ເຜີຍ! ສາເຫດການແຕກພັງຂອງຄູກັນນໍ້າເຂື່ອນເຊປຽນ – ເຊນໍ້ານ້ອຍ ບໍ່ແມ່ນເຫດສຸດວິໄສ

38

ຈາກເຫດການຄູກັນນໍ້າ D ເຂື່ອນເຊປຽນ – ເຊນໍ້ານ້ອຍ ທີ່ເມືອງສະໜາມໄຊ ແຂວງອັດຕະປື ແຕກພັງເມື່ອວັນທີ 23 ກໍລະກົດ 2018 ຜ່ານມາ ເຮັດໃຫ້ສູນເສຍດ້ານຊີວິດ ແລະ ຊັບສິນຈຳນວນຫຼາຍນັ້ນ; ຫຼ້າສຸດຮອງປະທານອົງການກວດກາລັດຖະບານ, ຮອງຄະນະສືບສວນໄດ້ເປີດເຜີຍເຖິງສາເຫດທີ່ແທ້ຈິງ ພາຍຫຼັງຜ່ານການກວດສອບແລ້ວ ວ່າ: ເຖິງແມ່ນວ່າມີຝົນຕົກຕິດຕໍ່ກັນຫຼາຍວັນ ກ່ອນມື້ຄູກັນນໍ້າ D ແຕກພັງກໍຕາມ ແຕ່ໃນເວລາການແຕກພັງໄດ້ເລີ່ມຕົ້ນຂຶ້ນນັ້ນ ລະດັບນໍ້າໃນອ່າງເກັບນໍ້າຍັງຕໍ່າ ກວ່າລະດັບສັນເຂື່ອນຫຼາຍ. ສະນັ້ນ, ບໍ່ສາມາດເອີ້ນເຫດການແຕກພັງຄັ້ງນີ້ວ່າເປັນເຫດສຸດວິໄສ ( Force Majeure ), ຮາກຖານຂອງຄູກັນນໍ້າ D ແມ່ນກ່ຽວຂ້ອງກັບການແຕກພັງໃນຄັ້ງນີ້.

ໃນວັນທີ 28 ພຶດສະພາ 2019 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີຖະແຫຼງຂ່າວກ່ຽວກັບຜົນສະຫຼຸບສາເຫດທີ່ພາໃຫ້ສັນຄູກັນນໍ້າ D ເຂື່ອນເຊປຽນ – ເຊນໍ້ານ້ອຍແຕກຂຶ້ນ ໂດຍການຖະແຫຼງຂອງ ທ່ານ ສິງເພັດ ບຸນສະຫວັດທິພັນ ຮອງປະທານອົງການກວດກາລັດຖະບານ, ຮອງຄະນະສືບສວນຕາມຂໍ້ຕົກລົງ ເລກທີ 54/ນຍ, ເຊິ່ງມີພາກລັດ, ບັນດາສື່ມວນຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສິງເພັດ ບຸນສະຫວັດທິພັນ ຮອງປະທານອົງການກວດກາລັດຖະບານ, ຮອງປະທານຄະນະສືບສວນ – ສອບສວນຕາມຂໍ້ຕົກລົງ ເລກທີ 54/ນຍ ໄດ້ຖະແຫຼງວ່າ: ໃນວັນທີ 8 ສິງຫາ 2018 ລັດຖະບານ ແຫ່ງ ສປປ ລາວ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບສືບສວນ – ສອບສວນສາເຫດຄູກັນນໍ້າ D ຂອງເຂື່ອນເຊປຽນ – ເຊນໍ້ານ້ອຍແຕກພັງ ( ເອີ້ນວ່າ ຄະນະສືບສວນ – ສອບສວນແຫ່ງຊາດ ) ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ເພື່ອດໍາເນີນການກວດກາຫາສາເຫດການແຕກພັງຂອງຄູກັນນໍ້າ D ຂອງໂຄງການເຂື່ອນໄຟຟ້າພະລັງນໍ້າເຊປຽນ – ເຊນໍ້ານ້ອຍ ເພື່ອລາຍງານຕໍ່ລັດຖະບານ, ປະຊາຊົນລາວ, ສາກົນ ແລະ ຜູ້ມີສ່ວນຮ່ວມອື່ນໆຮັບຊາບ ກ່ຽວກັບສາເຫດການແຕກພັງຂອງຄູກັນນໍ້າດັ່ງກ່າວ.

