ຈະໄດ້ໃບປະກາດແດງ ຕ້ອງເຂົ້າໃຈໃນແກ່ນແທ້ “ຈັນໄທ ແສງຈັນ” ກົດໝາຍ “ການຕ່າງປະເທດ”

212

ຈັນໄທ ແສງຈັນ ຫຼື ໄທ ອາຍຸ 22 ປີ, ສາວນ້ອຍ ອະດີດນັກຮຽນເກັ່ງໃບປະກາດແດງ ມ7 ຈາກແຂວງ ສາລະວັນ ພັດທະນາໄປຕໍ່ເນື່ອງບໍ່ປ່ອຍໃຫ້ຊື່ສຽງຖົດຖອຍ ຫຼ້າສຸດສາມາດຄວ້າໃບປະກາດແດງ ອີກໃບສາຂາ ການຕ່າງປະເທດປະລິນຍາຕີ ຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ.

ໄທບອກກັບທີມຂ່າວເສດຖະກິດ-ການຄ້າວ່າ ທີ່ຈິງແລ້ວບໍ່ວ່າຮຽນຫຍັງມັນກໍ່ສໍາຄັນຄືກັນ ແຕ່ໄທເລືອກຮຽນສາຂານີ້ຍ້ອນວ່າ ໜຶ່ງແມ່ນວິຊາຫຼັກທີ່ໄດ້ຮຽນສ່ວນຫຼາຍແມ່ນເປັນພາສາຕ່າງປະເທດ (ອັງກິດ ແລະ ຝຣັ່ງ) ຍ້ອນສະພາບເສດຖະກິດຄອບຄົວບໍ່ຄ່ອຍດີ ຈຶ່ງເລືອກຮຽນສາຍນີ້ ເພື່ອຮຽນຮູ້ພາສາຕ່າງປະເທດ ທີ່ນໍາໃຊ້ຢູ່ໃນກົດໝາຍ ແລະ ທີ່ສຳຄັນແມ່ນຮຽນຮູ້ກ່ຽວກັບກົດໝາຍຂອງ ສປປ ລາວ.

ໄທ ເປັນຄົນທີ່ບໍ່ຄ່ອຍຈັດແບ່ງເວລາຮຽນໃຫ້ກັບໂຕເອງ, ແຕ່ຈະເອົາໃຈໃສ່ດີໃນເວລາຮຽນໜັງສື, ມັກເຮັດວຽກບ້ານ ຫຼື ເຮັດບົດລາຍງານແລ້ວກ່ອນໄປເຮັດກິດຈະກຳອື່ນໆ ຈະເວົ້າໄປແລ້ວຍາມຮຽນຕ້ອງເອົາການຮຽນເປັນຫຼັກ ສ່ວນກິດຈະກຳອື່ນໃຫ້ຈັດມາຕາມທີ່ຫຼັງ.

ສຳລັບຂໍ້ສະດວກທີ່ເຮັດໃຫ້ໄທຮຽນໄດ້ດີ ແມ່ນມີປຶ້ມແບບຮຽນຫຼາຍເຫຼັ້ມໃຫ້ອ່ານ ແລະ ທໍາຄວາມເຂົ້າໃຈໄດ້ຫຼາຍຂຶ້ນຕື່ມຈາກທີ່ໄດ້ຟັງອາຈານບັນຍາຍມາ,  ແຕ່ບໍ່ແມ່ນເປັນນັກຮຽນເກັ່ງແລ້ວຈະເກັ່ງໄປທຸກຢ່າງ ໄທຍອມຮັບວ່າ ມີບາງວິຊາທີ່ອາຈານເອົາມາສອນກໍ່ໄກໂຕເກີນໄປ ເຮັດໃຫ້ບໍ່ສາມາດເຂົ້າເຖິງແກ່ນແທ້ຂອງວິຊານັ້ນໆໄດ້ຢ່າງເຕັມທີ່.

ສ່ວນເຄັດລັບທີ່ຊ່ວຍໃຫ້ໄທໄດ້ຄະແນນດີ ຫຼື ຮຽນເກັ່ງ ແມ່ນເວລາຮຽນຕ້ອງຕັ້ງໃຈຮຽນ, ຕ້ອງເຂົ້າໃຈເນື້ອໃນບົດຮຽນ ແລະ ສາມາດອະທິບາຍໃຫ້ເຂົ້າໃຈໄດ້, ຖ້າເຂົ້າໃຈເນື້ອໃນບົດຮຽນໃນເວລາຮຽນແລ້ວ ໃນເວລາເສັງກໍ່ບໍ່ຍາກເລີຍທີ່ຈະສາມາດໄດ້ຄະແນນດີ.

