Monthly Archives: September, 2019

ໂອກາດຄັ້ງໃຫຍ່ຂອງ ອານຸສອນ ເດີນທາງໄປໄກກຽມແຂ່ງລາຍການຊີງແຊັມໂລກ 2019 ທີ່ກາຕ້າ

ອານຸສອນ ໄຊສາ ນັກແລ່ນທີມຊາດລາວ ເດີນທາງໄປຮ່ວມການແຂ່ງຂັນແລ່ນຊີງແຊັມໂລກ 2019 ທີ່ເມືອງໂດຮາ ປະເທດກາຕ້າ ໂດຍຈະລົງແຂ່ງຂັນໃນວັນທີ 30 ກັນຍາ 2019. ອານຸສອນ ອອກເດີນທາງໄປໃນວັນທີ 24 ກັນຍາ 2019 ຈະລົງແຂ່ງປະເພດແລ່ນຂ້າມຮົ້ມ 110 ແມັດ ເພື່ອເປັນການກຽມພ້ອມໃສ່ ຊີເກມ 2019 ທີ່ປະເທດຟິລິບປິນ ທ້າຍປີນີ້. ສຳລັບຜົນງານຫຼ້າສຸດ ອານຸສອນ...

ລາວີ ພິກຈາກນັກເຕະຮູບຮ່າງນ້ອຍ ຈົນກາຍເປັນດາວດວງໃໝ່ຂອງ ຢູ 16 ລາວ

ກິ່ນອາຍແຫ່ງຄວາມພາກພູມໃຈຂອງ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ປີ ຍັງບໍ່ຈືດຈາງ ຫຼັງຈາກທີ່ເຫດການປະທັບໃຈເກີດຂຶ້ນຢ່າງຫຼວງຫຼາຍໃນການແຂ່ງຂັນບານເຕະຊີງແຊັມອາຊີ 2020 ຮຸ່ນອາຍຸບໍ່ເກີນ 16 ປີ ຮອບຄັດເລືອກ ກຸ່ມ J ທີ່ ສປປ ລາວ ເປັນເຈົ້າພາບລະຫວ່າງວັນທີ 18 - 22 ກັນຍາ 2019 ໂດຍສະເພາະ...

ຕົວແທນສາວລາວໄປປະກວດ Miss Supranational 2019 ປຸລັດດາ ສາຍດອນໂຂງ

ຫຼັງຈາກທີ່ຮູ້ກັນໄປແລ້ວວ່າ ສາວ ປຸ ປຸລັດດາ ສາຍດອນໂຂງ ສາວງາມຈາກແຂວງອັດຕະປື ໄດ້ເປັນ ຕົວແທນສາວລາວໄປປະກວດMiss Supranational 2019 ສາວປຸເອງ ກໍໄດ້ເປັນທີ່ຈັບຕາ ຕິດຕາມ ແລະ ໄດ່ຮັບຄວາມສົນຫຼາຍຈາກແຟນນາງງາມ * * * * * * *     ຫຼ້າສຸດໄດ້ມີການສົ່ງມອບມຸງກຸດອັນຊົງກຽດໃຫ້ແກ່ສາວ ປຸ ເປັນທີ່ຮຽບຮ້ອຍ ຈາກ ຢຸ້ຍ ສັນທະນີ ໃສມະນີວັນ Miss Supranational Laos...

ການກໍ່ສ້າງເສັ້ນທາງເຂົ້າຫາຖ້ຳຈອມອອງ ຄືບໜ້າຊ້າກວ່າກຳນົດ

ໃນລະຫວ່າງວັນທີ 19 - 20 ກັນຍາ 2019 ທີມງານໂຄງການກໍ່ສ້າງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກເຂົ້າຫາຖ້ຳຈອມອອງ ເມືອງໄຊ ແຂວງອຸດົມໄຊ ເຊິ່ງປະກອບມີ ຕາງໜ້າອົງການ ADB ປະຈໍາ ສປປ ລາວ, ບໍລິສັດ ທີ່ປຶກສາໂຄງການກໍ່ສ້າງ, ບໍລິສັດ ຈິດຈະເລີນ ກໍ່ສ້າງ ຜູ້ຮັບເໝົາໂຄງການກໍ່ສ້າງ, ການນໍາແຂວງ,...

ມື້ນີ້, ປາກຊ່ອງໜາວເຖິງ 12 ອົງສາ, ຂໍໃຫ້ທຸກທ່ານຮັກສາສຸຂະພາບ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານພະຍາກອນອາກາດປະຈຳວັນທີ 25 ກັນຍາ 2019ວ່າ: ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຍັງສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນອອກ - ຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫ່ຍ, ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປໃນແຕ່ລະພາກ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ສະນັ້ນ, ຂໍໃຫ້ພໍ່ແມ່ພີ່ນ້ອງຮັກສາສຸຂະພາບຕົນເອງໃຫ້ອົບອຸ່ນ ເພື່ອຫຼີກລ່ຽງຈາກການເຈັບປ່ວຍໄດ້. ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ,ວຽງໄຊ, ຊຳເໜືອ ແລະ...

