ເຟດເອັກຊ໌ ຂໍໂທດຫົວເຫວີ່ຍ ເລື່ອງ “ການຈັດສົ່ງຜິດເສັ້ນທາງ”

43

ບໍລິສັດເຟດເອັກຊ໌ຂອງສະຫະລັດ ອອກມາຂໍໂທດບໍລິສັດຫົວເຫວີ່ຍຂອງຈີນ ຈາກກໍລະນີການ “ປ່ຽນເສັ້ນທາງສົ່ງວັດສະດຸ” ແລະ ຢືນຢັນວ່າ ບໍ່ມີ “ບຸກຄົນທີສາມ” ກ່ຽວຂ້ອງ ຂະນະທີ່ ສໍານັກຂ່າວຊິນຫົວລາຍງານວ່າ ລັດຖະບານປັກກິ່ງກໍາລັງພິຈາລະນາຈໍາກັດການສົ່ງອອກສິນແຮ່ຫາຍາກໃຫ້ແກ່ອາເມຣິກາ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນພຸດ ທີ 29 ພຶດສະພາ ວ່າ ບໍລິສັດເຟດເອັກຊ໌ ຜູ້ໃຫ້ບໍລິການຂົນສົ່ງ ແລະ ຈັດສົ່ງສິນຄ້າສາຍດ່ວນລະຫວ່າງປະເທດລາຍໃຫຍ່ຂອງສະຫະລັດ ອອກຖະແຫຼງການ ເມື່ອວັນອັງຄານ ໂດຍເປັນພາສີຈີນ ແລະ ເຜີຍແຜ່ເທິງບັນຊີເຫວີ່ຍປໍ໋ ເຊິ່ງມີເນື້ອໃນສໍາຄັນ ວ່າ ເຟດເອັກຊ໌ ຂໍອະໄພຢ່າງສູງໄປເຖິງບໍລິສັດຫົວເຫວີ່ຍ ຕໍ່ “ຄວາມຜິດພາດ” ໃນການຈັດສົ່ງວັດສະດຸທັງ 4 ຫໍ່ຂອງບໍລິສັດ “ທີ່ຜິດເສັ້ນທາງການຂົນສົ່ງ” ແລະ ຢືນຢັນວ່າເຟດເອັກຊ໌ ກໍາລັງເລັ່ງດໍາເນີນການຈັດສົ່ງວັດສະດຸທັງ 4 ຫໍ່ ໄປເຖິງປາຍທາງທີ່ຖືກຕ້ອງແລ້ວ ພ້ອມທັງຢືນຢັນວ່າ ບໍ່ມີ “ບຸກຄົນພາຍນອກ” ກ່ຽວຂ້ອງກັບເລື່ອງນີ້.

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ຄວາມເຄື່ອນໄຫວດັ່ງກ່າວຂອງເຟດເອັກຊ໌ເກີດຂຶ້ນພຽງບໍ່ດົນ ຫຼັງບໍລິສັດຫົວເຫວີ່ຍປະຈໍາພາກພື້ນອາເມຣິກາອອກຖະແຫຼງການ “ທົບທວນ” ຄວາມຮ່ວມມືທາງທຸລະກິດ ແລະ ຄວາມສໍາພັນກັບເຟດເອັກຊ໌ ຫຼັງໄດ້ຮັບລາຍງານກ່ຽວກັບການທີ່ເຟດເອັກຊ໌ “ປ່ຽນເສັ້ນທາງຈັດສົ່ງ “ວັດສະດຸ 2 ຫໍ່ ເຊິ່ງລະບຸປາຍທາງເຖິງສໍານັກງານຂອງຫົວເຫວີ່ຍໃນອາຊີ ໜຶ່ງໃນນັ້ນຄືສໍານັກງານໃນຫວຽດນາມ ໃຫ້ສົ່ງໄປເຖິງ ສະຖານທີ່ແຫ່ງໜຶ່ງໃນສະຫະລັດ ແລະ ຍັງ “ພະຍາຍາມ” ປ່ຽນເສັ້ນທາງສົ່ງວັດສະດຸທີ່ລະບຸປາຍທາງເຖິງຫົວເຫວີ່ຍໃນອາຊີ ອີກ 2 ຫໍ່ດ້ວຍ ຂະນະທີ່ ສໍານັກງານຂອງຫົວເຫວີ່ຍ ທີ່ຢູ່ອາເມຣິກາ ແລະ ສໍານັກງານໃຫຍ່ທີ່ເມືອງເຊິນເຈິ້ນ ຍັງສະຫງວນທ່າທີຕໍ່ຄໍາຂໍໂທດຈາກເຟດເອັກຊ໌.

