Monthly Archives: May, 2019

ການກໍ່ສ້າງສາລາກາງບ່ອນເປີດງານບຸນນະມັດສະການພະທາດໂພ່ນ ສໍາເລັດແລ້ວ 70%

ໂຄງການກໍ່ສ້າງສາລາກາງບ່ອນເປີດງານບຸນນະມັດສະການພະທາດໂພ່ນ ພາຍຫຼັງໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນພຶດສະພາປີແລ້ວນີ້, ມາຮອດປັດຈຸບັນໜ້າວຽກໂດຍລວມມີຄວາມຄືບໜ້າແລ້ວ 70%, ຮອດປີ 2020 ຈະໃຫ້ສໍາເລັດສາມາດຮັບຮອງການເປີດງານບຸນນະມັດສະການ ພະທາດໂພ່ນໄດ້ໃນປີ 2020. ທ່ານ ແສງສະຫວັນ ອະນຸສິນ ຮອງເຈົ້າເມືອງໄຊພູທອງ ທັງເປັນຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນເມືອງໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງສາລາກາງບ່ອນເປີດງານບຸນນະມັດສະການພະທາດໂພ່ນ ທີ່ມີມູນຄ່າການກໍ່ສ້າງທັງໝົດ 1 ຕື້ 422 ລ້ານກວ່າກີບ, ໄດ້ເລີ່ມລົງມີການກໍ່ສ້າງມາໃນວັນທີ 18/01/2019, ມາຮອດປັດຈຸບັນວຽກກໍ່ສ້າງສາມາດຈັດຕັ້ງປະຕິບັດໄດ້ແລ້ວ...

ຄອສ ປະກວດສິລະປະ – ວັນນະຄະດີ ປະຈຳສົກປີ 2018 – 2019

ວັນທີ 27 ພຶດສະພາ 2019 ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ    ( ຄອສ ມຊ ) ໄດ້ຈັດງານປະກວດສິລະປະ - ວັນນະຄະດີ ປະຈຳສົກປີ 2018 - 2019 ຂຶ້ນທີ່ສະໂມສອນໃຫຍ່ ມຊ ໂດຍເຂົ້າຮ່ວມງານຂອງ ທ່ານ ຮສ. ປອ. ບຸນເລີດ...

ພາກເໜືອ-ພາກກາງ ກຽມຮັບມືກັບຝົນຕົກໜັກ ແລະ ລົມພັດແຮງ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານພະຍາກອນອາກາດປະຈໍາວັນທີ 29 ພຶດສະພາ 2019 ວ່າ: ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່. ເຊິ່ງຈະເຮັດໃຫ້ຍັງມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.     ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອຳນາດການປົກຄອງທຸກພາກສ່ວນ...

ຈັດກິດຈະກຳເກັບຂີ້ເຫຍື້ອຕ້ອນຮັບວັນສິ່ງແວດລ້ອມ

ໃນຕອນແລງຂອງວັນທີ 27 ພຶດສະພາຜ່ານມາ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ( ກຊສ ), ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ( ຄບຕ ) ແລະ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຮ່ວມກັນຈັດກິດຈະກຳເກັບຂີ້ເຫຍື້ອ ເພື່ອຮັກສາຄວາມສະອາດທີ່ເດີ່ນພະທາດຫຼວງ ໂດຍການນຳພາຂອງ ທ່ານ ໂລນຄຳ ອາດສະນາວົງ...

ຍົກລະດັບຜູ້ປະກອບການດໍາເນີນທຸລະກິດເປັນກຸ່ມ

ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງ ອຄ ຮ່ວມກັບ ພະແນກ ອຄ ແຂວງວຽງຈັນ ໄດ້ຈັດຝຶກອົບຮົມການບໍລິຫານຈັດການສະມາຄົມທຸລະກິດຂະໜາດນ້ອຍ ເພື່ອສ້າງ ຄວາມເຂົ້າໃຈໃຫ້ແກ່ບັນດາພາກທຸລະກິດ ແລະ ພາກລັດ ເຫັນຄວາມສຳຄັນການບໍລິຫານຈັດການກຸ່ມໃຫ້ເປັນລະບົບໃຫ້ມີຄວາມເຂັ້ມແຂງ. ກອງປະຊຸມດັ່ງກ່າວຈັດຂຶ້ນທີ່ຫ້ອງປະຊຸມພະແນກ ອຄ ແຂວງວຽງຈັນ ເຊິ່ງຈະດໍາເນີນໄປເປັນເວລາ 5 ວັນ ( ວັນທີ 27 -...

ເຟດເອັກຊ໌ ຂໍໂທດຫົວເຫວີ່ຍ ເລື່ອງ “ການຈັດສົ່ງຜິດເສັ້ນທາງ”

ບໍລິສັດເຟດເອັກຊ໌ຂອງສະຫະລັດ ອອກມາຂໍໂທດບໍລິສັດຫົວເຫວີ່ຍຂອງຈີນ ຈາກກໍລະນີການ "ປ່ຽນເສັ້ນທາງສົ່ງວັດສະດຸ" ແລະ ຢືນຢັນວ່າ ບໍ່ມີ "ບຸກຄົນທີສາມ" ກ່ຽວຂ້ອງ ຂະນະທີ່ ສໍານັກຂ່າວຊິນຫົວລາຍງານວ່າ ລັດຖະບານປັກກິ່ງກໍາລັງພິຈາລະນາຈໍາກັດການສົ່ງອອກສິນແຮ່ຫາຍາກໃຫ້ແກ່ອາເມຣິກາ. ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນພຸດ ທີ 29 ພຶດສະພາ ວ່າ ບໍລິສັດເຟດເອັກຊ໌ ຜູ້ໃຫ້ບໍລິການຂົນສົ່ງ ແລະ ຈັດສົ່ງສິນຄ້າສາຍດ່ວນລະຫວ່າງປະເທດລາຍໃຫຍ່ຂອງສະຫະລັດ ອອກຖະແຫຼງການ ເມື່ອວັນອັງຄານ...