ແຂວງອັດຕະປື ແຕ່ງຕັ້ງທ່ານກິແກ້ວ ມະນີຈັນ ຂຶ້ນເປັນຮອງຫົວໜ້າພະແນກການເງິນ

ວັນທີ 24 ກັນຍາ 2019 ພະແນການການເງີນແຂວງ ອັດຕະປື ໄດ້ປະກາດແຕ່ງຕັ້ງຮອງຫົວໜ້າພະແນກການເງີນ ແຂວງອັດຕະປື ເພີ່ມຕື່ມ 1 ສະຫາຍໂດຍປະຕິບັດຕາມຂໍ້ຕົກລົງ ກະຊວງການເງິນ ເລກທີ 3231/ກງ ລົງວັນທີ 9 ສິງຫາ2019, ຂໍ້ຕົກລົງຂອງທ່ານເຈົ້າແຂວງ ອັດຕະປື ເລກທີ 1349 ແລະ ເລກທີ1350/ຈຂ-ອປ ລົງວັນທີ...

5 ປີເມືອງຊຳເໜືອ ມີການລົງທຶນທັງໝົດ 253 ໂຄງການ

ໃນແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VIII ( 2015 - 2019 ) ຂອງເມືອງຊຳເໜືອທີ່ໄດ້ຮັບຮອງໃນກອງປະຊຸມໃຫຍ່ ຄັ້ງທີ 11 ຜ່ານມາໄດ້ມີການຮັບຮອງເອົາ 11 ແຜນງານ 256 ໂຄງການ ມີມູນຄ່າ 504,31 ຕື້ກີບ ຜ່ານການຈັດຕັ້ງປະຕິບັດຕົວຈິງບັນດາໂຄງການລົງທຶນຂອງລັດ,...

ທ່ານ ບຸນທອນ ສຸຂະວົງ ໄດ້ຮັບເລືອກເປັນປະທານສະຫະພັນກຳມະບານ ມະຫາວິທະຍາໄລແຫ່ງຊາດຜູ້ໃໝ່

ວັນທີ 24 ກັນຍາ 2019 ຄະນະບໍລິຫານງານ ສະຫະພັນກຳມະບານ ມະຫາວິທະຍາໄລແຫ່ງຊາດ ( ສກລ ມຊ ) ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ 5 ທີ່ສະໂມສອນໃຫຍ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໂດຍເຂົ້າຮ່ວມຂອງ ທ່ານ ຮສ. ປອ. ອານຸລົມ ວິໄລພອນ...

ສກຊ ສາມາດລະດົມເງິນຝາກໄດ້ 50 ກວ່າຕື້ກີບ

ໃນໄລຍະ 6 ເດືອນຕົ້ນປີ 2019 ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກໂຊກໄຊ ຈໍາກັດ ( ສກຊ ) ສາມາດປະຕິບັດແຜນດໍາເນີນທຸລະກິດປະຈໍາປີໄດ້ລື່ນຄາດໝາຍ. ໃນນີ້, ການລະດົມເງິນຝາກຢູ່ທີ່ 50 ກວ່າຕື້ ຫຼື ເທົ່າກັບ 88% ຂອງແຜນການປີ ແລະ ການປ່ອຍສິນເຊື່ອໃຫ້ແກ່ລູກຄ້າ 39 ຕື້ກີບ ເທົ່າກັບ...

ມູນຄ່າການສົ່ງອອກສິນຄ້າແຂວງໄຊຍະບູລີ ເພີ່ມຂຶ້ນເກືອບ 20%

ໄລຍະ 9 ເດືອນ ປີ 2019 ແຂວງໄຊຍະບູລີ ສາມາດສົ່ງອອກສິນຄ້າໄດ້ 33 ລ້ານໂດລາສະຫະລັດ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນເກືອບ 20% ສິນຄ້າສ່ວນໃຫຍ່ປະເພດກະສິກຳ, ຂະນະດຽວກັນໄດ້ອະນຸຍາດຂຶ້ນທະບຽນວິສາຫະກິດໄດ້ 300 ກວ່າ. ໃນນີ້, ທຶນຈົດທະບຽນທັງໝົດ 200 ກວ່າຕື້ກີບ. ທ່ານ ຈັນເພັງ ພັນທຸອາມາດ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ...
- Advertisment -
Slide
Slide

Most Read

error: Content is protected !!