ແຂວງອັດຕະປື ແຕ່ງຕັ້ງທ່ານກິແກ້ວ ມະນີຈັນ ຂຶ້ນເປັນຮອງຫົວໜ້າພະແນກການເງິນ

153

ວັນທີ 24 ກັນຍາ 2019 ພະແນການການເງີນແຂວງ ອັດຕະປື ໄດ້ປະກາດແຕ່ງຕັ້ງຮອງຫົວໜ້າພະແນກການເງີນ ແຂວງອັດຕະປື ເພີ່ມຕື່ມ 1 ສະຫາຍໂດຍປະຕິບັດຕາມຂໍ້ຕົກລົງ ກະຊວງການເງິນ ເລກທີ 3231/ກງ ລົງວັນທີ 9 ສິງຫາ2019, ຂໍ້ຕົກລົງຂອງທ່ານເຈົ້າແຂວງ ອັດຕະປື ເລກທີ 1349 ແລະ ເລກທີ1350/ຈຂ-ອປ ລົງວັນທີ 28 ສິງຫາ 2019 ວ່າດ້ວຍການຍົກຍ້າຍ ແລະແຕ່ງຕັ້ງພະນັກງານ.

ໃນພິທີຄະນະຈັດຕັ້ງແຂວງໄດ້ຜ່ານບັນດາຂໍ້ຕົກລົງຢ່າງເປັນທາງການແລ້ວວ່າດ້ວຍການແຕ່ງຕັ້ງ ສະຫາຍ ກິແກ້ວ ມະນີຈັນ ຫົວໜ້າດ່ານສາກົນພູເກືອແຂວງອັດຕະປື ມາເປັນຮອງຫົວໜ້າພະແນກການເງິນແຂວງອັດຕະປືໂດຍມີບັນດາຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງພ້ອມດ້ວຍຫົວໜ້າຫ້ອງການເງີນເມືອງ 5 ເມືອງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຕໍ່ຄຳໂອວາດຂອງ ສະຫາຍ ອຸ່ນຫຼ້ລາ ໄຊຍະສິດ ຮອງເຈົ້າ ແຂວງ ອັດຕະປືທີ່ໄດ້ໃຫ້ກຽດເປັນປະທານ ແລະ ໃຫ້ທິດຊີ້ນຳແກ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ໃນພິທີປະກາດຄັ້ງນີ້ ສະຫາຍ ກິແກ້ວມະນີຈັນ ຮອງຫົວໜ້າພະແນກການເງີນ ແຂວງ ອັດຕະປື ທີ່ໄດ້ຮັບຕຳແໜງຜູ້ໃໝ່ນີ້ໄດ້ສະແດງທັດສະນະຕໍ່ອຳນາດການປົກຄອງແຂວງ ອັດຕະປື ວ່າ: ຕໍ່ໜ້າພັກ-ລັດທີ່ໄດ້ມີຄວາມເຊື່ອໝັ້ນ ແລະຄວາມໄວ້ວາງໃຈໃນການປະບັດໜ້າທີ່ເປັນຮອງຫົວໜ້າພະແນກການເງິນອີກເທື່ອໃໝ່ນີ້ເຊິ່ງກໍ່ຮັບຮູ້ໄດ້ວ່າ ການແຕ່ງຕັ້ງສັບປ່ຽນນອກຈາກເປັນກົດເກນຂອງພັກແລ້ວແຕ່ກໍ່ຍັງແມ່ນການມອບໝາຍຄວາມຮັບຜິດຊອບອັນໜັກໜ່ວງ ແລະ ມີກຽດສະຫງ່າຂ້າພະເຈົ້າພ້ອມແລ້ວ ຈະສືບຕໍ່ປະຕັດໜ້າທີ່ດ້ວຍຄວາມຈົງຮັກພັກດີຕໍ່ພາລະກິດແລະ ອຸດົມການຂອງພັກ ເພື່ອຜົນປະໂຫຍດລວມຂອງຊາດ, ຈະເຊີດຊູຄວາມຮັບຜິດຊອບ,ຄວາມເປັນເຈົ້າການຮ່ວມກັບບັນດາສະຫາຍສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນຂະແໜງການເງິນ ແລະ ສົມທົບກັບອຳນາດການປົກຄອງທຸກຂັ້ນເພື່ອຂຸດຄົ້ນເກັບລາຍຮັບ ແລະຄຸ້ມຄອງລາຍຈ່າຍໃຫ້ໄປຕາມລະບຽບກົດໝາຍເທື່ອລະກ້າວ.

ໂດຍ: ມາລາທິບ