ກໍາປູເຈຍ ສາມາດລຶບລ້າງຄວາມທຸກຍາກເຫຼືອພຽງ 10%

39

ທ່ານ ຮຸນເຊັນ ຜູ້ນໍາ ກຳປູເຈຍ ປະກາດຄວາມສໍາເລັດຂອງລັດຖະບານ ສາມາດລຶບລ້າງຄວາມທຸກຍາກໃນປະເທດ ເຫຼືອພຽງ 10% ໃນໄລຍະ 15 ປີທີ່ຜ່ານມາ, ພ້ອມທັງຕັ້ງເປົ້າເປັນປະເທດລາຍໄດ້ປານກາງລະດັບສູງ ພາຍໃນປີ 2030.

ນາຍົກກໍາປູເຈຍ ທ່ານ ຮຸນເຊັນ ຖະແຫຼງການເມື່ອທ້າຍອາທິດທີ່ຜ່ານມາ ວ່າ: ອັດຕາຄວາມທຸກຍາກໃນ ກໍາປູເຈຍ ໃນໄລຍະ 15 ປີທີ່ຜ່ານມາ ແລະ ມີທ່າອ່ຽງຈະຫຼຸດລົງເລື້ອຍໆໃນປີຕໍ່ໆໄປ.

ສັນຕິພາບ, ການຂະຫຍາຍຕົວທາງເສດຖະກິດ ແລະ ນະໂຍບາຍການພັດທະນາທີ່ເໝາະສົມ ພາຍໃຕ້ຍຸດທະສາດສີ່ຫຼ່ຽມຂອງປະເທດ ໄດ້ຊ່ວຍຫຼຸດອັດຕາ ຄວາມທຸກຍາກໃນ ກໍາປູເຈຍ ຢ່າງຫຼວງຫຼາຍຈາກ 53,2% ໃນປີ 2004 ເຫຼືອພຽງ 10%.

ກໍາປູເຈຍ ປະສົບຄວາມສໍາເລັດດ້ວຍອັດຕາການຂະຫຍາຍຕົວທາງເສດຖະກິດ ຫຼາຍກວ່າ 7% ຕໍ່ປີ ໃນໄລຍະ 2 ທົດສະວັດທີ່ຜ່ານມາ ໂດຍສ່ວນໃຫຍ່ມາຈາກການສົ່ງອອກເສື້ອຜ້າ, ການທ່ອງທ່ຽວ, ການກໍ່ສ້າງ ແລະ ອະສັງຫາລິມະຊັບ ແລະ ກະສິກໍາ.

ນາຍົກກໍາປູເຈຍ ກ່າວວ່າ:  ປັດຈຸບັນ ກໍາປູເຈຍ ມີປະຊາກອນປະມານ 16 ລ້ານຄົນ ເປັນປະເທດທີ່ລາຍໄດ້ປານກາງລະດັບຕໍ່າ, ແຕ່ຄາດຄະເນວ່າຈະກາຍເປັນປະເທດລາຍໄດ້ປານກາງລະດັບສູງໃຫ້ໄດ້ພາຍໃນປີ 2030 ແລະ ເປັນປະເທດລາຍໄດ້ສູງ ພາຍໃນປີ 2050.