ລາວີ ພິກຈາກນັກເຕະຮູບຮ່າງນ້ອຍ ຈົນກາຍເປັນດາວດວງໃໝ່ຂອງ ຢູ 16 ລາວ

58

ກິ່ນອາຍແຫ່ງຄວາມພາກພູມໃຈຂອງ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ປີ ຍັງບໍ່ຈືດຈາງ ຫຼັງຈາກທີ່ເຫດການປະທັບໃຈເກີດຂຶ້ນຢ່າງຫຼວງຫຼາຍໃນການແຂ່ງຂັນບານເຕະຊີງແຊັມອາຊີ 2020 ຮຸ່ນອາຍຸບໍ່ເກີນ 16 ປີ ຮອບຄັດເລືອກ ກຸ່ມ J ທີ່ ສປປ ລາວ ເປັນເຈົ້າພາບລະຫວ່າງວັນທີ 18 – 22 ກັນຍາ 2019 ໂດຍສະເພາະ ລາວີ ສົມທອງຄໍາ ສາມາດແຈ້ງເກີດໄດ້ດ້ວຍການຍິງປະຕູໄຊໃຫ້ທີມຊາດລາວ ເອົາຊະນະ ມາເລເຊຍ ທີ່ເປັນເຖິງແຊັມບານເຕະຊີງແຊັມອາຊຽນ 2019.

ລາຍການດັ່ງກ່າວ ທີມຊາດລາວ ຢູ່ສາຍທີ່ໜັກທີ່ສຸດ ເພາະຮ່ວມສາຍກັບ ຍີ່ປຸ່ນ ແຊັມເກົ່າລາຍການນີ້, ມາເລເຊຍ ທີ່ຫາກໍຄວ້າແຊັມບານເຕະຊີງແຊັມອາຊຽນ 2019 ໃນຮຸ່ນ 15 ປີ ແລະ ກໍາປູເຈຍ ແຕ່ທີມຊາດລາວ ກໍສ້າງຜົນງານຢ່າງໂດດເດັ່ນ ເຖິງວ່ານັດທໍາອິດຈະຕ້ານທານແຊັມເກົ່າບໍ່ໄດ້ເສຍໄປ 0 – 4, ແຕ່ນັດຖັດມາສາມາດລົ້ມ ມາເລເຊຍ 1 – 0 ແລະ ກໍາປູເຈຍ 1 – 0 ມີ 6 ຄະແນນ ຢຶດອັນດັບ 2 ຂອງກຸ່ມ ແຕ່ບໍ່ສາມາດຜ່ານໄປຫຼິ້ນຮອບສຸດທ້າຍໄດ້ ເນື່ອງຈາກ ເຢເມນ, ອິນໂດເນເຊຍ, ອຸດສະເບກິດສະຖານ ແລະ ໂອມານ ສ້າງຜົນງານໄດ້ດີກວ່າ ຄວ້າສິດ 4 ທີມ ອັນດັບ 2 ທີ່ດີທີ່ສຸດເຂົ້າຮອບໄປ.

ເຫດການທີ່ໂດດເດັ່ນທີ່ສຸດແມ່ນ ລາວີ ສົມທອງຄໍາ ກາຍເປັນນັກເຕະທີມຊາດລາວ ທີ່ສາມາດຍິງປະຕູໃສ່ ມາເລເຊຍ ແລະ ເປັນປະຕູໄຊໃຫ້ກັບ ຢູ 16 ລາວ ເອົາຊະນະ ມາເລເຊຍ ໄດ້ສໍາເລັດ. ນອກນັ້ນ, ປະຕູໄຊດັ່ງກ່າວຍັງຊ່ວຍໃຫ້ ຢູ 16 ລາວ ເພີ່ມສະຖິຕິຊະນະ ມາເລເຊຍ ເປັນນັດທີ 2 ຕໍ່ຈາກປີ 2015 ທີ່ປະເທດກໍາປູເຈຍ ໂດຍ ລາວ ຊະນະ ມາເລເຊຍ 2 – 0 ໃນຕອນນັ້ນ, ເຮັດໃຫ້ປັດຈຸບັນພົບກັນທັງໝົດ 8 ຄັ້ງ ໃນລາຍການນີ້ ຊະນະ 2, ສະເໝີ 4 ແລະ ເສຍ 2 ນັດເທົ່າກັນ.

