ເຈົ້າເມືອງອຸທຸມພອນ ລົງຊຸກຍູ້ປະຊາຊົນສ້ອມແປງທາງ

90

ໃນວັນ 23 ກັນຍາ 2019 ທີ່ຜ່ານມາ, ທ່ານ ປະສົງສິນ ຈະເລີນສຸກ ເຈົ້າເມືອງອຸທຸມພອນ ພ້ອມຄະນະ ແລະ ພາກສ່ວນກ່ຽວຂ້ອງໄດ້ລົງຊຸກຍູ້ຕິດຕາມການສ້າງຂະບວນການອອກແຮງງານລວມຂອງພໍ່ແມ່ປະຊາຊົນເຂດບ້ານເຫຼົ່າໃຫຍ່ ແລະ ບ້ານໂນນວິໄລ ໂດຍການສ້ອມແປງຄືນເສັ້ນທາງທີ່ໄດ້ຮັບຄວາມເສຍຫາຍ ເນື່ອງຈາກເກີດມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ໃນກາງເດືອນສິງຫາທີ່ຜ່ານມາ, ເຮັດໃຫ້ເສັ້ນທາງເປັນບວກເປັນຂຸມ, ຖືກເຊາະເຈື່ອນ, ຈຸດວາງທໍ່ລະບາຍນ້ຳຫຼາຍແຫ່ງຖືກນ້ຳເຊາະເຈື່ອນ ເຮັດໃຫ້ດິນເຈື່ອນ ແລະ ຂາດ ໂດຍສະເພາະເສັ້ນທາງແຕ່ບ້ານໂນນວິໄລ ຫາ ບ້ານເຫຼົ່າໃຫຍ່ ແລະ ເສັ້ນທາງພາຍໃນບ້ານ ເຊິ່ງບາງຈຸດເປ່ເພເສຍຫາຍຈົນເກືອບບໍ່ສາມາດທຽວໄດ້.

ທ່ານ ສົມສີ ໄຊຍະລາດ ກຳມະການພັກເມືອງ ຜູ້ຊີ້ນຳກຸ່ມບ້ານໄດ້ໃຫ້ຮູ້ວ່າ: ຕໍ່ກັບສະພາບການດັ່ງກ່າວ ພາຍຫຼັງທີ່ຝົນຢຸດຕົກມາໄດ້ໄລຍະໜຶ່ງ ທາງຄະນະອຳນາດການປົກຄອງກໍໄດ້ມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອປຶກສາຫາລືຫາວິທີທາງແກ້ໄຂສ້ອມແປງຄືນ ແຕ່ຂາດງົບປະມານ. ດັ່ງນັ້ນ, ຈຶ່ງໄດ້ປຸກລະດົມເອົາພໍ່ແມ່ປະຊາຊົນທັງສອງບ້ານດັ່ງກ່າວ ສ້າງຂະບວນການອອກແຮງງານລວມສ້ອມແປງເສັ້ນທາງ ໂດຍການໃຊ້ລົດຟອດໄຖເປັນຮ່ອງລະບາຍນ້ຳລຽບສອງຂ້າງທາງ ແລ້ວໃຊ້ແຮງງານຄົນປັບລະດັບໜ້າທາງ ໂດຍການໃຊ້ຈົກ, ຊວ້ານ, ຂຸດດິນຖົມໃສ່ບ່ອນທີ່ເປັນບວກ – ຂຸມ ເຊິ່ງມີຈຳນວນພົນເຂົ້າຮ່ວມທັງໝົດ 350 ກວ່າຄົນ ໂດຍແບ່ງເປັນ 3 ຈຸດ, ລວມໄລຍະທາງທັງໝົດ ເກືອບ 5 ກິໂລແມັດ.

ໂອກາດນີ້, ທ່ານເຈົ້າເມືອງອຸທຸມພອນ ກໍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ອົງການຈັດຕັ້ງ ຕະຫຼອດຮອດພໍ່ແມ່ປະຊາຊົນທີ່ໄດ້ປະກອບສ່ວນທາງດ້ານເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການບູລະນະສ້ອມແປງເສັ້ນທາງຄັ້ງນີ້. ພ້ອມນັ້ນ, ທ່ານກໍຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ຈົ່ງພ້ອມກັນເປັນເຈົ້າການໃນການປົກປັກຮັກສາ ແລະ ສ້ອມແປງເສັ້ນທາງໃນຂອບເຂດຂອງບ້ານໃຜລາວ ເພື່ອຄວາມສະດວກໃນການສັນຈອນໄປ – ມາ.