ພັກການເມືອງ ອັງກິດສະເໜີຍຸບໂຮງຮຽນເອກະຊົນ

159

ທ່ານ ຈອນ ແມກຄອນເນວ ຫົວໜ້າຝ່າຍນະໂຍບາຍການເງິນພັກແຮງງານ ກ່າວໃນກອງປະຊຸມພັກປະຈໍາປີໃນເມືອງໄບຕັນ ຂອງອັງກິດ ເມື່ອຕົ້ນອາທິດນີ້ ວ່າ: ພັກແຮງງານໄດ້ຜ່ານຍັດຕິທີ່ຈະຍົກເລີກໂຮງຮຽນເອກະຊົນ ແລະ ລວມເຂົ້າກັບໂຮງຮຽນລັດ.

ຂະນະທີ່ພັກແຮງງານກໍາລັງສະເໜີນະໂຍບາຍໃໝ່ໃນກອງປະຊຸມດັ່ງກ່າວ ຫວັງສະເໜີຕົວເປັນລັດຖະບານຊຸດໃໝ່ແທນທີ່ລັດຖະບານຂອງນາຍົກລັດຖະມົນຕີ ອັງກິດ ທ່ານ ບໍຣິດ ຈອນສັນ ໃນການເລືອກຕັ້ງທີ່ຄາດຄະເນວ່າຈະມີຂຶ້ນກ່ອນທ້າຍປີນີ້.

ທັງນີ້, ນັກຮຽນ ອັງກິດ ໄດ້ຮັບການສຶກສາໃນໂຮງຮຽນເອກະຊົນ ພຽງປະມານ 7% ແຕ່ນັກວິຈານກ່າວວ່ານັກຮຽນກຸ່ມນີ້ຄອງອັດຕາສ່ວນ ສ່ວນໃຫຍ່ໃນມະຫາວິທະຍາໄລຊັ້ນນໍາ ແລະ ໄດ້ຮັບຕໍາແໜ່ງອາວຸໂສທາງການເມືອງ, ກົດໝາຍ, ສື່ ແລະ ທຸລະກິດຫຼາຍກວ່າຈາກໂຮງຮຽນລັດ.

ນອກຈາກນີ້, 2/3 ຂອງບັນດາລັດຖະມົນຕີອາວຸໂສໃນຄະນະລັດຖະມົນຕີ ປັດຈຸບັນຈົບມາຈາກໂຮງຮຽນເອກະຊົນ.