ໂອກາດຄັ້ງໃຫຍ່ຂອງ ອານຸສອນ ເດີນທາງໄປໄກກຽມແຂ່ງລາຍການຊີງແຊັມໂລກ 2019 ທີ່ກາຕ້າ

160

ອານຸສອນ ໄຊສາ ນັກແລ່ນທີມຊາດລາວ ເດີນທາງໄປຮ່ວມການແຂ່ງຂັນແລ່ນຊີງແຊັມໂລກ 2019 ທີ່ເມືອງໂດຮາ ປະເທດກາຕ້າ ໂດຍຈະລົງແຂ່ງຂັນໃນວັນທີ 30 ກັນຍາ 2019.

ອານຸສອນ ອອກເດີນທາງໄປໃນວັນທີ 24 ກັນຍາ 2019 ຈະລົງແຂ່ງປະເພດແລ່ນຂ້າມຮົ້ມ 110 ແມັດ ເພື່ອເປັນການກຽມພ້ອມໃສ່ ຊີເກມ 2019 ທີ່ປະເທດຟິລິບປິນ ທ້າຍປີນີ້.

ສຳລັບຜົນງານຫຼ້າສຸດ ອານຸສອນ ຫຼ້າສຸດຄວ້າແຊັມ ຄວ້າແຊັມແລ່ນຂ້າມຮົ້ວປະເພດ 110 ແມັດໄປຄອງໄດ້ສໍາເລັດ ໃຫ້ກັບ ສະໂມສອນທະຫານ ອາກາດ ປະເທດໄທ ທີມ A ໃນການແຂ່ງຂັນແລ່ນ-ລານຊີງຊະນະເລີດແຫ່ງປະເທດໄທ ໃນຕົ້ນເດືອນກັນຍາ ທີ່ຜ່ານມາ ຂະນະທີ່ ສະຖິຕິທີ່ຜົນງານໂດດເດັ່ນທີ່ສຸດ ອານຸສອນ ໄຊສາ ຄວ້າຫຼຽນຄຳ ໃນລາຍການໄທແລນ ໂອເພັນ 2019