ຮູ້ຈັກ ບຸນມີ ບົວແກ້ວ ຜູ້ຢູ່ເບື້ອງຫຼັງຊຸດ “ວິລະບູລຸດຕໍ່ສູ້”

67

ຮ່ວມລຸ້ນ ແລະ ໃຫ້ກໍາລັງໃຈໜຸ່ມ ອາເລັກ ກຽງໄກ ຊວ້ານສວນດາວ Mister Global Laos 2019 ຕົວແທນໜຸ່ມຈາກປະເທດລາວ ທີ່ໄປປະກວດ Mister Global 2019 ຢູ່ບາງກອກ, ປະເທດໄທ ໃນວັນທີ 26 ກັນຍາ 2019 ມື້ອື່ນເປັນມື້ຕັດສິນຮອບສຸດທ້າຍແລ້ວ.

*

ແລະ ນີ້ເປັນຊຸດທີ່ ໜຸ່ມອາເລັກຈະສວມໃສ່ເປັນຊຸດປະຈໍາຊາດຄື ຊຸດ ວິລະບູລຸດຕໍ່ສູ້ ອອກແບບໂດຍ ໜຸ່ມ ບຸນມີ ບົວແກ້ວ ອາຍຸ 21 ປີ ເຊິ່ງບອກເລີຍວ່າ ໜຸ່ມຄົນນີ້ບໍ່ທຳມະດາມີຄວາມສາມາດທີ່ຫຼາກຫຼາຍ ແລະ ໜ້າສົນໃຈ.

ບຸນມີ ບົວແກ້ວ ສຶກສາຢູ່ຄະນະສິລະປະສຶກສາ ສາຂາ ສິລະປະກໍາ ສິລະປະດົນຕີ ປີ 4, ເກີດທີ່ເມືອງປະທຸມພອນ ແຂວງຈໍາປາສັກ.

*

*

*

*

*

ບຸນມີ ບອກກັບທີມຂ່າວ ເສດຖະກິດການຄ້າວ່າ: ບຸນມີ ບໍ່ໄດ້ຮຽນອອກແບບ ແຕ່ຍ້ອນຄວາມມັກຮັກໃນການແຕ້ມກະຕຸນມາແຕ່ຍັງນ້ອຍ ມັກໃນການ ປະດິດ ແຕ່ງຊຸດຕ່າງໆ ເພື່ອນຸ່ງ, ລວມທັງໃຫ້ນາງແບບນາຍແບບໄດ້ສວມໃສ່ ທາງຜູ້ໃຫຍ່ເລີຍມອບໂອກາດໃຫ້ໄດ້ອອກແບບຊຸດ ຊຸດທໍາອິດແມ່ນຊຸດ “ສຽງເເຄນສີພັນດອນ” ທີ່ໃຊ້ເປັນຊຸດປະຈໍາຊາດຂອງການແຂ່ງຂັນ Mister National Universe 2019 ບີ້ ໄຊຍະສິດ ສຸລິຍະເຕັນ Mister National Universe Laos 2019 ເປັນຕົວແທນ ໂດຍ TS ໂມເດວຣິງເປິດໂອກາດໃຫ້ອອກແບບ.

*

*

ຫຼ້າສຸດກໍ່ໄດ້ອອກແບບຊຸດທີ 2 ກັບຊຸດວິລະບູລຸດຕໍ່ສູ້ ໃຫ້ ອາເລັກ ກຽງໄກ ຊວ້ານສວນດາວ ສວມໃສ່ໃນການປະກວດ Mister Global Laos 2019 ໂດຍຫ້ອງເສື້ອປານເທບສະໜັບສະໜູນໃນການຕັດຫຍິບ.

 

ສໍາລັບຊຸດວິລະບູລຸດນີ້ ກໍບໍ່ໄດ້ຄາດຫວັງຫຍັງຫຼາຍ ຢ່າງໜ້ອຍກໍ່ເປັນປະສົບການໃຫ້ເຮົາ ໄດ້ຄິດ ແລະ ຊອກຫາແນວໃໝ່ໆມາພັດທະນາທັກສະການອອກແບບໃຫ້ມີຄວາມຫຼາກຫຼາຍ ແລະສະດຸດຕາກວ່າເກົ່າ.

*

ນອກຈາກການອອກແບບແລ້ວ ບຸນມີ ຍັງເປັນຊ່າງເເຕ່ງຫນ້າ, ຟ້ອນ, ຮ້ອງເພງ, ປະດິດຊຸດລີໄຊເຄີນ, ຫຼິ້ນກິລາບານສົ່ງ ແລະ ຕີດອກປີກໄກ່ ເປັນພິທີກອນກິດຈະກຳຕ່າງໆ, ເຂົ້າຮ່ວມໂຄງການສິ່ງເເວດລ້ອມ ແລະ ຍັງສອນເດີນເເບບຍິງພ້ອມ.

*

*

*

*

ບຸນມີ ເປັນຊາຍໜຸ່ມຜູ້ທີ່ມີຄວາມສາມາດຫຼາກຫຼາຍ ແລະໜ້າຕິດຕາມຄົນໜຶ່ງ ເຊື່ອແນ່ວ່າຜົນງານຈາກໜຸ່ມຄົນນີ້ຍັງຈະເປັ່ງປະກາຍສູ່ສາຍຕາຊາວລາວ ແລະຊາວໂລກຕໍ່ໄປເລື້ອຍໆ.

*

*

*

*

*