ເມືອງລອງເດີນສາຍກວດໝໍ້ນັບໄຟ ແລະນ້ຳປະປາ

234

ເມື່ອບໍ່ດົນມານີ້ ທີມງານວິຊາການພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ຫຼວງນໍ້າທາ ສົມທົບກັບຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີເມືອງລອງ ພ້ອມດ້ວຍລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫຼວງນໍ້າທາ ແລະ ລັດວິສາຫະກິດນໍ້າປະປາແຂວງ ຫຼວງນ້ຳທາ ລົງສຸ່ມກວດທຽບ 3% ຂອງຈຳນວນກົງເຕີໄຟຟ້າ ແລະ ກົງເຕີນ້ຳປະປາຮອບ II ປະຈຳປີ 2020 ຢູ່ເມືອງລອງ.


ຈຸດປະສົງໃນການກວດທຽບຄັ້ງນີ້ ກໍເພື່ອເຮັດໃຫ້ການຊົມໃຊ້ໄຟຟ້າ ແລະ ນໍ້າປະປາມີ ຄວາມຍຸຕິທຳ, ບໍ່ມີການເອົາ ລັດເອົາປຽບລະຫວ່າງຜູ້ຊົມໃຊ້ ແລະ ລັດວິສາຫະກິດໄຟຟ້າລາວສາຂາແຂວງຫຼວງນໍ້າທາ, ລັດວິສາຫະກິດນໍ້າປະປາ ແຂວງຫຼວງນ້ຳທາ ແລະ ຍັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມ. ເວົ້າສະເພາະການສຸ່ມກວດທຽບ 3% ຂອງຈຳນວນກົງເຕີໄຟຟ້າໄດ້ທັງໝົດ 127 ໜ່ວຍ. ໃນນັ້ນ, ມີປະເພດໄຟ 1 ເຟສ ຈຳນວນ 116 ໜ່ວຍ; ປະເພດໄຟ 3 ເຟສ ຈຳນວນ 11 ໜ່ວຍ ແລະ ສຸ່ມກວດທຽບ 3% ຂອງກົງເຕີນໍ້າປະປາໄດ້ທັງໝົດ 43 ໜ່ວຍ.


ຜ່ານການກວດທຽບເຫັນວ່າຖືກຕ້ອງຕາມຄ່າມາດຕະຖານທີ່ໄດ້ກໍານົດໄວ້ ມີພຽງຈໍານວນເຫຼັກໜ້ອຍເທົ່ານັ້ນທີ່ຈະໄດ້ປັບປຸງແກ້ໄຂ. ການລົງກວດດັ່ງກ່າວແມ່ນປະຕິບັດຕາມກົດໝາຍ ວ່າດ້ວຍມາດຕະຖານ ສະບັບເລກທີ 49/ສພຊ ລົງວັນທີ 18 ກໍລະກົດ 2014; ກົດໝາຍວ່າດ້ວຍວັດແທກ ສະບັບເລກທີ 36/ສພຊ ລົງວັນທີ 13 ທັນວາ 2013; ແຜນເຄື່ອນໄຫວຂອງພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງປະຈໍາປີ 2020.

ຂ່າວ ແລະຮູບຈາກ: ພວຕ ແຂວງຫຼວງນໍ້າທາ