ດ່ານພາສີຂົວມິດຕະພາບ IV ເກັບລາຍຮັບໄດ້ 72,4 ຕື້ກີບ

117

5 ເດືອນ ປີ 2019 ດ່ານພາສີສາກົນຂົວມິດຕະພາບ IV ຫ້ວຍຊາຍ ແຂວງບໍ່ແກ້ວ ສປປ ລາວ – ອຳເພີຊຽງຂອງ ຈັງຫວັດຊຽງລາຍ ປະເທດໄທ ໂດຍມີດ່ານສາກົນ, ດ່ານທ້ອງຖິ່ນ, ດ່ານປະເພນີຂຶ້ນກັບ, ກອງຄຸ້ມຄອງພາສີ I ( ແຂວງຫຼວງນໍ້າທາ – ແຂວງບໍ່ແກ້ວ ) ສາມາດປະຕິບັດລາຍຮັບໄດ້ 72,4 ຕື້ກີບ ເທົ່າກັບ 35,02% ຂອງແຜນການປີ.

ທ່ານ ຄໍາຜາຍ ຈັນນີຍາວົງ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ IV ໃຫ້ສໍາພາດກັບນັກຂ່າວການເງິນ ວ່າ: ດ່ານພາສີສາກົນຂົວມິດຕະພາບ IV ຂຶ້ນກັບກອງຄຸ້ມຄອງພາສີ I, ເຊິ່ງເປັນເສນາທິການໃຫ້ແກ່ກົມພາສີໃນການໂຄສະນາເຜີຍແຜ່ດ້ານລະບຽບຫຼັກການ, ປະຕິບັດກົດໝາຍ ແລະ ນິຕິກໍາອື່ນໆທີ່ກ່ຽວຂ້ອງກັບວຽກງານຂະແໜງພາສີຢ່າງເຂັ້ມງວດໃນການຈັດຕັ້ງປະຕິບັດແຜນການການຈັດເກັບລາຍຮັບ, ຕາມລະບຽບກົດໝາຍທີ່ໄດ້ກໍານົດໄວ້ຕາມພາລະບົດບາດ ແລະ ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ຖືກຕ້ອງສອດຄ່ອງ, ຄົບຖ້ວນໂປ່ງໃສ ສາມາດກວດໄດ້ ແລະ ທັນເວລາ.

ດ່ານພາສີສາກົນຂົວມິດຕະພາບ IV ມີພະນັກງານ – ເຈົ້າໜ້າທີ່ພາສີທັງໝົດ 29 ສະຫາຍ ຍິງ 10 ສະຫາຍ, ພະນັກງານຊ່ວຍວຽກ, ປະກອບມີ 3 ໜ່ວຍງານ ແລະ ມີດ່ານພາສີສາກົນບ້ານມອມ, ດ່ານພາສີສາກົນສາມຫຼ່ຽມຄໍາ, ດ່ານພາສີທ້ອງຖິ່ນຕົ້ນເຜິ້ງ, ດ່ານພາສີປະເພນີນໍ້າເກິ່ງ, ດ່ານພາສີທ້ອງຖິ່ນຫ້ວຍຊາຍ, ດ່ານພາສີປະເພນີບ້ານດ່ານ, ດ່ານພາສີປະເພນີປາກທາຂຶ້ນກັບ. ໃນປີ 2019 ໄດ້ຮັບຕົວເລກແຜນການໃຫ້ຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຈໍານວນທັງໝົດ 207 ຕື້ກວ່າກີບ ແລະ ໄດ້ແບ່ງໃຫ້ແຕ່ລະດ່ານຈັດຕັ້ງປະຕິບັດດ່ານພາສີສາກົນຂົວມິດຕະພາບ IV ຈໍານວນ 185 ຕື້ກີບ, ດ່ານພາສີສາກົນ ບ້ານມອມ 2 ຕື້ກີບ, ດ່ານພາສີສາກົນສາມຫຼ່ຽມຄໍາ 7 ຕື້ກີບ, ດ່ານພາສີທ້ອງຖິ່ນຕົ້ນເຜິ້ງ 1,5 ຕື້ກີບ, ດ່ານພາສີປະເພນີນໍ້າເກິ່ງ 200 ລ້ານກີບ, ດ່ານພາສີທ້ອງຖິ່ນຫ້ວຍຊາຍ 10 ຕື້ກີບ, ດ່ານພາສີປະເພນີບ້ານດ່ານ ແລະ ປາກທາ ຈໍານວນ 1,3 ຕື້ກີບ.

