ການກໍ່ສ້າງສາລາກາງບ່ອນເປີດງານບຸນນະມັດສະການພະທາດໂພ່ນ ສໍາເລັດແລ້ວ 70%

47

ໂຄງການກໍ່ສ້າງສາລາກາງບ່ອນເປີດງານບຸນນະມັດສະການພະທາດໂພ່ນ ພາຍຫຼັງໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນພຶດສະພາປີແລ້ວນີ້, ມາຮອດປັດຈຸບັນໜ້າວຽກໂດຍລວມມີຄວາມຄືບໜ້າແລ້ວ 70%, ຮອດປີ 2020 ຈະໃຫ້ສໍາເລັດສາມາດຮັບຮອງການເປີດງານບຸນນະມັດສະການ ພະທາດໂພ່ນໄດ້ໃນປີ 2020.

ທ່ານ ແສງສະຫວັນ ອະນຸສິນ ຮອງເຈົ້າເມືອງໄຊພູທອງ ທັງເປັນຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນເມືອງໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງສາລາກາງບ່ອນເປີດງານບຸນນະມັດສະການພະທາດໂພ່ນ ທີ່ມີມູນຄ່າການກໍ່ສ້າງທັງໝົດ 1 ຕື້ 422 ລ້ານກວ່າກີບ, ໄດ້ເລີ່ມລົງມີການກໍ່ສ້າງມາໃນວັນທີ 18/01/2019, ມາຮອດປັດຈຸບັນວຽກກໍ່ສ້າງສາມາດຈັດຕັ້ງປະຕິບັດໄດ້ແລ້ວ 70%, ຕາມສັນຍາໂຄງການຈະໃຫ້ສໍາເລັດໃນກາງພຶດສະພາ 2020 ສ່ວນການຊໍາລະເງິນໃນການກໍ່ສ້າງແມ່ນລາຍຮັບຈາກວັດພະທາດໂພ່ນ ສົກປີ 2019 – 2020 ກໍານົດໄລຍະເວລາກໍ່ສ້າງໃຊ້ເວລາ 1 ປີ, ອາຄານມີຂະໜາດ 10m X 24m, ໂຄງສ້າງມຸງດ້ວຍດິນຂໍ, ອາຄານເປັນໂຄງເຫຼັກໂດຍແມ່ນ ບໍລິສັດ ເທບທອງຄໍາກໍ່ສ້າງເຄຫະສະຖານ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງໃນມູນຄ່າ 1 ຕື້ 422 ລ້ານກວ່າກີບ, ໂຄງການກໍ່ສ້າງສາລາກາງແມ່ນມີຫຼາຍໜ້າວຽກທີ່ໄດ້ຮັບການຈັດຕັ້ງປະຕິບັດ ຄື: ວຽກຕົກແຕ່ງ, ວຽກກໍ່ໂບກ, ຕົກແຕ່ງອ້ອມອາຄານ, ຕົກແຕ່ງບົວສີໜ້າອ້ອມຫຼັງ ແລະ ເພດານເຮັດດ້ວຍໄມ້ປັກເກ, ໂຄງຫຼັງຄາມຸງດ້ວຍດິນຂໍ ແລະ ບັນດາໜ້າວຽກອື່ນໆ

ສ່ວນການກວດກາແມ່ນໄດ້ແບ່ງອອກເປັນ 3 ຄັ້ງ, ຄັ້ງທີໜຶ່ງເມື່ອວຽກສໍາເລັດ 30%, ຄັ້ງທີ 2 ເມື່ອວຽກສໍາເລັດ 70% ແລະ ຄັ້ງທີ 3 ເມື່ອວຽກສໍາເລັດ 100% ເປັນໂຄງການໜຶ່ງທີ່ມີຄວາມໝາຍຄວາມສໍາຄັນຂອງເມືອງໄຊພູທອງ ເພື່ອເປັນການຍົກລະດັບພື້ນຖານໂຄງລ່າງໃຫ້ມີຄວາມສະດວກສະບາຍ, ຢູ່ທີ່ສະຖານທີ່ແຫຼ່ງທ່ອງທ່ຽວ ເພື່ອສະດວກໃນການຈັດງານບຸນໃນແຕ່ລະປີ.

( ຂ່າວ, ຮູບ: ພັນທະມິດ ວົງສຸທິ )