ມູນຄ່າການສົ່ງອອກສິນຄ້າແຂວງໄຊຍະບູລີ ເພີ່ມຂຶ້ນເກືອບ 20%

87

ໄລຍະ 9 ເດືອນ ປີ 2019 ແຂວງໄຊຍະບູລີ ສາມາດສົ່ງອອກສິນຄ້າໄດ້ 33 ລ້ານໂດລາສະຫະລັດ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນເກືອບ 20% ສິນຄ້າສ່ວນໃຫຍ່ປະເພດກະສິກຳ, ຂະນະດຽວກັນໄດ້ອະນຸຍາດຂຶ້ນທະບຽນວິສາຫະກິດໄດ້ 300 ກວ່າ. ໃນນີ້, ທຶນຈົດທະບຽນທັງໝົດ 200 ກວ່າຕື້ກີບ.

ທ່ານ ຈັນເພັງ ພັນທຸອາມາດ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ການສົ່ງອອກສິນຄ້າໄປຕ່າງປະເທດ, ຕ່າງ ແຂວງ ຍັງເປັນສິນຄ້າຜະລິດຕະພັນກະສິກໍາ ແລະ ເຄື່ອງປ່າຂອງດົງ ຖືວ່າເປັນສິນຄ້າຫຼັກຂອງແຂວງໄຊຍະບູລີ ເຊິ່ງສະແດງອອກໃນ 9 ເດືອນແຂວງໄຊຍະບູລີ ສາມາດສົ່ງອອກສິນຄ້າໄດ້ 33 ລ້ານກວ່າໂດລາ ທຽບໃສ່ແຜນການປີປະຕິບັດໄດ້ 102,83% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 19,60%. ໃນນີ້, ຜະລິດກະສິກໍາມູນຄ່າ 32 ລ້ານກວ່າໂດລາ, ເຄື່ອງປ່າຂອງດົງ 586.185 ໂດລາ, ປຸ໋ຍຊີວະພາບ, ເຫຼັກເສດ, ເສດເຈ້ຍ, ຂີ້ເຖົ່າລອຍ, ຫີນຄົບ, ແຮ່ບາຣິດ.

ສ່ວນການນໍາເຂົ້າສິນຄ້າມີມູນຄ່າທັງໝົດ 77 ລ້ານກວ່າໂດລາ ທຽບໃສ່ແຜນການປະຕິບັດໄດ້ 411,97% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 9,53 ເທົ່າຕົວ; ສິນຄ້າທີ່ນໍາເຂົ້າມີໝວດສະບຽງອາຫານ ແລະ ເຄື່ອງດື່ມ, ອຸປະກອນກໍ່ສ້າງ ແລະ ເຄື່ອງໄຟຟ້າ, ອຸປະກອນແນວພັນຮັບໃຊ້ການຜະລິດ, ພາຫະນະ ແລະ ເຄື່ອງອາໄຫຼ່, ເຄື່ອງປັບປຸງໂຮງງານ, ອົກຊີແຊນສໍາເລັດຮູບ, ການນໍາເຂົ້າໂຄງການກໍ່ສ້າງພື້ນຖານໂຄງລ່າງຂອງແຂວງ ມີມູນຄ່ານໍາເຂົ້າທັງໝົດ 71 ລ້ານໂດລາ, ອຸປະກອນກໍ່ສ້າງ ແລະ ເຄື່ອງໃຊ້ໄຟຟ້າ ມູນຄ່າ 3 ລ້ານກວ່າໂດລາ, ສານເຄມີອຸດສາຫະກໍາ ມູນຄ່າ 1 ລ້ານກວ່າໂດລາ ແລະ ນໍ້າມັນເຊື້ອໄຟມູນຄ່າ 66 ລ້ານກວ່າໂດລາ.

ຂະນະດຽວກັນ, ໃນການອອກອະນຸຍາດຂຶ້ນທະບຽນວິສາຫະກິດໃຫ້ຜູ້ປະກອບການທົ່ວແຂວງໃນ 9 ເດືອນຜ່ານມາ ໄດ້ທັງໝົດ 348 ທະບຽນ ມີທຶນທັງໝົດ 201,71 ຕື້ກວ່າກີບ. ໃນນີ້, ຂະແໜງອຸດສາຫະກໍາ 30 ທະບຽນ 28,9 ຕື້ກີບ, ຂະແໜງການຄ້າ 159 ທະບຽນ ມີທຶນ 106,78 ຕື້ ກວ່າກີບ, ຂະແໜງບໍລິການ 150 ທະບຽນ ມີທຶນ 33,94 ຕື້ກວ່າກີບ, ຂະແໜງກະສິກໍາ 9 ທະບຽນມີທຶນ 32 ຕື້ກວ່າກີບ.

ມາຮອດປັດຈຸບັນໃນທົ່ວແຂວງໄຊຍະບູລີ ມີຫົວໜ່ວຍທຸລະກິດທັງໝົດ 9.761 ຫົວໜ່ວຍ, ມີທຶນທັງໝົດ 3.563 ຕື້ກີບ. ໃນນັ້ນ, ຂະແໜງອຸດສາຫະກໍາມີ 770 ທະບຽນ ມີທຶນ 551 ຕື້ກີບ, ຂະແໜງການຄ້າມີ 4.745 ທະບຽນ ມີທຶນ 1.161 ຕື້ກີບ, ຂະແໜງບໍລິການມີ 3.897 ທະບຽນ ມີທຶນ 1.410 ຕື້ກີບ, ຂະແໜງກະສິກໍາມີ 349 ທະບຽນ ມີທຶນ 439 ຕື້ກີບ. ທ່ານ ຈັນເພັງ ພັນທຸອາມາດ ຍັງກ່າວຕື່ມວ່າ: ໃນ 3 ເດືອນທ້າຍປີ 2019 ຕ້ອງເອົາໃຈໃສ່ສູ້ຊົນສົ່ງອອກສິນຄ້າໃຫ້ໄດ້ 3 ລ້ານກວ່າໂດລາ ແລະ ປະຕິບັດການຄຸ້ມຄອງນໍາເຂົ້າສິນຄ້າຈາກຕ່າງປະເທດໃຫ້ໄດ້ 9 ລ້ານກວ່າໂດລາ.

( ຂ່າວ: ບຸນທີ )