Monthly Archives: August, 2020

ສ້າງຄວາມເຂົ້າໃຈກ່ຽວກັບການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

ສໍານັກງານຂໍ້ມູນຕ້ານການຟອກເງິນ ( ສຕຟງ ) ທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມວຽກງານການຕ້ານ - ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂຶ້ນໃນວັນທີ 21 ສິງຫາ 2020 ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ບໍ່ແກ້ວ ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ ແລະ ທ່ານ...

ກະຊວງການເງິນ ຕິດຕາມການຈັດຕັ້ງປະຕິບັດແຜນງົບປະມານທີ່ແຂວງຫົວພັນ

ຄະນະວິຊາການຂອງກະຊວງການເງິນ ໄດ້ລົງເຄື່ອນໄຫວຊຸກຍູ້ຕິດຕາມ - ກວດກາການຈັດຕັ້ງປະຕິບັດວຽກງານງົບປະມານ 6 ເດືອນຕົ້ນປີ ແລະ ແຜນດັດແກ້ 6 ເດືອນທ້າຍປີ 2020 ທີ່ພະແນກການເງິນແຂວງຫົວພັນ ເນື່ອງຈາກຜ່ານການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 33,48% ຂອງແຜນການປີ. ທ່ານ ຫົງທອງ ຈັນທາຈິດ ຫົວໜ້າພະແນກການເງິນແຂວງຫົວພັນ ໄດ້ລາຍງານໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ຫົວພັນໃນ...

ເມືອງລອງເດີນສາຍກວດໝໍ້ນັບໄຟ ແລະນ້ຳປະປາ

ເມື່ອບໍ່ດົນມານີ້ ທີມງານວິຊາການພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ຫຼວງນໍ້າທາ ສົມທົບກັບຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີເມືອງລອງ ພ້ອມດ້ວຍລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫຼວງນໍ້າທາ ແລະ ລັດວິສາຫະກິດນໍ້າປະປາແຂວງ ຫຼວງນ້ຳທາ ລົງສຸ່ມກວດທຽບ 3% ຂອງຈຳນວນກົງເຕີໄຟຟ້າ ແລະ ກົງເຕີນ້ຳປະປາຮອບ II ປະຈຳປີ 2020 ຢູ່ເມືອງລອງ. ຈຸດປະສົງໃນການກວດທຽບຄັ້ງນີ້ ກໍເພື່ອເຮັດໃຫ້ການຊົມໃຊ້ໄຟຟ້າ...

ຊົມເຊີຍຜົນສຳເລັດການຈັດຕັ້ງປະຕິບັດ ກິດຈະກຳປ້ອງກັນພະຍາດໂຄວິດ – 19

ກະຊວງສາທາລະນະສຸກ ແລະ ສະຖານທູດສະຫະລັດອາເມຣິກາ ຊົມເຊີຍຜົນສຳເລັດຂອງການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງວຽກງານສາທາລະນະສຸກ ເພື່ອປ້ອງກັນພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໂຄວິດ - 19 ຢູ່ ສປປ ລາວ. ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ໄດ້ຮັບທຶນຊ່ວຍເຫຼືອຈາກປະເທດສະຫະລັດອາເມຣິກາ ໂດຍຜ່ານອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ ( USAID ) ເຊິ່ງກິດຈະກໍາໂຄງການແມ່ນໄດ້ເນັ້ນໜັກໃສ່ດ້ານທີ່ບໍ່ກ່ຽວຂ້ອງກັບການຢາ ແລະ ການຮັກສາທາງການແພດໃນການຕອບໂຕ້ຕໍ່ພະຍາດໂຄວິດ - 19. ຜົນສຳເລັດດັ່ງກ່າວ, ປະກາດໃນກອງປະຊຸມສະຫຼຸບຖອດຖອນບົດຮຽນຂອງໂຄງການ ຈັດຂຶ້ນວັນທີ...

ທົບທວນຄືນການຈັດຕັ້ງປະຕິບັດໂຄງການເຊື່ອມໂຍງເສດຖະກິດອາຊຽນຂອງ ສປປ ລາວ

ກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ແລະ ອົງການຮ່ວມມືເຢຍລະມັນ ເພື່ອການພັດທະນາປະຈຳ ສປປ ລາວ ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດໂຄງການເຊື່ອມໂຍງເສດຖະກິດອາຊຽນຂອງ ສປປ ລາວ ເພື່ອພັດທະນາດ້ານທຸລະກິດ ແລະ ການຄ້າ ( RELATED ) ແລະ...

