ກະຊວງການເງິນ ຕິດຕາມການຈັດຕັ້ງປະຕິບັດແຜນງົບປະມານທີ່ແຂວງຫົວພັນ

194

ຄະນະວິຊາການຂອງກະຊວງການເງິນ ໄດ້ລົງເຄື່ອນໄຫວຊຸກຍູ້ຕິດຕາມ – ກວດກາການຈັດຕັ້ງປະຕິບັດວຽກງານງົບປະມານ 6 ເດືອນຕົ້ນປີ ແລະ ແຜນດັດແກ້ 6 ເດືອນທ້າຍປີ 2020 ທີ່ພະແນກການເງິນແຂວງຫົວພັນ ເນື່ອງຈາກຜ່ານການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 33,48% ຂອງແຜນການປີ.
ທ່ານ ຫົງທອງ ຈັນທາຈິດ ຫົວໜ້າພະແນກການເງິນແຂວງຫົວພັນ ໄດ້ລາຍງານໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ຫົວພັນໃນ 6 ເດືອນຕົ້ນປີ 2020 ຢູ່ໃນສະພາບແວດລ້ອມທີ່ບໍ່ອໍານວຍ ແລະ ມີຄວາມທ້າທາຍຫຼາຍດ້ານ ທີ່ມີຜົນກະທົບທາງກົງ ແລະ ທາງອ້ອມພໍສົມຄວນ.


ໃນປີ 2020 ແຂວງຫົວພັນໄດ້ຮັບຕົວເລກຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຈໍານວນ 128,79 ຕື້ກວ່າກີບ;ໃນນັ້ນ, ພູດສູນກາງຈໍານວນ 26,49 ຕື້ກີບ, ສ່ວນລາຍຮັບຂອງແຂວງ ຈໍານວນ 102 ຕື້ກີບ.
ຜ່ານການຈັດຕັ້ງປະຕິບັດສາມາດຈັດເກັບລາຍຮັບເຂົ້າງົບປະມານໃນ 6 ເດືອນຕົ້ນປີ ປະຕິບັດໄດ້ 43,12 ຕື້ກີບ ເທົ່າກັບ 33,48% ຂອງແຜນການປີ. ໃນນັ້ນ, ລາຍຮັບພູດສູນກາງປະຕິບັດໄດ້ 15,7 ຕື້ກີບ ເທົ່າກັບ 59,38% ຂອງແຜນການປີ; ລາຍຮັບພູດຂອງແຂວງປະຕິບັດໄດ້ 27,39 ຕື້ກວ່າກີບ ເທົ່າກັບ 26,78% ຂອງແຜນການປີ.


ຈາກນັ້ນ, ຄະນະປະທານໄດ້ມີຄໍາເຫັນເພື່ອເປັນທິດຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ເພື່ອເຮັດໃຫ້ວຽກງານມີຄວາມສະດວກ ແລະ ສອດຄ່ອງກັບສະພາບການ ແລະ ໄດ້ເນັ້ນໃຫ້ເອົາໃຈໃສ່ເພີ່ມທະວີການປະສານງານກັບແຕ່ລະຂະແໜງການໃຫ້ໄປລວງດຽວກັນ, ບັນດາຂໍ້ມູນຕ່າງໆສາມາດເຊື່ອມຈອດເປັນອັນດຽວກັນ ເປັນຕົ້ນ: ການແກ້ໄຂຂໍ້ມູນທີ່ດິນເພື່ອເກັບກໍາຄ່າເຊົ່າສໍາປະທານ, ການແກ້ໄຂບັນຫາໜີ້ສິນກໍຄືການທວງໜີ້ກັບພາກສ່ວນທີ່ເຫັນວ່າຍັງຄົງຄ້າງ, ການເກັບກໍາຂໍ້ມູນຖານລາຍຮັບຂອງທຸກໆຂະແໜງການທີ່ກ່ຽວຂ້ອງ. ທັງນີ້, ກໍເພື່ອເປັນທິດເຍືອງທາງໃຫ້ແກ່ການຈັດຕັ້ງປະຕິບັດໃນທ້າຍປີ 2020 ໃຫ້ສາມາດຈັດເກັບລາຍຮັບໄດ້ຕາມແຜນການທີ່ກໍານົດໄວ້.


ພິທີດັ່ງກ່າວມີຂຶ້ນໃນວັນທີ 24 – 26 ສິງຫາ 2020 ທີ່ພະແນກການເງິນ ແຂວງຫົວພັນ ໃຫ້ກຽດນຳພາຂອງ ທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ພັນທອງ ເພັດໄຊສົມພັນ ຮອງເຈົ້າແຂວງຫົວພັນ.