ในภาพอาจจะมี กลางคืน และต้นพืช

ຂະນະທີ່ ສໍານັກຂ່າວຊິນຫົວນໍາສະເໜີລາຍງານ ເມື່ອວັນພຸດ ວ່າ ລັດຖະບານປັກກິ່ງ “ກໍາລັງພິຈາລະນາຢ່າງຈິງຈັງ” ໃນການຈໍາກັດການສົ່ງອອກສິນແຮ່ຫາຍາກ ທາງອຸດສາຫະກໍາ ໃຫ້ແກ່ສະຫະລັດ ເນື່ອງຈາກວ່າ ນັບຈາກນີ້ ຄະນະກໍາມາທິການດ້ານການພັດທະນາ ແລະ ການປະຕິຮູບແຫ່ງຊາດ ເຊິ່ງເປັນໜ່ວຍງານຫຼັກທີ່ດູແລເລື່ອງດັ່ງກ່າວໂດຍກົງ ເຫັນດີໃຫ້ເພິ່ມຄວາມສໍາຄັນໃນການຈັດສັນສິນແຮ່ຫາຍາກໃຫ້ແກ່ຜູ້ປະກອບການພາຍໃນປະເທດກ່ອນ.

ในภาพอาจจะมี 4 คน, สถานที่กลางแจ้ง

ປັດຈຸບັນ ສິນແຮ່ຫາຍາກມີ 17 ຊະນິດ ເຖິງວ່າແຮ່ທາດເຫຼົ່ານີ້ມີອົງປະກອບຄ້າຍໂລຫະ ແຕ່ມັກບໍ່ລວມກຸ່ມຢູ່ໃນແຫຼ່ງດຽວກັນ ຈຶ່ງເຮັດໃຫ້ການເຮັດເໝືອງສິນຄ້າແບບນີ້ ຂ້ອນຂ້າງຫຍຸ້ງຍາກ ໂດຍສິນແຮ່ຫາຍາກທີ່ນໍາມາໃຊ້ກັນໃນຕອນນີ້ໄດ້ແກ່ ສະແກນດຽມ (Scandium) ໃຊ້ໃນອຸດສາຫະກໍາປິໂຕຣລຽມ, ໂພຣມິທຽມ (Promethium) ໃຊ້ໃນການຜະລິດແບັດເຕີຣີ່ພະລັງງານນິວເຄຣຍ, ແລນທານນໍາ (Lanthanum) ໃຊ້ໃນອຸດສາຫະກໍາດ້ານການຜະລິດຮູບເງົາ ແລະ ກ້ອງຖ່າຍຮູບ, ອິດທຣຽມ (Yttrium) ໃຊ້ໃນການຜະລິດໂທລະທັດ ແລະ ໜ້າຈໍ ແລະ ເພຣຊີໂອດີມຽມ (Praseodymium) ໃຊ້ອຸດສາຫະກໍາຜະລິດໃຍແກ້ວນໍາແສງ ແລະ ເຄື່ອງຈັກດ້ານການບິນ.

ທັງນີ້ ຈີນເປັນຜູ້ຜະລິດ ແລະ ສົ່ງອອກສິນແຮ່ຫາຍາກ ຫຼື ແຣຣ໌ – ເອີດ (Rare-earth elements) ລາຍໃຫຍ່ທີ່ສຸດຂອງໂລກ ໂດຍຄອງສັດສ່ວນການຕະຫຼາດຫຼາຍເຖິງ 80% ລະຫວ່າງປີ 2014 ເຖິງ 2017.