ສິ່ງທີ່ເປັນແຮງຜັກດັນໃຫ້ໄທ ຕັ້ງໃຈຮຽນ ແລະ ກາຍເປັນນັກຮຽນເກັ່ງແມ່ນເລີ່ມຕົ້ນມາຈາກພໍ່ແມ່ ຍ້ອນໄທ ເຫັນເພິ່ນເຮັດວຽກໜັກເພື່ອເຮົາ ເຮົາຕ້ອງພະຍາຍາມເຮັດໜ້າທີ່ຂອງຕົນໃຫ້ດີທີ່ສຸດ ໃຫ້ເພີ່ນພູມໃຈ ແລະ ໃນອະນາຄົດຈະບໍ່ລຳບາກ.

ກິດຈະກໍາທີ່ມັກເຮັດຫຼັງເລີກຮຽນກໍ່ຄືຟັງເພງ ເພື່ອເປັນການຜ່ອນຄາຍສະໝອງບໍ່ໃຫ້ມີຄວາມຕຶງຄຽດກັບການຮຽນເກີນໄປ ຫຼື ອອກກໍາລັງກາຍໃຫ້ຮ່າງກາຍ ແລະ ຈິດໃຈເຂັ້ມແຂງ ເພື່ອພ້ອມຮັບມືກັບສິ່ງຕ່າງໆທີ່ຈະເຂົ້າມາໃນຊີວິດຢ່າງມີສະຕິ.

ໄທ ບອກວ່າ: ກ່ອນຈະໄດ້ໃບປະກາດແດງບໍ່ແມ່ນເລື່ອງງ່າຍ ແລະ ກໍ່ບໍ່ແມ່ນເລື່ອງຍາກສຳລັບຄົນທີ່ຕັ້ງໃຈ ແລະ ມຸ້ງໝັ້ນ, ສຳລັບໄທເອງແມ່ນຮູ້ສຶກດີໃຈ ແລະ ພູມໃຈໃນຕົວເອງທີ່ສາມາດເຮັດໄດ້ ເຊິ່ງຜົນສໍາເລັດນີ້ ບໍ່ແມ່ນໄດ້ແຕ່ໃບປະກາດແດງເທົ່ານັ້ນ ແຕ່ຜົນສໍາເລັດຂອງໄທ ເຮັດໃຫ້ພໍ່ແມ່ພູມໃຈໃນຕົວທີ່ສາມາດເຮັດໃຫ້ກ້າວເດີນມາເຖິງຈຸດນີ້.

*

ສຳລັບຄະຕິເຕືອນໃຈຂອງໄທໃນເວລາພົບບັນຫາ ຫຼື ເວລາທໍ້ໃຈ ໄທຈະບອກຕົວເອງວ່າ “ອົດທົນເອົາ, ບໍ່ເປັນຫຍັງ, ດຽວມັນກະຜ່ານໄປໄດ້” ເຊິ່ງໄທເຊື່ອວ່າທຸກຄົນຕ້ອງໄດ້ພົບບັນຫາຢູ່ສະເໝີ ກ່ອນຈະປະສົບຜົນສຳເລັດໄດ້.

ສຸດທ້າຍນີ້, ໄທ ກໍ່ຢາກໃຫ້ກຳລັງໃຈຜູ້ທີ່ກຳລັງສຶກສາຢູ່ ຂໍໃຫ້ຕັ້ງໃຈຮຽນ ແຕ່ກໍ່ບໍ່ໄດ້ໝາຍເຖິງວ່າໃຫ້ຕັ້ງໃຈຮຽນເອົາແທ້ເອົາວ່າ ຂໍພຽງແຕ່ມີຄວາມຮັບຜິດຊອບ ແລະ ເຮັດໜ້າທີ່ຂອງຕົນເອງໃຫ້ດີທີ່ສຸດກໍ່ພໍ, ບໍ່ຕ້ອງຄິດຫຍັງຫຼາຍ ເຮັດເທົ່າທີ່ໂຕເອງເຮັດໄດ້ ບໍ່ຕ້ອງກົດດັນໂຕເອງຫຼາຍເກີນໄປ ແລະ ຄິດສະເໝີວ່າ  “ຄົນອື່ນຍັງເຮັດໄດ້ ເຮົາກໍ່ຕ້ອງເຮັດໄດ້ຄືກັນ”.