອ-ພາກກາງ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານພະຍາກອນອາກາດປະຈໍາວັນທີ 26 ກັນຍາ 2019ວ່າ: ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຍັງສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນອອກ -ຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫ່ຍ, ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດຍັງເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນແຕ່ລະພາກ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ແລະ ພາກກາງ.   ຂະນະທີ່, ພາກເໜືອດ້ານຕາເວັນອອກ  (ຜົ້ງສາລີ, ວຽງໄຊ,...

ແຂວງສາລະວັນ ເຜີຍແຜ່ການນຳໃຊ້ສື່ອອນລາຍໄປໃນທາງທີ່ຖືກຕ້ອງໃຫ້ນັກຮຽນ

ຄະນະໂຄສະນາອົບຮົມແຂວງ  ສາລະວັນ ຮ່ວມກັບພະແນກການທີ່ກ່ຽວຂ້ອງ ລົງເຜີຍແຜ່ການນໍາໃຊ້ສື່ສັງຄົມອອນລາຍໃຫ້ຖືກຕ້ອງ, ເປັນປະໂຫຍດ ແລະ ຕອບຕ້ານປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ ແລະ ໄດ້ຈັດຂຶ້ນເປັນຄັ້ງທໍາອິດ ທີ່ໂຮງຮຽນມັດທະຍົມສົມບູນສາລະວັນ ແລະ ໂຮງຮຽນມັດທະຍົມສົມບູນອົງແກ້ວ ໃນວັນທີ 24 ກັນຍາ 2019 ໂດຍການເຂົ້າຮ່ວມຂອງ ທ່ານ ສີເຮັງ ຫອມສົມບັດ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່ານຕາງໜ້າພະແນກການທີ່ກ່ຽວຂ້ອງ, ຄະນະອໍານວຍການໂຮງຮຽນ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນ,...

“ຍາມຮຽນຢ່າທໍ້ເພາະຜູ້ຢູ່ເບື້ອງຫຼັງເມື່ອຍກວ່າ” ເຈົ້າຂອງໃບປະກາດແດງ ສາຂາການປົກຄອງ

ທ້າວເບຍລີໂອ ຈັນທະບູລີ ຫຼື ເບຍ ອາຍຸ 22 ປີ ໜຸ່ມກົດໝາຍປະກາສະນີຍະບັດ ກຽດນິຍົມ (ໃບປະກາດແດງ) ຈາກຄະນະນິຕິສາດ-ລັດຖະສາດ ສາຂາການປົກຄອງ ມະຫາວິທະຍາໄລແຫ່ງຊາດ, ກ້າວຜ່ານນັກຮຽນຫຼັງຫ້ອງສູ່ນັກສຶກສາໃໝ່ປະກາດແດງ.   ເບຍ ໄດ້ເລົ່າສູ່ຟັງວ່າ: ຕົນເກີດ ແລະ ເຕີບໂຕຢູ່ບ້ານ ຫ້ວຍເຂົ້າໝິ້ນ ເມືອງ ຫີນບູນ ແຂວງ ຄຳມ່ວນ ກ່ອນຈະຮຽນສາຍນີ້ຕົນເອງໄດ້ສຶກສາ...

ເອດີບີ ປັບຫຼຸດການເຕີບໂຕເສດຖະກິດລາວ ມາຢູ່ລະດັບ 6,2%

ທະນາຄານພັດທະນາອາຊີ ຫຼື ( ADB ) ຄາດວ່າເສດຖະກິດລາວໃນປີ 2019 ຈະຂະຫຍາຍຕົວໄດ້ພຽງ 6,2% ເຊິ່ງເປັນການຫຼຸດລົງຈາກທີ່ຄາດໄວ້ເມື່ອເດືອນເມສາຜ່ານມາ ຢູ່ທີ່ 6,5%. ທັງນີ້, ກໍຍ້ອນຂະແໜງອຸດສາຫະກຳ ແລະ ການບໍລິການອ່ອນໂຕລົງ ລວມທັງການຜະລິດໃນຂະແໜງກະສິກຳ, ການສົ່ງອອກໄຟຟ້າ ແລະ ນັກທ່ອງທ່ຽວສາກົນເຂົ້າມາລາວຫຼຸດລົງ. ທ່ານ ສຸລິນທອງ ເຮືອງຄຳສິງ ນັກເສດຖະສາດອາວຸໂສ ປະຈໍາທະນາຄານພັດທະນາອາຊີ...

