ຄອສ ປະກວດສິລະປະ – ວັນນະຄະດີ ປະຈຳສົກປີ 2018 – 2019

94

ວັນທີ 27 ພຶດສະພາ 2019 ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ    ( ຄອສ ມຊ ) ໄດ້ຈັດງານປະກວດສິລະປະ – ວັນນະຄະດີ ປະຈຳສົກປີ 2018 – 2019 ຂຶ້ນທີ່ສະໂມສອນໃຫຍ່ ມຊ ໂດຍເຂົ້າຮ່ວມງານຂອງ ທ່ານ ຮສ. ປອ. ບຸນເລີດ ແສງສຸລິນ ຮັກສາການຄະນະບໍດີ ຄອສ, ທ່ານ ເກດແກ້ວ ພັນທະນີວົງ ຮອງຄະນະບໍດີ ຄອສ ພ້ອມດ້ວຍບັນດາກຳມະການຕັດສິນ, ບັນດາຫົວໜ້າພາກວິຊາ, ຫົວໜ້າພະແນກ, ຄູ – ອາຈານ ແລະ ນັກສຶກສາທົ່ວຄະນະອັກສອນສາດເຂົ້າຮ່ວມ.

ທ່ານ ເກດແກ້ວ ພັນທະນີວົງ ຮອງຄະນະບໍດີ ຄອສ ໄດ້ກ່າວວ່າ: ການຈັດງານປະກວດສິລະປະ – ວັນນະຄະດີ ປະຈໍາສົກປີ 2018 – 2019 ແມ່ນເພື່ອເປັນການສົ່ງເສີມສິລະປະ ວັດທະນະທຳອັນດີງາມຂອງລາວເຮົາ ທັງເປັນການສ້າງຄວາມສາມັກຄີໃນໝູ່ຄະນະນັກສຶກສາ ຄອສ ດ້ວຍກັນເອງ ເພື່ອແລກປ່ຽນບົດຮຽນນຳກັນດ້ານສິລະປະ – ວັນນະຄະດີ. ການແຂ່ງຂັນປະກວດສິລະປະ – ວັນນະຄະດີໃນຄັ້ງນີ້ ປະກອບມີທັງໝົດ 3 ປະເພດແຂ່ງຂັນ ເຊັ່ນ: ຟ້ອນລວມໝູ່, ຂັບລຳ ແລະ ຮ້ອງເພງ ເຊິ່ງມີທັງໝົດ 30 ລາຍການ. ໃນນັ້ນ, ຮ້ອງເພງມີ 10 ລາຍການ, ຂັບລໍາ 9 ລາຍການ ແລະ ຟ້ອນລວມໝູ່ 11 ລາຍການ.

ເຊິ່ງການແຂ່ງຂັນໄດ້ດຳເນີນໄປດ້ວຍ ຄວາມເບີກບານມ່ວນຊື່ນ ແລະ ຜົນການແຂ່ງຂັນໃນປະເພດຮ້ອງເພງ ລາງວັນທີ 1 ໄດ້ແກ່ ທ້າວ ໂອມ ລີນນາ ພາກວິຊາພາສາ – ວັດທະນະທຳລາວ ປີກຽມ ໄດ້ຄະແນນທັງໝົດ 335 ຄະແນນ, ລາງວັນທີ 2 ທ້າວ ກຸນ ນິດຕະສອນ ພາກວິຊາພາສາຈີນ ປີ 1 ໄດ້ 326 ຄະແນນ ແລະ ທີ 3 ນາງ ຢົວເຮີ່ ລາວລີ ພາກວິຊາສື່ສານມວນຊົນ ປີ 1 ໄດ້ 322,5 ຄະແນນ; ລາງວັນທີ 1 ປະເພດຂັບລຳໄດ້ແກ່ ທ້າວ ແສງ ໄຊສະຫວັນ ພາກວິຊາສື່ສານມວນຊົນ ປີ 1 ໄດ້ 317 ຄະແນນ, ລາງວັນທີ 2 ນາງ ພອນທິບ ໄຊຍະວົງ ພາກວິຊາພາສາຈີນ ໄດ້ 312,5 ຄະແນນ ແລະ ລາງວັນທີ 3 ທ້າວ ເນັງ ຈັນສີວິໄລວັນ ພາກວິຊາພາສາຫວຽດນາມ ໄດ້ 306,5 ຄະແນນ; ປະເພດຟ້ອນລວມໝູ່ຂອງ 11 ພາກວິຊາພາຍໃນຄະນະ ລາງວັນທີ 1 ໄດ້ແກ່ ພາກວິຊາພາສາຈີນ ໄດ້ 283 ຄະແນນ, ລາງວັນທີ 2 ພາກວິຊາພາສາຝຣັ່ງ ໄດ້ 279 ຄະແນນ ແລະ ລາງວັນທີ 3 ພາກວິຊາພາສາ – ວັດທະນະທຳລາວ ໄດ້ທັງໝົດ 277 ຄະແນນ.

( ຂ່າວ: ກາວຊົ່ງ; ຮູບ: ບຸນປະເສີດ )