ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອພັດທະນາຄຸນນະພາບຊີວິດ

503

ປັດຈຸບັນເປັນທີ່ຍອມຮັບກັນທົ່ວໄປວ່າ ໃນປະເທດທີ່ພັດທະນາແລ້ວນັ້ນປັດໄຈໜຶ່ງ ເຊິ່ງເປັນສິ່ງຈຳເປັນຢ່າງຍິ່ງຕໍ່ການພັດທະນາປະເທດ ແລະ ພັດທະນາຄຸນນະພາບຊີວິດໄປສູ່ການກິນດີຢູ່ດີຂອງປະຊາກອນໂດຍລວມນັ້ນ ຄື: ການມີຖານທາງວິທະຍາສາດ ແລະ ເຕັກໂນໂລຊີທີ່ເຂັ້ມແຂງທີ່ມີການພັດທະນາ ແລະ ນຳເຕັກໂນໂລຊີໄປໃຊ້ໃນການດຳເນີນຊີວິດຢ່າງຈິງຈັງ ເພື່ອເປົ້າໝາຍສູງສຸດຄືປະໂຫຍດທາງເສດຖະກິດ ແລະ ສັງຄົມ. ດັ່ງນັ້ນ, ເປົ້າໝາຍສູງສຸດຂອງການໃຊ້ເຕັກໂນໂລຊີ ເພື່ອຄຸນນະພາບຊີວິດ ກໍຄື: ເພື່ອຄວາມຍືນຍົງທາງເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ.

ການພັດທະນາຄຸນນະພາບຊີວິດ ແລະ ເສດຖະກິດທີ່ຍືນຍົງ ຈະຕ້ອງອາໄສພື້ນຖານທາງວິທະຍາສາດ ແລະ ເຕັກໂນໂລຊີທີ່ແຂງແກ່ນຂອງປະເທດ, ມີຄຸນນະພາບຊີວິດທີ່ດີ ຄື: ມີຄວາມສຸກ, ມີຄອບຄົວທີ່ອົບອຸ່ນ, ມີຊຸມຊົນທີ່ເຂັ້ມແຂງ, ມີສັນຕິສຸກໃນສັງຄົມ ແລະ ມີສິ່ງແວດລ້ອມທີ່ຍືນຍົງ. ດັ່ງນັ້ນ, ການພັດທະນາຄຸນນະພາບຊີວິດຈຶ່ງບໍ່ໄດ້ໝາຍເຖິງການໃຊ້ເຕັກໂນໂລຊີທີ່ທັນສະໄໝພຽງເທົ່ານັ້ນ ແຕ່ຍັງລວມທັງການຮູ້ຈັກປັບປຸງ ແລະ ພັດທະນາເຕັກໂນໂລຊີໃຫ້ເໝາະສົມກັບສະພາບທັງໃນດ້ານເສດຖະກິດ, ການສຶກສາ, ຂີດຄວາມສາມາດ ແລະ ຄວາມພ້ອມຂອງແຕ່ລະຄົນ ແຕ່ເນື່ອງຈາກການປ່ຽນແປງ ແລະ ຄວາມກ້າວໜ້າທາງວິທະຍາສາດ ແລະ ເຕັກໂນໂລຊີເກີດຂຶ້ນຕະຫຼອດເວລາ ແລະ ສົ່ງຜົນກະທົບຫຼາຍຕໍ່ການດຳລົງຊີວິດປະຈຳວັນ ແລະ ຄຸນນະພາບຊີວິດຂອງຄົນເຮົາ ທັງທາງສ້າງສັນ ແລະ ຄຸກຄາມຕໍ່ຊີວິດຄວາມເປັນຢູ່ ແລະ ວັດທະນະທຳດັ້ງເດີມຂອງຊຸມຊົນ.

ການສ້າງສັນ ແລະ ພັດທະນາຄຸນນະພາບຊີວິດ ໝາຍເຖິງວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອເຮັດໃຫ້ຄຸນນະພາບຊີວິດຂອງບຸກຄົນ, ສັງຄົມ ແລະ ປະເທດຊາດດີຂຶ້ນ ພັດທະນາຍິ່ງຂຶ້ນ ຄື: ການສົ່ງເສີມການພັດທະນາຄຸນນະພາບຊີວິດຂອງບຸກຄົນໂດຍລວມໃຫ້ກ້າວໜ້າ, ກ້າວໄກ ແລະ ກ້າວທັນໂລກ ເຖິງຈະຢູ່ໃນໂລກໄຮ້ພົມແດນກໍມີຄຸນນະພາບຊີວິດດີຂຶ້ນ; ການສ້າງມູນຄ່າເພີ່ມໃຫ້ແກ່ຜູ້ຜະລິດ ໂດຍໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ມາຊ່ວຍໃນການດັດແປງ, ການສ້າງ, ການອອກແບບ ແລະ ການພັດທະນາສິນຄ້າ ແລະ ບໍລິການແບບໃໝ່ໆຂຶ້ນມາໄດ້ ເພື່ອສ້າງລາຍໄດ້ ແລະ ຍົກລະດັບ ຄວາມເປັນຢູ່ຂອງຄົນໃນປະເທດໃຫ້ມີຄຸນນະພາບຊີວິດທີ່ດີຂຶ້ນ; ການສຶກສາຕະຫຼອດຊີວິດມີບົດບາດສຳຄັນຫຼາຍຂຶ້ນ ເນື່ອງຈາກການປ່ຽນແປງຢ່າງວ່ອງໄວທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເຮັດໃຫ້ການສຶກສາທະວີຄວາມສຳຄັນຫຼາຍຍິ່ງຂຶ້ນ ໂດຍຈະປ່ຽນແປງການສຶກສາທີ່ເກີດຂຶ້ນສະເພາະໄວເດັກ ແລະ ໄວໜຸ່ມສາວ ໃນໄລຍະກ່ອນການເຮັດວຽກເປັນການສຶກສາຕະຫຼອດຊີວິດທີ່ມີຄວາມຈຳເປັນ ເພື່ອໃຫ້ສາມາດປັບຕົວເຂົ້າກັບສັງຄົມທີ່ປ່ຽນແປງຂອງເຕັກໂນໂລຊີ ເຮັດໃຫ້ເກີດການຮຽນຮູ້ໄດ້ດ້ວຍຕົນເອງ; ດ້ານອຸດສາຫະກຳການບໍລິການ ເຊິ່ງເປັນອຸດສາຫະກຳໃໝ່ທີ່ໃຊ້ເຕັກໂນໂລຊີຂໍ້ມູນ – ຂ່າວສານ ແລະ ເຕັກໂນໂລຊີອື່ນໆເຂົ້າໄປເຊື່ອມໂຍງກັບການບໍລິການຫຼາຍຂຶ້ນ ແລະ ມີບົດບາດສູງຍິ່ງຂຶ້ນໃນການສະໜອງຄວາມຕ້ອງການຂອງສັງຄົມ ເຊັ່ນ: ທະນາຄານ, ສື່ສານມວນຊົນ, ການຮັກສາພະຍາບານ, ການທ່ອງທ່ຽວ ແລະ ໂຮງແຮມ ດ້ານການສຶກສາຊ່ວຍໃຫ້ສື່ການສອນມີຮູບແບບ ແລະ ພະລັງດຶງດູດຫຼາຍຂຶ້ນ.

( ໂດຍ: ສົມລົດ )

( ທີ່ມາ: sites.google.com )