ການຄ້າ 6 ແຂວງພາກກາງ ພ້ອມໃຫ້ຄວາມຮູ້ແກ່ຫົວໜ່ວຍທຸລະກິດເຂົ້າຫາແຫຼ່ງທຶນ

ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ), ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ຈັດກອງປະຊຸມເຜີຍແຜ່ດຳລັດ ວ່າດ້ວຍ ທສວ ສະບັບເລກທີ 299/ລບ ລົງວັນທີ 4 ກັນຍາ 2020 ສໍາລັບ 6 ແຂວງພາກກາງ...

ປະໂຫຍດຈາກນໍ້າອ້ອຍ ເຄື່ອງດື່ມຈາກທຳມະຊາດຊ່ວຍບຳລຸງສຸຂະພາບ

ນໍ້າອ້ອຍສົດເປັນເຄື່ອງດື່ມຄາຍຮ້ອນທີ່ຫຼາຍຄົນມັກ ເພາະນໍ້າອ້ອຍທັງຫວານ ຫອມ ດື່ມແລ້ວສົດຊື່ນຫຼາຍ ແຕ່ນອກຈາກຄວາມແຊບແລ້ວ ນໍ້າອ້ອຍຍັງມີປະໂຫຍດຕໍ່ສຸຂະພາບເຮົາດ້ວຍ ເຮົາລອງມາຮູ້ຈັກປະໂຫຍດຂອງນໍ້າອ້ອຍກັນດີກວ່າ. 1 ແກ້ກະຫາຍ ນໍ້າອ້ອຍເຢັນໆ ມີລົດໍາເຫວານຈາກນໍ້າຕານທີ່ໄດ້ຈາກອ້ອຍ ຊ່ວຍຄາຍຮ້ອນ ດັບກະຫາຍໃຫ້ຮ່າງກາຍໄດ້ຢ່າງດີ. 2 ຊ່ວຍໃຫ້ຊຸ່ມຄໍ ບັນເທົາເສມຫະ ນໍ້າຕານຈາກອ້ອຍເປັນນໍ້າຕານທຳມະຊາດ ທີ່ມີສານອາຫານ ແລະ ວິຕາມິນຫຼາກຫຼາຍຊະນິດດ້ວຍກັນ ທັງຍັງມີສານຕ້ານອະນຸມູນອິດສະຫຼະຢ່າງໂພລິຟີນໍ ທີ່ມີສ່ວນຊ່ວຍຕ້ານອາການອັກເສບ ນໍ້າອ້ອຍຈຶ່ງຊ່ວຍໃຫ້ຊຸ່ມຄໍ ແລະ ຊ່ວຍຂັບເສມຫະໄປດ້ວຍໃນໂຕ. 3 ເຕີມພະລັງງານໃຫ້ຮ່າງກາຍໄດ້ທັນທີ...

ເມນູແນະນຳແລງນີ້ “ລາບປາດຸກ” ກິນກັບຜັກແຊບຄັກ

ລາບເປັນອາຫານທີ່ຄົນລາວນິຍົມເຮັດໃນງານບຸນ ງານດອງ ເພາະຄົນລາວເຮົາເຊື່ອວ່າການກິນລາບແລ້ວຈະເຮັດໃຫ້ມີໂຊກລາບ ຈຶ່ງເຮັດໃຫ້ມີເມນູລາບຕ່າງໆ ເຊັ່ນ: ລາບຊີ້ນ, ລາບໝູ, ລາບປາ ເປັນຕົ້ນ ແລະ ມື້ນີ້ເຮົາກໍມີລາບມາຝາກຜູ້ອ່ານໄດ້ລອງເອົາໄປປຸງແຕ່ງກິນ ເຊິ່ງເມນູລາບກໍຄື ລາບປາດຸກ. ສ່ວນປະກອບ ໝາກເຜັດແຫ້ງ 5 ໜ່ວຍ ຫອມບົວແດງ 4 ໜ່ວຍ ກະທຽມ 1 ຫົວ ປາດຸກປິ້ງ 1 ໂຕ ຫອມປ້ອມຊອຍ ນ້ຳປາແດກສຸກໃສ່ຕາມໃຈ ກະທຽມຈຽວໂຮຍໜ້າ ຂັ້ນຕອນໃນການປຸງແຕ່ງ 1 ເອົາໝາກເຜັດແຫ້ງໄປຂົ້ວແລ້ວນຳມາຕຳໃຫ້ລະອຽດ. 2 ນຳເອົາຫອມບົວແຫ້ງ ແລະ...