ທ່ານ ຄໍາຜາຍ ຈັນນີຍາວົງ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ IV ເນັ້ນຕື່ມອີກວ່າ: ດ້ວຍຄວາມເອົາໃຈໃສ່ຈາກຄະນະພັກຄະນະນຳທຸກຂັ້ນ ໂດຍສະເພາະຄະນະກອງຄຸ້ມພາສີ I, ຄະນະດ່ານ, ພະນັກງານເຈົ້າໜ້າທີ່ພາສີໝົດທຸກຄົນມີ ຄວາມຮັບຜິດຊອບສູງ ໂດຍຜ່ານການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ, ມາຮອດວັນທີ 23 ພຶດສະພາ 2019, ສາມາດປະຕິບັດລາຍຮັບໄດ້ທັງໝົດ 72,4 ຕື້ກວ່າກີບ ຖ້າທຽບໃສ່ແຜນການປີ ເທົ່າກັບ 35,02% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ( 2018 ) ເຫັນວ່າມີທ່າອ່ຽງເພີ່ມຂຶ້ນ ເຊິ່ງລາຍຮັບສ່ວນໃຫຍ່ມາຈາກນໍ້າມັນເຊື້ອໄຟ ກວມເອົາ 70% ຂອງລາຍຮັບທັງໝົດ, ຄ່າທໍານຽມພາຫະນະ, ຄ່າທໍານຽມຄົນເຂົ້າ – ອອກຜ່ານດ່ານ, ເຄື່ອງວັດສະດຸກໍ່ສ້າງ, ເຄື່ອງອຸປະໂພກ – ບໍລິໂພກ, ຄ່າບໍລິການຜ່ານແດນສາກົນ, ຄັງເງິນແຮ;ນໍ້າມັນ ແລະ ສິນຄ້າປະເພດອື່ນໆ.

ນອກຈາກນີ້, ດ່ານພາສີສາກົນຂົວມິດຕະພາບ IV ຍັງໄດ້ນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນວຽກງານການບໍລິການການຄິດໄລ່ຄ່າພາສີ – ອາກອນ, ເຮັດໃຫ້ວຽກງານການຈັດເກັບລາຍຮັບເຂົ້າງົບປະມານມີຄວາມສະດວກວ່ອງໄວ, ໂປ່ງໃສ ສາມາດກວດສອບໄດ້, ການມອບເງິນຄ່າພາສີ – ອາກອນໄດ້ມອບດ້ວຍລະບົບສະມາດເທັກ ( ຜ່ານທະນະຄານ ) ເຮັດໃຫ້ມີຄວາມສະດວກຂຶ້ນ.

ແນວໃດກໍຕາມ, ເພື່ອບັນລຸຕາມແຜນການເດືອນ 6 ຕົ້ນປີ 2019 ແລະ ແຜນການສູ້ຊົນການຈັດເກັບລາຍຮັບໝົດປີ 2019 ໃຫ້ບັນລຸຕາມແຜນການທີ່ວາງໄວ້ ແລະ ຮັບປະກັນຄວາມຖືກຕ້ອງຕາມລະບຽບກົດໝາຍ. ດ່ານພາສີສາກົນຂົວມິດຕະພາບ IV ໄດ້ວາງມາດຕະການສູ້ຊົນການຈັດຕັ້ງປະຕິບັດຈັດເກັບລາຍຮັບ 4 ມາດຕະການ ຄື: 1). ຄະນະດ່ານ, ຄະນະນໍາດ່ານພາສີຂົວມິດຕະພາບ IV ຕ້ອງໄດ້ເອົາໃຈໃສ່ໃນການຕິດຕາມກວດກາ – ກວດການປະຕິບັດໜ້າທີ່ວຽກງານແຕ່ລະໜ່ວຍງານ ແລະ ດ່ານທີ່ຂຶ້ນກັບໃຫ້ມີຄວາມຮັບຜິດຊອບສູງ ແລະ ສອດຄ່ອງຕາມລະ ບຽບກົດໝາຍຢ່າງເຂັ້ມງວດ; 2). ເອົາໃຈໃສ່ປະສານສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ, ສາຍຕັ້ງ – ສາຍຂວາງ ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານໃນປີ 2019 ໃຫ້ໄດ້ຕາມແຜນລື່ນແຜນການ; 3). ເອົາໃຈໃສ່ໂຄສະນາເຜີຍແຜ່ລະບຽບກົດໝາຍແນະນໍາທາງລະບຽບກົດໝາຍ ແລະ ນິຕິກໍາຕ່າງໆໃນການຈັດຕັ້ງກ່ຽວກັບການສົ່ງອອກ – ນໍາເຂົ້າ, ການຂົນສົ່ງຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າຕາມຊາຍແດນ; 4). ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງແນວຄິດໃຫ້ແກ່ພະນັກງານສະມາຊິກພັກທີ່ຂຶ້ນກັບ ຄວາມຮັບຜິດຊອບ, ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນ, ຊີ້ນໍາໆພາໃຫ້ອ້າຍນ້ອງພະນັກງານມີ ຄວາມເຊື່ອໝັ້ນ, ມີແນວຄິດອຸ່ນອຽນທຸ່ນທ່ຽງຮັກສາໄດ້ຄວາມສາມັກຄີ ແລະ ສາມາດເຮັດຫຼ້ອນໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ.

[ ແຫຼ່ງຂໍ້ມູນ: ກະຊວງການເງິນ ]