ຫຼັງຈົບການແຂ່ງຂັນ ລາວີ ເປີດໃຈກັບ ທີມຂ່າວເສດຖະ  ກິດ – ການຄ້າ ວ່າ: ເປັນໄລຍະເວລາທີ່ດີໃຈທີ່ສຸດຫາຫຍັງມາປຽບບໍ່ໄດ້ ຈາກການທີ່ສາມາດຍິງປະຕູທໍາອິດໃຫ້ກັບທີມຊາດລາວໄດ້ດັ່ງທີ່ຝັນເອົາໄວ້ ແລະ ຍັງພາທີມຊະນະ ມາເລເຊຍ ໄດ້ອີກດ້ວຍ ພ້ອມຍັງເຮັດໃຫ້ ຄວາມຫວັງຂອງນ້ອງທີ່ຢາກເປັນນັກກີລາທີ່ດີ ແລະ ຕິດທີມຊາດລາວທຸກໆຮຸ່ນຈົນເຖິງຊຸດໃຫຍ່ ມີແຮງກະຕຸ້ນຂຶ້ນຫຼາຍ ກວ່າເກົ່າ.

“ ເສັ້ນທາງກ້າວສູ່ນັກເຕະຂອງນ້ອງແມ່ນເລີ່ມຈາກຫຼິ້ນບານເຕະຕັ້ງແຕ່ຍັງນ້ອຍຕອນຮຽນປະຖົມດ້ວຍການເຕະໃຫ້ກັບໂຮງຮຽນ ເຖິງວ່າຈະບໍ່ຄ່ອຍໄດ້ລົງເປັນຕົວຈິງ ພົບກັບອຸປະສັກທີ່ເປັນນັກເຕະຮູບຮ່າງນ້ອຍ ແຕ່ສິ່ງນັ້ນບໍ່ເປັນບັນຫາສໍາລັບນ້ອງ ເພາະນ້ອງມີຄວາມຕັ້ງໃຈ ແລະ ກ້າຫານ ລວມເຖິງສະແຫວງຫາຄວາມຮູ້ ແລະ ປະສົບການຈົນເຮັດໃຫ້ນ້ອງຕິດທີມກະຊວງປ້ອງກັນຄວາມສະຫງົບ    ( ປກສ ) ຢູ 12 ປີ ໃນປີ 2014 ໂດຍແມ່ນອາຈານ ແສງດາວວີ ເປັນຜູ້ຊັກຊວນມາຫຼິ້ນບານເຕະ, ອາຈານ ຄິດສາຄອນ     ຈໍາປາທອງ ແລະ ຄຸນສົມບັນ       ພົມມະຫາໄຊ ທີ່ນັກເຕະຂອງ ປກສ ເອັຟຊີ ແລະ ທີມຊາດລາວ ເປັນຜູ້ຝຶກສອນຕະຫຼອດມາ ຈົນມາເຖິງປີ 2018 ສາມາດຕິດທີມຊາດລາວ ຄັ້ງທໍາອິດໃນຮຸ່ນ 16 ປີ ແລະ ປີ 2019 ກໍຕິດ ຢູ 16 ກ່ອນຈະແຈ້ງເກີດຍິງປະຕູທໍາອິດໄດ້ໃນນັດຊະນະ ມາເລເຊຍ 1 – 0.

ສໍາລັບ ລາວີ ສົມທອງຄໍາ ເກີດວັນທີ 1 ເມສາ 2004 ທີ່ບ້ານ ຄວາຍແດງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ສູງ 158 ຊັງຕີແມັດ ແລະ ໜັກ 48 ກິໂລກຣາມ ເລີ່ມຈາກການເປັນນັກເຕະເຍົາວະຊົນຂອງ ປກສ ເອັຟຊີ ( ກະຊວງປ້ອງກັນຄວາມສະຫງົບ ) ໃນປີ 2014 ແລະ ປັດຈຸບັນເປັນນັກເຕະຊຸດເຍົາວະຊົນຂອງ ລາວໂຕໂຢຕ້າ ເອັຟຊີ ຫຼິ້ນຕໍາແໜ່ງກອງກາງ ແລະ ຮຽນຢູ່ຊັ້ນ ມ 7 ມສ ສິມມະໂນ ນະຄອນຫຼວງວຽງຈັນ ໂດຍຈຸດເດັ່ນຂອງ ລາວີ ແມ່ນຮູບຮ່າງນ້ອຍ, ຄວາມໄວ, ມີຄວາມຕັ້ງໃຈ ແລະ ມີຄວາມກ້າຫານ.

( ຄໍາສອນ; ຮູບຈາກ: ສຕລ )