ປະໂຫຍດຈາກນໍ້າອ້ອຍ ເຄື່ອງດື່ມຈາກທຳມະຊາດຊ່ວຍບຳລຸງສຸຂະພາບ

355

ນໍ້າອ້ອຍສົດເປັນເຄື່ອງດື່ມຄາຍຮ້ອນທີ່ຫຼາຍຄົນມັກ ເພາະນໍ້າອ້ອຍທັງຫວານ ຫອມ ດື່ມແລ້ວສົດຊື່ນຫຼາຍ ແຕ່ນອກຈາກຄວາມແຊບແລ້ວ ນໍ້າອ້ອຍຍັງມີປະໂຫຍດຕໍ່ສຸຂະພາບເຮົາດ້ວຍ ເຮົາລອງມາຮູ້ຈັກປະໂຫຍດຂອງນໍ້າອ້ອຍກັນດີກວ່າ.

1 ແກ້ກະຫາຍ ນໍ້າອ້ອຍເຢັນໆ ມີລົດໍາເຫວານຈາກນໍ້າຕານທີ່ໄດ້ຈາກອ້ອຍ ຊ່ວຍຄາຍຮ້ອນ ດັບກະຫາຍໃຫ້ຮ່າງກາຍໄດ້ຢ່າງດີ.

2 ຊ່ວຍໃຫ້ຊຸ່ມຄໍ ບັນເທົາເສມຫະ ນໍ້າຕານຈາກອ້ອຍເປັນນໍ້າຕານທຳມະຊາດ ທີ່ມີສານອາຫານ ແລະ ວິຕາມິນຫຼາກຫຼາຍຊະນິດດ້ວຍກັນ ທັງຍັງມີສານຕ້ານອະນຸມູນອິດສະຫຼະຢ່າງໂພລິຟີນໍ ທີ່ມີສ່ວນຊ່ວຍຕ້ານອາການອັກເສບ ນໍ້າອ້ອຍຈຶ່ງຊ່ວຍໃຫ້ຊຸ່ມຄໍ ແລະ ຊ່ວຍຂັບເສມຫະໄປດ້ວຍໃນໂຕ.

3 ເຕີມພະລັງງານໃຫ້ຮ່າງກາຍໄດ້ທັນທີ ຄວາມຫວານຂອງນໍ້າອ້ອຍມີປະໂຫຍດໃນດ້ານຊ່ວຍເຕີມພະລັງງານໃຫ້ຮ່າງກາຍໄດ້ທັນທີທີ່ດື່ມ ແມ່ນໃຜທີ່ມີອາການອ່ອນເພຍ ດື່ມນໍ້າອ້ອຍເຢັນໆຈັກຈອກຈະຮູ້ສຶກດີຂຶ້ນ ເນື່ອງຈາກນໍ້າອ້ອຍຈະໄປເພີ່ມລະດັບນໍ້າຕານໃນເລືອດ ສົ່ງຜົນໃຫ້ຮ່າງກາຍມີພະລັງງານທັນທີ.

4 ຂັບຍ່ຽວ ນໍ້າອ້ອຍມີລິດຂັບຍ່ຽວ ດື່ມແລ້ວຊ່ວຍໃຫ້ກະຕຸ້ນລະບົບຂັບຖ່າຍດີຂຶ້ນອີກດ້ວຍ ນອກຈາກນີ້ນໍ້າອ້ອຍຍັງມີຊັບພະຄຸນຊ່ວຍປ້ອງກັນການຕິດເຊື້ອໃນລະບົບທາງເດີນຍ່ຽວອອກມາດ້ວຍນັ້ນເອງ.

5 ບຳລຸງຫົວໃຈ ບໍ່ແມ່ນພຽງແຕ່ດື່ມແລ້ວຊື່ນໃຈເທົ່ານັ້ນ ແຕ່ຕຳລັບຢາແຜນບູຮານຍັງດື່ມນໍ້າອ້ອຍບຳລຸງຫົວໃຈອີກດ້ວຍ.

6 ລົດອາການແພ້ທ້ອງ ນໍ້າອ້ອຍ1ຈອກປະສົມກັບນໍ້າຂິງອີກເຫຼັກໜ້ອຍ ສູດນີ້ຈະຊ່ວນລົດອາການແພ້ທ້ອງຊ່ວງເຊົ້າໆ ໃຫ້ຄົນຖືພາໄດ້ທັງຍັງໄດ້ຄຸນປະໂຫຍດຈາກນໍ້າຂິງເພີ່ມຂຶ້ນມາດ້ວຍ.