ຈັດກິດຈະກຳເກັບຂີ້ເຫຍື້ອຕ້ອນຮັບວັນສິ່ງແວດລ້ອມ

87

ໃນຕອນແລງຂອງວັນທີ 27 ພຶດສະພາຜ່ານມາ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ( ກຊສ ), ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ( ຄບຕ ) ແລະ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຮ່ວມກັນຈັດກິດຈະກຳເກັບຂີ້ເຫຍື້ອ ເພື່ອຮັກສາຄວາມສະອາດທີ່ເດີ່ນພະທາດຫຼວງ ໂດຍການນຳພາຂອງ ທ່ານ ໂລນຄຳ ອາດສະນາວົງ ຫົວໜ້າກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກະຊວງ ກຊສ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າ ຄບຕ, ທ່ານ ບຸນພາມາ ໂພທິສານ ຮອງຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ພ້ອມດ້ວຍພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໂລນຄຳ ອາດສະນາວົງ ກ່າວວ່າ: ການຈັດກິດຈະກຳຄັ້ງນີ້ ຖືວ່າເປັນກິດຈະກຳຕ້ອນຮັບວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ 2019 ທີ່ຈະມາເຖິງນີ້ ທັງເປັນການສ້າງຈິດສຳນຶກໃຫ້ມວນຊົນເກັບມ້ຽນຂີ້ເຫຍື້ອ ແລະ ອະນາໄມຕົວເມືອງ.  ນອກຈາກນີ້, ຍັງມີກິດຈະກຳປູກຕົ້ນໄມ້ໃນວັນທີ 1 ມິຖຸນາ ຈະມີການປູກຕົ້ນໄມ້ຢູ່ສວນພຶກສາ ( ດົງໝາກຄາຍ ) ແລະ ໃນວັນທີ 5 ມິຖຸນາ ຕາມແຜນແມ່ນຈະຈັດງານສຳມະນາກ່ຽວກັບສິ່ງແວດລ້ອມທີ່ມະຫາວິທະຍາໄລແຫ່ງຊາດຕື່ມອີກ.

ທ່ານ ນາງ ວິໄລວອນ ຈັນທະລາຕີ ກ່າວວ່າ: ວຽກງານການຮັກສາຄວາມສະອາດ ຫຼື ການເກັບຂີ້ເຫຍື້ອນີ້ ມັນແມ່ນໜ້າທີ່ຂອງໝົດທຸກຄົນໃນສັງຄົມທີ່ຈະຕ້ອງມີສ່ວນຮ່ວມຊ່ວຍກັນ ບໍ່ແມ່ນວ່າຈະເປັນພາກສ່ວນໃດໜຶ່ງ ຫຼື ອົງການຈັດຕັ້ງໃດໜຶ່ງໃນການຈັດເກັບ ເຊິ່ງມັນຈະຕ້ອງເລີ່ມທີ່ຕົວເຮົາເອງທຸກຄົນກໍຄືບໍ່ຖິ້ມຂີ້ເຫຍື້ອຊະຊາຍອັນນີ້ກໍເປັນການມີສ່ວນຮ່ວມແລ້ວ, ກິນແລ້ວເກັບ, ກິນແລ້ວມ້ຽນເລີ່ມຈາກຕົວທ່ານເອງ, ເລີ່ມຈາກຄອບຄົວທ່ານເອງ ເຊິ່ງການເຮັດແບບນີ້ກໍເປັນການປະກອບສ່ວນໜຶ່ງທີ່ຈະເຮັດໃຫ້ສັງຄົມ ຫຼື ບ້ານເມືອງຂອງເຮົາມີຄວາມສະອາດຈົບງາມ.

ດ້ານ ທ່ານ ບຸນພາມາ ໂພທິສານ ໃຫ້ຮູ້ວ່າ: ອົງການສະຫະປະຊາຊາດໄດ້ຮັບຮອງເອົາວັນທີ 5 ມິຖຸນາ ປີ 1972 ເປັນວັນສິ່ງແວດລ້ອມໂລກ ເຊິ່ງເລີ່ມຈາກປີດັ່ງກ່າວກໍເປັນເວລາ 47 ປີ ມາເຖິງປັດຈຸບັນ ແລະ ສປປ ລາວ ກໍໄດ້ຖືເອົາວຽກງານປົກປັກຮັກສາສິ່ງແວດລ້ອມເປັນບຸລິມະສິດລະດັບຊາດ ແລະ ໄດ້ລະບຸໃນກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ມາດຕາທີ 89 ຂອງ ສປປ ລາວ ຖືເອົາວັນທີ 5 ມິຖຸນາ ເປັນວັນສິ່ງແວດລ້ອມແຫ່ງຊາດ.

[ ຂ່າວ: ສັນຕິ, ຮູບ: ສອນໄຊ ]