ມາເກວຊ ຈໍ່ຈະຄວ້າແຊັມໂລກ ສະໄໝທີ 6 ຫຼັງໄດ້ສະຫຼອງແຊັມສະໜາມທີ 200

36

ມາກ ມາເກວຊ ນັກແຂ່ງລົດຈັກທາງລຽບຂອງ ເຣບໂຊລ ຮອນດ້າ ຍັບເຂົ້າໃກ້ແຊັມໂລກສະໄໝທີ 6 ຂອງຕົວເອງໄປທຸກຂະນະ ຫຼັງຈາກທີ່ປະກາດສັກດາຄວ້າແຊັມສະໜາມທີ 200 ຂອງຕົວເອງຕະຫຼອດອາຊີບ ໄດ້ໃນທ້າຍອາທິດທີ່ຜ່ານມາໃນລາຍການ ອາຣາກອນ ກຣັງປຣີ ທີ່ປະເທດແອັດສະປາຍ.

ຈາກຜົນດັ່ງກ່າວເຮັດໃຫ້ຄະແນນສະສົມຂອງ ມາເກວຊ ປັດຈຸບັນ ມີ 300 ຄະແນນຫຼາຍກວ່າ ໂດວິຊິໂອໂຊ 98 ຄະແນນ ເຮັດໃຫ້ມີສິດຄວ້າແຊັມໂລກ ສະໄໝທີ 6 ໄປຄອງທັນທີ ຖ້າຫາກໄດ້ແຊັມໃນລາຍການ ໄທແລນ ກຣັງປຣີ ທີ່ບຸຣີຣໍາ ປະເທດໄທ ລະຫວ່າງວັນທີ 4 – 6 ຕຸລາ 2019 ພ້ອມກັບເງື່ອນໄຂຂອງຄູ່ແຂ່ງເປັນໃຈ.

( ຄໍາສອນ; ຮູບຈາກ: AP )