ສ.ຣັດເຊຍ ປະດັບຫຼຽນກາມິດຕະພາບໃຫ້ການນຳ ແລະພະນັກງານນັກຮົບກອງທັບປະຊາຊົນລາວ

ໃນມື້ນີ້ເອງກໍ່ຄືວັນທີ 27 ສິງຫາ 2020 ນີ້, ຢູ່ທີ່ສະໂມສອນຫ້ອງວ່າກະຊວງປ້ອງກັນປະເທດ, ກະຊວງປ້ອງກັນປະເທດ ແຫ່ງ ສະຫະພັນ ຣັດເຊຍ ຮ່ວມກັບ ກະຊວງປ້ອງກັນປະເທດ ແຫ່ງ ສປປລາວ ໄດ້ຈັດພິທີປະດັບຫຼຽນກາເສີມ ສ້າງມິດຕະພາບທາງດ້ານການທະຫານຂອງກະ ຊວງປ້ອງກັນປະເທດ ສ ຣັດເຊຍ ໃຫ້ແກ່ການນຳ ແລະ ພະນັກງານ-ນັກຮົບ ກອງທັບປະຊາຊົນ ລາວ,...

ເຮັດທຸລະກິດຍຸກ New Normal ຄວນຊອກລູກຄ້າໃໝ່ ພ້ອມທັງຮັກສາລູກຄ້າເກົ່າໃຫ້ໄດ້

ວົງຈອນຂອງການເຮັດທຸລະກິດທຸກປະເພດ ອາດມີຫຼາຍນິຍາມທີ່ແຕກຕ່າງກັນອອກໄປຕາມຄວາມເຊື່ອ ຫຼື ຫຼັກວິທີການຄິດຂອງເຈົ້າຂອງທຸລະກິດ ແຕ່ສິ່ງທີ່ຄ້າຍຄືກັນຄືເປົ້າໝາຍ, ມີກຳໄລ ເຊິ່ງອາຊີບນັກຂາຍ ແລະ ບໍລິການຈະມີຄວາມແຕກຕ່າງກັນຢ່າງຊິ້ນເຊີງ ໂດຍສິ່ງທີ່ເຮົາເຫັນນຳກັນໃນປັດຈຸບັນຄືທຸລະກິດທີ່ເຮັດການບໍລິການກຳລັງແຜ່ຫຼາຍໄລຍະ 2 - 3 ປີຜ່ານມາ. ສະນັ້ນ, ການເຮັດທຸລະກິດໃນຂະແໜງການນີ້ຈະຕ້ອງໃຫ້ຄວາມສຳຄັນເລື່ອງຂອງການຂາຍ ແລະ ບໍລິການເປັນຢ່າງດີ ນັບຕັ້ງແຕ່ກ່ອນລູກຄ້າຈະເຂົ້າມາຮ້ານຈົນເຖິງການເບິ່ງແຍງ, ການນຳສະເໜີສິນຄ້າຕ່າງໆຢ່າງເອົາໃຈໃສ່ ເພື່ອໃຫ້ລູກຄ້າເກີດຄວາມສົນໃຈເມື່ອລູກຄ້າມາໃຊ້ບໍລິການແລ້ວກໍຢາກກັບມາໃຊ້ບໍລິການອີກຮອບ ແລະ ຄັ້ງຕໍ່ໄປ. ນັກການຕະຫຼາດທ່ານໜຶ່ງບໍ່ປະສົງອອກນາມ ເວົ້າສູ່ຟັງວ່າ: ປັດຈຸບັນພວກເຮົາຢູ່ໃນຍຸກເຊື່ອມໂຍງ...
- Advertisment -
Slide
Slide

Most Read

error: Content is protected !!