ທ່ານ ນາງ ກັນຍາ ຈາກລາວຮັບຕໍາແໜ່ງເປັນຮອງປະທານຄະນະກໍາມະການພັດທະນາບານເຕະ ເອເອັຟຊີ

ອີງຕາມເພຈ໌ບຸກທາງການຂອງ ສະຫະພັນບານເຕະແຫ່ງຊາດລາວ ປະກາດໃນວັນທີ 26 ກັນຍາ 2019 ວ່າ: ຄະນະກໍາມະການພັດທະນາບານເຕະຂອງສະຫະພັນບານເຕະອາຊີ ( AFC Development Committee ) ໄດ້ຈັດກອງປະຊຸມຄັ້ງປະຖົມມະເລີກຂອງສົກປີ 2019-2023 ທີ່ສໍານັກງານໃຫຍ່ສະຫະພັນບານເຕະອາຊີ ( ເອເອັຟຊີ ) ນະຄອນຫຼວງກົວລາ ລໍາເປີ ປະເທດມາເລເຊຍ ໃນວັນ 25...

ອະຫິວາໝູ ສ້າງຄວາມເສຍຫາຍ 15 ຕື້ ມີຫຼາຍພື້ນທີ່ສ່ຽງລະບາດຊໍ້າ

ນັບແຕ່ເດືອນມິຖຸນາມາຮອດປັດຈຸບັນ ການລະບາດຂອງພະຍາດອະຫິວາໝູອາຟຣິກາ ແມ່ນພົບເຖິງ 16 ແຂວງ ເຮັດໃຫ້ມີໝູຕິດເຊື້ອຕາຍເອງ ແລະ ຂ້າທໍາລາຍຖິ້ມແລ້ວຫຼາຍກວ່າ 15 ພັນໂຕ ລວມມູນຄ່າ 15 ຕື້ກີບ, ສ່ວນເຂດທີ່ເຄີຍລະບາດກໍພົບເຫັນການລະບາດຄືນອີກຮອບ. ຂໍ້ມູນຈາກກົມລ້ຽງສັດ ແລະ ການປະມົງກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ນັບແຕ່ວັນທີ 17 ມິຖຸນາ ຫາ 13...

ບົດຮຽນຈາກນັກສຶກສາໃບປະກາດແດງ ຮຽນຢ່າງໃດຈຶ່ງປະສົບຄວາມສຳເລັດ

ການຮຽນໃຫ້ເກັ່ງໄດ້ຄະແນນດີ ແລະ ໄດ້ໃບປະກາດແດງ ຕ້ອງເປັນຄົນທີ່ມີຄວາມພະຍາຍາມ, ອົດທົນ ແລະ ສູ້ຊົນສູງ ໂດຍຫັນເອົາຈຸດດ້ອຍຕ່າງໆຂອງເຮົາຫັນມາເປັນກຳລັງໃຈໃນການຮຽນ ແລະ ຕ້ອງເປັນຄົນທີ່ຮຽນຢ່າງມີວິໄນ, ຄົ້ນຄວ້າບົດຮຽນຢ່າງເໝາະສົມ ແລະ ຖືກຕ້ອງຕາມຈຸດພິເສດ ແລະ ຄວາມສາມາດຂອງຕົນເອງ. ມື້ນີ້ຂໍນຳເອົາບາງບົດຮຽນຈາກນັກສຶກສາທີ່ໄດ້ໃບປະກາດແດງຈາກຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ສົກຮຽນ 2018 - 2019 ມານຳສະເໜີ. ທ້າວ ວິໄລແສງ...

ບໍລິສັດ ໄຟຟ້າຫົງສາ ຈຳກັດ ມອບທຶນການສຶກສາໃຫ້ 6 ໂຮງຮຽນ

ບໍລິສັດ ໄຟຟ້າຫົງສາ ຈໍາກັດ ໄດ້ຈັດພິທີມອບທຶນການສຶກສາໃຫ້ແກ່ນ້ອງນັກຮຽນຊັ້ນມັດທະຍົມ ທີ່ຮຽນດີ - ຮຽນເກັ່ງ ແລະ ມີຄຸນສົມບັດດີ ຂຶ້ນໃນວັນທີ 25 ກັນຍາ 2019 ຢູ່ທີ່ຫ້ອງປະຊຸມຂອງຫ້ອງການສຶກສາທິການ ແລະ ກີລາ ເມືອງຫົງສາ ແຂວງໄຊຍະບູລີ ໂດຍມີ ທ່ານ ນາງ ດາວວິນ ລາດຊະກິດ ຮອງເຈົ້າເມືອງຫົງສາ,...
- Advertisment -
Slide
Slide

Most Read

error: Content is protected !!