ລາວ – ຫວຽດ ລົງທຶນປູກຕົ້ນໄມ້ກິນໝາກຢູ່ແຂວງຫົວພັນ

101

ບໍລິສັດ ໄພບູນການຄ້າ ຂາອອກ – ຂາເຂົ້າ ຈຳກັດ ແລະ ສະຫະກອນຫງັອກລານ ສສ ຫວຽດນາມ ໄດ້ເຊັນສັນຍາໃນການນຳພືດກະສິກຳປະເພດຕົ້ນໄມ້ກິນໝາກ ເພື່ອໃຫ້ປະຊາຊົນປູກຢູ່ເມືອງຊຽງຄໍ້, ເມືອງສົບເບົາ ແລະ ເມືອງວຽງໄຊ ແຂວງຫົວພັນ.

ທ້າຍອາທິດຜ່ານມາ ທີ່ໂຮງແຮມ ຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາຮ່ວມມື ລະຫວ່າງ ບໍລິສັດ ໄພບູນການຄ້າ ຂາອອກ – ຂາເຂົ້າ ຈຳກັດ ແລະ ສະຫະກອນຫງັອກລານ   ສສ ຫວຽດນາມ ກ່ຽວກັບການເຊື່ອມຕໍ່ຮ່ວມການຜະລິດ ແລະ ບໍລິໂພກຜະລິດຕະພັນໝາກໄມ້ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ມີແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຮ່ວມລົງນາມຄັ້ງນີ້ຕາງໜ້າ ບໍລິສັດ ໄພບູນການຄ້າ ຂາອອກ – ຂາເຂົ້າ ຈຳກັດ ແມ່ນ ທ່ານ ນາງ ແສງດາວ ບຸພະກອນຄຳ ປະທານສະພາບໍລິຫານ ບໍລິສັດ ໄພບູນການຄ້າ ຂາອອກ – ຂາເຂົ້າ ຈຳກັດ ແລະ ຕາງໜ້າ ສະຫະກອນຫງັອກລານ ແມ່ນ ທ່ານ ຫງວຽນ ຫງັອກ ຢຸ້ງ ປະທານສະພາບໍລິຫານຜູ້ອຳນວຍການສະຫະກອນຫງັອກລານ.

ຈຸດປະສົງການເຊັນສັນຍາດັ່ງກ່າວ ເພື່ອເປັນການຊື້ – ຂາຍ ແລະ ນຳເຂົ້າປະເພດພືດກະສິກຳຕົ້ນໄມ້ກິນໝາກ ຈາກແຂວງເຊິນລາ ສສ ຫວຽດນາມ ມາໃຫ້ປະຊາຊົນຢູ່ເມືອງຊຽງຄໍ້, ເມືອງສົບເບົາ ແລະ ເມືອງວຽງໄຊ ແຂວງຫົວພັນ ເຊິ່ງສະຫະກອນຫງັອກລານເປັນຜູ້ຕອບສະໜອງແນວພັນຕົ້ນໄມ້ກິນໝາກໃຫ້ແກ່ ບໍລິສັດ ໄພບູນການຄ້າ ຂາອອກ – ຂາເຂົ້າ ຈຳກັດ ພ້ອມທັງຂົນສົ່ງແນວພັນຕົ້ນໄມ້ກິນໝາກໃຫ້ຮອດບັນດາບ້ານຂອງແຕ່ລະເມືອງທີ່ເປັນສະຖານທີ່ປູກຕົ້ນໄມ້ໃຫ້ໝາກ ແລະ ສະຫະກອນຫງັອກລານ ເປັນຜູ້ຮັບຊື້ຜົນຜະລິດທີ່ເກີດຈາກຕົ້ນໄມ້ກິນໝາກຄືນ ໂດຍແນວພັນຕົ້ນໄມ້ມີທັງໝົດ ຈຳນວນ 1 ແສນຕົ້ນ. ໃນນັ້ນ, ຕົ້ນໝາກມ່ວງ 30 ພັນຕົ້ນ, ໝາກລຳໄຍ 30 ພັນຕົ້ນ ແລະ ໝາກພຸກ 40 ພັນຕົ້ນ, ສຳລັບດ້ານເຕັກນິກ ແລະ ການຝຶກອົບຮົມຕ່າງໆແມ່ນ ສະຫະກອນຫງັອກລານ ເປັນຜູ້ຖ່າຍທອດຄວາມຮູ້ດ້ານເຕັກນິກ, ວິຊາການ ແລະ ຝຶກອົບຮົມໃຫ້ປະຊາຊົນເລີ່ມແຕ່ຂັ້ນຕອນການປູກ, ການປົກປັກຮັກສາຈົນເຖິງເວລາເກັບໝາກ ແລະ ສະຫະກອນຫງັອກລານ ເປັນຜູ້ຮັບຊື້ຈາກປະຊາຊົນ.

ໂຄງການດັ່ງກ່າວແມ່ນມີຜົນປະໂຫຍດໃນການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ທີ່ດຳລົງຊີວິດຢູ່ເມືອງຊຽງຄໍ້, ເມືອງສົບເບົາ ແລະ ເມືອງວຽງໄຊ ແຂວງຫົວພັນ. ທັງນີ້, ເປັນການພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ຫຼຸດພົ້ນອອກຈາກ ຄວາມທຸກຍາກເປັນກ້າວໆ ແລະ ທັງເປັນການເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ – ຫວຽດນາມ ໃຫ້ມີບາດກ້າວໃໝ່ຂຶ້ນເລື້ອຍໆ.