ທ່ານ ບຸນທອນ ສຸຂະວົງ ໄດ້ຮັບເລືອກເປັນປະທານສະຫະພັນກຳມະບານ ມະຫາວິທະຍາໄລແຫ່ງຊາດຜູ້ໃໝ່

207

ວັນທີ 24 ກັນຍາ 2019 ຄະນະບໍລິຫານງານ ສະຫະພັນກຳມະບານ ມະຫາວິທະຍາໄລແຫ່ງຊາດ ( ສກລ ມຊ ) ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ 5 ທີ່ສະໂມສອນໃຫຍ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໂດຍເຂົ້າຮ່ວມຂອງ ທ່ານ ຮສ. ປອ. ອານຸລົມ ວິໄລພອນ ຮອງປະທານ ສກລ ກະຊວງສຶກສາທິການ ແລະ ກີລາ ( ສສກ ) ປະທານ ສກລ ມຊ, ພ້ອມດ້ວຍບັນດາຄະນະບໍລິຫານງານ ສກລ ມຊ ແລະ ບັນດາອ້າຍນ້ອງສະມາຊິກກຳມະບານທັງ 17 ຮາກຖານ ເຂົ້າຮ່ວມ.

ທ່ານ ບຸນທອນ ສຸຂະວົງ ຮອງປະທານຄະນະບໍລິຫານງານ ສກລ ມຊ ຊຸດທີ 4 ໄດ້ກ່າວວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ສກລ ມຊ ສາມາດຂະຫຍາຍສະມາຊິກໄດ້ທັງໝົດ 20.247 ສະຫາຍ ຍິງ 9.832 ສະຫາຍ. ໃນນັ້ນ, ສະມາຊິກທີ່ເປັນນັກສຶກສາ ຈຳນວນ 20.150 ສະຫາຍ ເຊິ່ງຜ່ານການຍົກຍ້າຍ ເນື່ອງຈາກວ່າຮຽນຈົບ. ປັດຈຸບັນ ສກລ ມຊ ມີຈຳນວນສະມາຊິກທັງໝົດ 7.214 ສະຫາຍ ຍິງ 3.389 ສະຫາຍ. ໃນນັ້ນ, ສະມາຊິກທີ່ເປັນລັດຖະກອນ 1.721 ສະຫາຍ ຍິງ 943  ສະຫາຍ ສະມາຊິກເປັນນັກສຶກສາ 5.471 ສະຫາຍ ຍິງ 2.556 ສະຫາຍ. ສາມາດເກັບລາຍໄດ້ຮັບທັງໝົດ 761 ລ້ານກວ່າກີບ. ໃນນັ້ນ, ຈ່າຍໃນການເຄື່ອນໄຫວຕ່າງໆຂອງວຽກງານ ສກລ ຈຳນວນ 178 ລ້ານກວ່າກີບ, ຈ່າຍບໍາລຸງໃຫ້ ສກລ ກະຊວງ ສສກ 114 ລ້ານກວ່າກີບ ແລະ ຈ່າຍຮັບໃຊ້ໃນກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຈຳນວນ 357 ລ້ານກວ່າກີບ.

ທີ່ປະຊຸມໄດ້ປ່ອນບັດເລືອກຕັ້ງຄະນະບໍລິຫານງານ ສກລ ມຊ ຊຸດໃໝ່ ເຊິ່ງ ທ່ານ ບຸນທອນ ສຸຂະວົງ ຖືກເລືອກໃຫ້ເປັນປະທານ ສກລ ມຊ, ທ່ານ ຄຳເຟືອງ ລໍວັນໄຊ, ທ່ານ ບຸນມີ ພິພັກຂະວົງ, ທ່ານ ນາງ ທັດສະນາລອນ  ສີສຸນົນທ໌, ທ່ານ ບຸນທິບ        ຈັນແດງ, ທ່ານ ທອງມະນີ ໄຊຍະສິນ ຮອງປະທານ; ທ່ານ ນາງ ຄຳພໍ ແສງຈັນ ເປັນປະທານກວດກາ ແລະ ທ່ານ ວົງວິທະຍາ ຄູນສະຫວັດ ເປັນຮອງປະທານກວດກາ.

ໂອກາດນີ້, ທ່ານ ຮສ. ປອ. ອານຸລົມ ວິໄລພອນ ສະແດງ ຄວາມຊົມເຊີຍຕໍ່ຜົນງານຕະຫຼອດ 5 ປີຜ່ານມາ ພ້ອມທັງໃຫ້ຄຳໂອ້ລົມຕໍ່ຄະນະບໍລິຫານງານ ສກລ ມຊ ຊຸດໃໝ່ ໃຫ້ຕັ້ງໜ້າປະຕິບັດໜ້າທີ່ວຽກງານຂອງ ສກລ ມຊ, ເອົາໃຈໃສ່ຕື່ມໃນການເຮັດວຽກໃຫ້ເປັນລະບົບກວ່າເກົ່າ ໂດຍນໍາໃຊ້ເງິນກອງທຶນເຂົ້າໃນການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃຫ້ທົ່ວເຖິງບໍ່ສະເພາະແຕ່ຊ່ວຍເຫຼືອພະນັກງານຄູ – ອາຈານເທົ່ານັ້ນ ຕ້ອງເຂົ້າເຖິງນັກສຶກສາຜູ້ທີ່ເປັນສະມາຊິກ ແນໃສ່ ຄວາມເປັນວິທະຍາສາດ ເປັນຕົ້ນແມ່ນຕ້ອງສຶກສາອົບຮົມໃຫ້ສະມາຊິກມີ ຄວາມພາກພູມໃຈ ແລະ ມີສ່ວນຮ່ວມຫຼາຍຂຶ້ນໃນການເບິ່ງແຍງຊີວິດການເປັນຢູ່ຂອງສະມາຊິກ ໃຫ້ເໝືອນເປັນກິດຈະກຳໜຶ່ງ ເພື່ອເຮັດໃຫ້ມີຄວາມຈະເລີນກ້າວໜ້າ ແລະ ກ້າວໄປເປັນຕົວແບບໃຫ້ຮາກຖານອື່ນມາເອົາເປັນບົດຮຽນ.

( ຂ່າວ: ກາວຊົ່ງ ) ( ຮູບ: ສຸກສະຫວັນ )