ເພື່ອຮັບປະກັນໃຫ້ການສືບສວນ – ສອບສວນຫາສາເຫດຂອງການແຕກພັງຂອງຄູກັນນໍ້າ D ດໍາເນີນໄປຢ່າງຖືກຕ້ອງ ແລະ ສອດຄ່ອງກັບລະບຽບການ, ສະພາບຄວາມເປັນຈິງ, ມີຄວາມໂປ່ງໃສ ແລະ ເຊື່ອຖືໄດ້, ລັດຖະບານໄດ້ມອບໃຫ້ ຄະນະສືບສວນ – ສອບສວນແຫ່ງຊາດ ແຕ່ງຕັ້ງ ແລະ ມອບສິດເຕັມສ່ວນໃຫ້ຄະນະຊ່ຽວຊານເອກະລາດ ( The Indepandent Expert Panel, IEP ) ທີ່ມີຊື່ສຽງໃນເວທີສາກົນ ເປັນຜູ້ດໍາເນີນການສືບສວນຫາສາເຫດ ໄປຄຽງຄູ່ກັບການດໍາເນີນງານຂອງ ຄະນະສືບສວນ – ສອບສວນແຫ່ງຊາດ. ຄະນະຊ່ຽວຊານເອກະລາດ ( IEP ) ປະກອບດ້ວຍສາດສະດາຈານ Anton J.Schleiss ຈາກປະເທດສະວິດ, ປະທານກິດຕິມະສັກ ອົງການເຂື່ອນໃຫຍ່ສາກົນ ( ICOLD ); ທ່ານ Ahmed F.Chraibi ຈາກປະເທດມາຣົກ ອະດີດຮອງປະທານ ICOLD ແລະ Dr.Jean – Pierre Tournier ຈາກປະເທດການາດາ ຮອງປະທານ ICOLD. ພ້ອມນີ້, ລັດຖະບານຍັງໄດ້ເຊີນຫຼາຍພາກສ່ວນຂອງຕ່າງປະເທດເຂົ້າຮ່ວມເປັນຜູ້ສັງເກດການ ໃນຂະບວນການສືບສວນ – ສອບສວນ ເພື່ອຊອກຫາສາເຫດຄູກັນນໍ້າ D ແຕກພັກດັ່ງກ່າວ. ໃນຂະນະດຽວກັນ, ລັດຖະບານລາວເຂົ້າໃຈວ່າ ບໍລິສັດ ສ.ເກົາຫຼີ ທີ່ມີສ່ວນຮ່ວມໃນການພັດທະນາໂຄງການກໍໄດ້ກໍາເນີດການສືບຫາສາເຫດການແຕກພັງເຊັ່ນກັນ.

ຄະນະຊ່ຽວຊານເອກະລາດ ໄດ້ສຶກສາຫາສາເຫດການແຕກພັງ ໂດຍອີງໃສ່ການສຶກສາຄົ້ນຄວ້າຂໍ້ມູນທີ່ໄດ້ຮັບຈາກພາກສ່ວນທີ່ກ່ຽວຂ້ອງ, ອີງໃສ່ການສັງເກດການໃນເວລາລົງກວດກາພາກສະໜາມ ນັບຕັ້ງແຕ່ເດືອນສິງຫາ 2018 ເປັນຕົ້ນມາ ພ້ອມທັງຜົນຂອງການສໍາຫຼວດທາງທໍລະນີເຕັກນິກ ທີ່ຄະນະຊ່ຽວຊານເອກະລາດໄດ້ແນະນໍາໃຫ້ສໍາຫຼວດຄືນ ພາຍຫຼັງການແຕກພັງຂອງເຂື່ອນກັນນໍ້າ D ແລະ ໄດ້ສົ່ງບົດລາຍງານ ສຸດທ້າຍສະບັບລົງວັນທີ 20 ມີນາ 2019 ກ່ຽວກັບຜົນການສືບສວນຫາສາເຫດການແຕກພັງຂອງຄູກັນນໍ້າ D ຂອງໂຄງການເຂື່ອນໄຟຟ້າເຊປຽນ – ເຊນໍ້ານ້ອຍ ໃຫ້ຄະນະສືບສວນ – ສອບສວນແຫ່ງຊາດ.

