ການຄ້າ 6 ແຂວງພາກກາງ ພ້ອມໃຫ້ຄວາມຮູ້ແກ່ຫົວໜ່ວຍທຸລະກິດເຂົ້າຫາແຫຼ່ງທຶນ

240

ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ), ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ຈັດກອງປະຊຸມເຜີຍແຜ່ດຳລັດ ວ່າດ້ວຍ ທສວ ສະບັບເລກທີ 299/ລບ ລົງວັນທີ 4 ກັນຍາ 2020 ສໍາລັບ 6 ແຂວງພາກກາງ ຂຶ້ນໃນວັນທີ 25 ສິງຫາ 2020 ທີ່ຫ້ອງວ່າການປົກຄອງແຂວງບໍລິຄໍາໄຊ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນເສັງ ປະຖໍາມະວົງ ຮອງເຈົ້າແຂວງບໍລິຄໍາໄຊ ແລະ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຄ ທັງເປັນປະທານສະພາບໍລິຫານ ທສວ.


ຈຸດປະສົງເພື່ອສ້າງຄວາມເຂົ້າໃຈໃຫ້ພະນັກງານທີ່ຮັບຜິດຊອບວຽກສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( SME ) ຈາກພະແນກ ອຄ, ສະພາການຄ້າ ແລະ ອຸດສາຫະກໍາ 6 ແຂວງພາກກາງ ປະກອບມີ: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ແລະ ແຂວງໄຊສົມບູນ ມີຄວາມເຂົ້າໃຈທີ່ເປັນເອກະພາບກັນ ກ່ຽວກັບວຽກງານສົ່ງເສີມ SME ເພື່ອໃຫ້ສາມາດສືບຕໍ່ເຜີຍແຜ່ຂໍ້ມູນ – ຂ່າວສານໃຫ້ຜູ້ປະກອບກິດຈະການຢູ່ໃນແຂວງ ຂອງຕົນໄດ້ຖືກຕ້ອງຊັດເຈນ ແລະ ທົ່ວເຖິງ ພ້ອມທັງສ້າງ ຄວາມເຂົ້າໃຈໃຫ້ SME ກ່ຽວກັບເງື່ອນໄຂຕ່າງໆຂອງການເຂົ້າຫາແຫຼ່ງທຶນຂອງກອງທຶນ.


ພາຍຫຼັງສ້າງຕັ້ງ ທສວ ໃນປີ 2010 ລັດຖະບານ ໄດ້ປະກອບທຶນຈໍານວນ 32 ຕື້ກີບ ໃຫ້ໃນປີ 2011 ຮອດປີ 2014 ສາມາດຍາດແຍ່ງທຶນຈາກທະນາຄານໂລກ ໄດ້ອີກຈໍານວນ 20 ລ້ານໂດລາສະຫະລັດ, ໃນນີ້ 15 ລ້ານໂດລາ ຫຼື 111,68 ຕື້ກີບ ເປັນເງິນສະໜອງສິນເຊື່ອໃຫ້ SME ແລະ 5 ລ້ານໂດລາ ເປັນເງິນຊ່ວຍເຫຼືອລ້າດ້ານວິຊາການ. ຫຼັງຈາກປັບປຸງດຳລັດມາເປັນດຳລັດ 299/ລບ ລັດຖະບານໄດ້ປະກອບທຶນເພີ່ມໃຫ້ ທສວ ອີກຈໍານວນ 200 ຕື້ກີບ ເຊິ່ງໃນນີ້ 182 ຕື້ກີບ ເປັນເງິນສະໜອງສິນເຊື່ອ, 16 ຕື້ກີບ ເປັນເງິນໂຄງການວິຊາການ ແລະ 2 ຕື້ກີບ ເປັນເງິນບໍລິຫານກອງທຶນ, ສັງລວມແລ້ວກອງທຶນມີທຶນ ຈໍານວນ 300 ກວ່າຕື້ກີບ ເພື່ອສະໜອງສິນເຊື່ອໃຫ້ SME ໂດຍເງື່ອນໄຂ SME ຈະໄດ້ຮັບສິນເຊື່ອຂອງແຕ່ລະບ້ວງແຕກຕ່າງກັນ.


ສໍາລັບຮູບແບບການສະໜອງສິນເຊື່ອຂອງກອງທຶນ ແມ່ນສະໜອງຜ່ານທະນາຄານທຸລະກິດ ເຊິ່ງຄວາມຮັບຜິດຊອບໃນການອະນຸມັດປ່ອຍກູ້ເປັນໜ້າທີ່ຂອງທະນາຄານກອງທຶນຈະເຮັດໜ້າທີ່ຕິດຕາມການນໍາໃຊ້ທຶນຖືກເປົ້າໝາຍ ຫຼື ບໍ່ ແລະ ຊ່ວຍສ້າງຄວາມເຂັ້ມແຂງໃຫ້ SME ແລະ ທະນາຄານທຸລະກິດ.
ການສະໜອງສິນເຊື່ອຂອງກອງທຶນ ນັບແຕ່ປີ 2012 ຮອດເດືອນກໍລະກົດ 2020 ສາມາດປ່ອຍສິນເຊື່ອໄດ້ ຈໍານວນ 460 ສັນຍາ ສໍາລັບ SME 349 ຫົວໜ່ວຍ ແລະ ສະໜອງທຶນໃຫ້ໂຄງການວິຊາການໄດ້ຈໍານວນ 53 ໂຄງການ ລວມມູນຄ່າ 3 ຕື້ກວ່າກີບ.