ເຂື່ອນນ້ຳງື່ມ 1 ກຽມແຜນຮັບມືປະລິມານນ້ຳໃນລະດູຝົນ

ລະດູຝົນປີ 2018 ຜ່ານມາ ປະຊາຊົນທີ່ອາໄສຢູ່ກ້ອງເຂື່ອນນ້ຳງື່ມໄດ້ຮັບຜົນກະທົບຈາກການລະບາຍນ້ຳອອກຈາກເຂື່ອນ ເຮັດໃຫ້ມີນ້ຳຖ້ວມເຄື່ອງປູກຂອງຝັງ ແລະ ເຮືອນຊານຂອງປະຊາຊົນເສຍຫາຍພໍສົມຄວນ. ເພື່ອຮັບປະກັນບໍ່ໃຫ້ເກີດເຫດການຄືປີຜ່ານມາ ເຂື່ອນໄຟຟ້ານ້ຳງື່ມ 1 ໄດ້ກຽມແຜນຮັບມືແຕ່ຫົວທີ ໂດຍຈະເລັ່ງເຄື່ອງຈັກຕະຫຼອດ 24 ຊົ່ວໂມງ ເພື່ອບີບໃຫ້ປະລິມານນ້ຳໃນທ້ອງອ່າງໃຫ້ຫຼຸດລົງ. ທ່ານ ແລວເງິນ ຈັນທະບູລີ ຫົວໜ້າພະແນກຄຸ້ມຄອງຝ່າຍຜະລິດເຂື່ອນໄຟຟ້ານ້ຳງື່ມ 1 ກ່າວຕໍ່ສື່ມວນຊົນທີ່ລົງໄປທັດສະນະຢ້ຽມຢາມລະຫວ່າງວັນທີ 27 - 28 ພຶດສະພາ...

ລາວ – ຫວຽດ ລົງທຶນປູກຕົ້ນໄມ້ກິນໝາກຢູ່ແຂວງຫົວພັນ

ບໍລິສັດ ໄພບູນການຄ້າ ຂາອອກ - ຂາເຂົ້າ ຈຳກັດ ແລະ ສະຫະກອນຫງັອກລານ ສສ ຫວຽດນາມ ໄດ້ເຊັນສັນຍາໃນການນຳພືດກະສິກຳປະເພດຕົ້ນໄມ້ກິນໝາກ ເພື່ອໃຫ້ປະຊາຊົນປູກຢູ່ເມືອງຊຽງຄໍ້, ເມືອງສົບເບົາ ແລະ ເມືອງວຽງໄຊ ແຂວງຫົວພັນ. ທ້າຍອາທິດຜ່ານມາ ທີ່ໂຮງແຮມ ຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາຮ່ວມມື ລະຫວ່າງ ບໍລິສັດ ໄພບູນການຄ້າ ຂາອອກ...

ດ່ານພາສີຂົວມິດຕະພາບ IV ເກັບລາຍຮັບໄດ້ 72,4 ຕື້ກີບ

5 ເດືອນ ປີ 2019 ດ່ານພາສີສາກົນຂົວມິດຕະພາບ IV ຫ້ວຍຊາຍ ແຂວງບໍ່ແກ້ວ ສປປ ລາວ - ອຳເພີຊຽງຂອງ ຈັງຫວັດຊຽງລາຍ ປະເທດໄທ ໂດຍມີດ່ານສາກົນ, ດ່ານທ້ອງຖິ່ນ, ດ່ານປະເພນີຂຶ້ນກັບ, ກອງຄຸ້ມຄອງພາສີ I ( ແຂວງຫຼວງນໍ້າທາ - ແຂວງບໍ່ແກ້ວ )...

ເຜີຍ! ສາເຫດການແຕກພັງຂອງຄູກັນນໍ້າເຂື່ອນເຊປຽນ – ເຊນໍ້ານ້ອຍ ບໍ່ແມ່ນເຫດສຸດວິໄສ

ຈາກເຫດການຄູກັນນໍ້າ D ເຂື່ອນເຊປຽນ - ເຊນໍ້ານ້ອຍ ທີ່ເມືອງສະໜາມໄຊ ແຂວງອັດຕະປື ແຕກພັງເມື່ອວັນທີ 23 ກໍລະກົດ 2018 ຜ່ານມາ ເຮັດໃຫ້ສູນເສຍດ້ານຊີວິດ ແລະ ຊັບສິນຈຳນວນຫຼາຍນັ້ນ; ຫຼ້າສຸດຮອງປະທານອົງການກວດກາລັດຖະບານ, ຮອງຄະນະສືບສວນໄດ້ເປີດເຜີຍເຖິງສາເຫດທີ່ແທ້ຈິງ ພາຍຫຼັງຜ່ານການກວດສອບແລ້ວ ວ່າ: ເຖິງແມ່ນວ່າມີຝົນຕົກຕິດຕໍ່ກັນຫຼາຍວັນ ກ່ອນມື້ຄູກັນນໍ້າ D ແຕກພັງກໍຕາມ ແຕ່ໃນເວລາການແຕກພັງໄດ້ເລີ່ມຕົ້ນຂຶ້ນນັ້ນ...
- Advertisment -
Slide
Slide

Most Read

error: Content is protected !!