ດັ່ງນັ້ນ ຄະນະສືບສວນ – ສອບສວນແຫ່ງຊາດ ຈຶ່ງຂໍແຈ້ງຜົນການກວດກາຫາສາເຫດການແຕກພັງຂອງຄູກັນນໍ້າ D ທີ່ຄະນະຊ່ຽວຊານເອກະລາດໄດ້ສະຫຼຸບໃນບົດລາຍງານສຸດທ້າຍຂອງຕົນ ດັ່ງນີ້:

ການແຕກພັງຂອງຄູກັນນໍ້າ D ໄດ້ເກີດຂຶ້ນໃນວັນທີ 23 ກໍລະກົດ 2018 ເຊິ່ງຢູ່ໃນໄລຍະເກັບກັກນໍ້າເຂົ້າອ່າງ, ເຖິງແມ່ນວ່າມີຝົນຕົກຕິດຕໍ່ກັນຫຼາຍວັນກ່ອນມື້ຄູກັນນໍ້າ D ແຕກພັງກໍຕາມ ແຕ່ໃນເວລາການແຕກພັງໄດ້ເລີ່ມຕົ້ນຂຶ້ນນັ້ນ ລະດັບນໍ້າໃນອ່າງເກັບນໍ້າຍັງຕໍ່າກວ່າລະດັບສັນເຂື່ອນຫຼາຍ. ສະນັ້ນ, ບໍ່ສາມາດເອີ້ນເຫດການແຕກພັງຄັ້ງນີ້ວ່າເປັນເຫດສຸດວິໄສ ( Force Majeure ) ຕາມທີ່ໄດ້ກຳນົດໄວ້ໃນສັນຍາສຳປະທານ.

ຄະນະຊ່ຽວຊານເອກະລາດ ກວດພົບວ່າ: ສາເຫດຕົ້ນຕໍຂອງການແຕກພັງແມ່ນກ່ຽວຂ້ອງກັບຄວາມສາມາດໃນການຊຶມນໍ້າສູງຂອງຮາກຖານຂອງເຂື່ອນກັນນໍ້າ D ປະກອບກັບຊັ້ນດິນທີ່ສາມາດຖືກກັດເຊາະໄດ້ງ່າຍ ໂດຍສະເພາະການປາກົດມີຮູທໍ່ນ້ອຍໆທີ່ມີການເຊື່ອມຕໍ່ເຊິ່ງກັນ ແລະ ກັນໃນຊັ້ນດິນໄປພ້ອມກັບການເພີ່ມຂຶ້ນຂອງລະດັບນໍ້າໃນໄລຍະການເກັບກັກນໍ້າໃນອ່າງ, ກະແສການຊຶມຂອງນໍ້າຕາມເສັ້ນທາງໄຫຼຂອງນໍ້າຕາມທາງນອນກໍເລີ່ມຂຶ້ນໃນຮາກຖານບວກກັບ ຄວາມສາມາດໃນການຊຶມຂອງນໍ້າສູງຂອງດິນ. ປາກົດການນີ້ໄດ້ສົ່ງຜົນໃຫ້ມີການກັດເຊາະພາຍໃນຮາກຖານ ແລະ ເຮັດໃຫ້ດິນ ລາເຕຣິດ ( Laterite ) ອ່ອນຕົວລົງ ເມື່ອການກັດເຊາະ ແລະ ການອ່ອນຕົວຂອງຮາກຖານເຖິງຂັ້ນໃດໜຶ່ງ ຄວາມສະຖຽນລະພາບຂອງເຂື່ອນບໍ່ສາມາດຮັບປະກັນໄດ້ອີກຕໍ່ໄປ ແລະ ການເລື່ອນຖະໄຫຼເລິກແບບໜູນ ( Deep Rotational Sliding ) ໄດ້ເລີ່ມຕົ້ນຂຶ້ນທີ່ບ່ອນສູງສຸດຂອງເຂື່ອນກັນນໍ້າໃນທີ່ສຸດກໍນໍາໄປສູ່ການແຕກພັງທັງໝົດຂອງຄູກັນນໍ້າ D ແລະ ຊັ້ນຮາກຖານ ເຊິ່ງເຮັດໃຫ້ມວນນໍ້າມະຫາສານ ( ທີ່ມີຄວາມສາມາດທຳລາຍສູງ ແລະ ບໍ່ສາມາດຄວບຄຸມໄດ້ ) ໄດ້ໄຫຼອອກຈາກອ່າງເກັບນໍ້າ, ຮາກຖານຂອງຄູກັນນໍ້າ D ແມ່ນກ່ຽວຂ້ອງກັບການແຕກພັງໃນຄັ້ງນີ້.