5 ປີເມືອງຊຳເໜືອ ມີການລົງທຶນທັງໝົດ 253 ໂຄງການ

64

ໃນແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ VIII ( 2015 – 2019 ) ຂອງເມືອງຊຳເໜືອທີ່ໄດ້ຮັບຮອງໃນກອງປະຊຸມໃຫຍ່ ຄັ້ງທີ 11 ຜ່ານມາໄດ້ມີການຮັບຮອງເອົາ 11 ແຜນງານ 256 ໂຄງການ ມີມູນຄ່າ 504,31 ຕື້ກີບ ຜ່ານການຈັດຕັ້ງປະຕິບັດຕົວຈິງບັນດາໂຄງການລົງທຶນຂອງລັດ, ທຶນຊ່ວຍເຫຼືອລ້າເພື່ອການພັດທະນາ ODA, ການລົງທຶນພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດສາມາດປະຕິບັດໄດ້ຕົວຈິງທັງໝົດ 253 ໂຄງການ ມີມູນຄ່າ 3.400  ຕື້ກວ່າກີບ.

ໃນນີ້, ການລົງທຶນຂອງ   ລັດມີ 149 ໂຄງການ, ມູນຄ່າ 3.341 ຕື້ກວ່າກີບ. ໃນນັ້ນ, ມູນຄ່າທີ່ໄດ້ປະຕິບັດຕົວຈິງ 2 ພັນ 709 ຕື້ກວ່າກີບ ເທົ່າກັບ 81,09% ຂອງມູນຄ່າການລົງທຶນທັງໝົດ, ມູນຄ່າຊຳລະແລ້ວ 577,75 ຕື້ກີບ ເທົ່າກັບ 17,29% ຂອງມູນຄ່າການລົງທຶນ ແລະ ໄດ້ຈັດຕັ້ງປະຕິບັດສຳເລັດແລ້ວ 132 ໂຄງການ, ພວມສືບຕໍ່ຈັດຕັ້ງປະຕິບັດ 17 ໂຄງການ; ການຊ່ວຍເຫຼືອລ້າ ແລະ ທຶນກູ້ຢືມ ODA ໄດ້ຮັບການຈັດຕັ້ງປະຕິບັດທັງໝົດ 98 ໂຄງການ ມີມູນຄ່າ 51,67 ຕື້ກີບ ເທົ່າກັບ 1,52% ຂອງການລົງທຶນທັງໝົດ ຈັດຕັ້ງ ປະຕິບັດໄດ້ 83,67%. ໃນນັ້ນ, ມີທຶນສົມທົບປະຊາຊົນ 935,77 ລ້ານກີບ.

ສ່ວນການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ມີຫົວໜ່ວຍທຸລະກິດເຂົ້າມາລົງທຶນທັງໝົດ 19 ໂຄງການ, ມີມູນຄ່າ 16,94 ລ້ານໂດລາສະຫະລັດ. ໃນນີ້, ເປັນການລົງທຶນຂອງນັກລົງທຶນຕ່າງປະເທດ 5 ໂຄງການ, ມູນຄ່າ 10,96 ລ້ານໂດລາສະຫະລັດ ແລະ ເປັນການລົງທຶນຂອງນັກທຸລະກິດພາຍໃນ 14 ໂຄງການ ມູນຄ່າ 5,98 ຕື້ກີບ.

ບັນດາໂຄງການທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະ 5 ປີຜ່ານມາຂອງເມືອງຊຳເໜືອ ໄດ້ເປັນການກະຕຸກຊຸກຍູ້ໃຫ້ແກ່ການພັດທະນາເສດຖະກິດ – ສັງຄົມຢູ່ພາຍໃນເມືອງຊຳເໜືອ ຄ່ອຍໆໄດ້ຮັບການພັດທະນາຂຶ້ນເປັນກ້າວໆ ເຮັດໃຫ້ເມືອງຊຳເໜືອ ມີໂສມໜ້າໃໝ່ທີ່ດີຂຶ້ນກວ່າເກົ່າ.

( ຂ່າວ: ງຸດ ວິໄລຄຳ )