Monthly Archives: August, 2020

ວິທີເຮັດເຂົ້າໜົມແໜບໃສ້ໝາກພ້າວອ່ອນ

ຂຶ້ນຊື່ເຂົ້າໝົມຫວານກໍຈະມີຫຼາກຫຼາຍເມນູ ແຕ່ເມນູທີ່ຈະມາແນະນຳໃນມື້ນີ້ກໍຄື ເຂົ້າໜົມແໜບ ເຊິ່ງໃນຊ່ວງຍາມບຸນຈະເປັນເຂົ້າໜົມຢ່າງໜຶ່ງທີ່ນິຍົມເອົາໄປໃສ່ບາດ ແລະ ມື້ນີ້ເຮົາກໍມີສູດເຮັດເຂົ້າໜົມແໜບມາໃຫ້ຜູ້ອ່ານໄດ້ລອງນຳໄປເຮັດເບິ່ງ. ສ່ວນປະກອບທັງໝົດມີ: ແປ້ງເຂົ້າໜຽວ 1 ຖົງ ແປ້ງເຂົ້າຈ້າວ 1 ຈອກ ນ້ຳຕານຊາຍ 1 ຈອກ ກະທິໝາກພ້າວ 1 ກະປອງ ເນຍ ຫຼື ນ້ຳມັນພືດ 1 ບ່ວງ ໝາກພ້າວຂູດປະມານ 1 ຖ້ວຍໃຫຍ່ ນ້ຳອ້ອຍ 4 ກ້ອນ ເກືອ 1 ບ່ວງກາເຟ ໃບຕອງສຳຫຼັບໄວ້ຫໍ່ ວິທີປະສົມແປ້ງ 1...

ທ່ານຊິນໂຊະ ອາເບະ ລາອອກຈາກຕຳແໜ່ງນາຍົກຍີ່ປຸ່ນ ຍ້ອນບັນຫາສຸຂະພາບຊຳເຮື້ອ

ທ່ານຊິນໂຊ ອາເບະ ປະກາດລາອອກຈາກຕຳແໜ່ງນາຍົກລັດຖະມົນຕີປະເທດຍີ່ປຸ່ນ ຍ້ອນບັນຫາສຸຂະພາບຊຳເຮື້ອ ແຕ່ຈະສືບຕໍ່ປະຕິບັດໜ້າທີ່ຮັກສາການຈົນກວ່າຈະມີຜູ້ນຳຄົນໃໝ່. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນສຸກ ທີ 28 ສິງຫາ ວ່າ ນາຍົກລັດຖະມົນຕີຊິນໂຊະ ອາເບະ ໄດ້ຖະແຫຼງການຜ່ານສະຖານີໂທລະພາບແຫ່ງຊາດ ເມື່ອແລງວັນສຸກຕາມເວລາທ້ອງຖິ່ນ ວ່າ ທ່ານໄດ້ລາອອກຈາກຕຳແໜ່ງຜູ້ນຳຂອງລັດຖະບານຍີ່ປຸ່ນ ແລະ ຫົວໜ້າພັກເສລີປະຊາທິປະໄຕ (LDP) "ຍ້ອນບັນຫາສຸຂະພາບເຊິ່ງເປັນອຸປະສັກຕໍ່ການຕັດສິນໃຈເລື່ອງສຳຄັນ" ໂດຍທ່ານ ກ່າວວ່າ ພະຍາດລຳໄສ້ອັກເສບຄືສາເຫດທີ່ເຄີຍເຮັດໃຫ້ທ່ານຕ້ອງລາອອກຈາກຕຳແໜ່ງ...

ທ່ຽວຕາດສີດາ ຊົມທຳມະຊາດທີ່ສວຍງາມໃນລະດູຝົນ

ຕາດສີດາ ເປັນສະຖານທີ່ທ່ອງທ່ຽວສໍາຄັນອີກແຫ່ງໜຶ່ງຂອງເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ. ຫາກທ່ານເດີນທາງຈາກນະຄອນປາເຊ ໄປຕາມເສັ້ນທາງເລກທີ 13 ໃຕ້ ດ້ວຍລົດເມ, ລົດສອງແຖວ ຫຼື ລົດສ່ວນຕົວ. ພໍຮອດກິໂລແມັດທີ 11 ທ່ານຈະເຫັນປ້າຍທີ່ຂຽນຕົວໜັງສືໂຕບັກໃຫຍ່ດ້ວຍການແຕ້ມພາບທຳມະຊາດອັນສວຍງາມຂອງຕາດໃສ່ວ່າ “ ເຊີນທ່ຽວຊົມທຳມະຊາດຕາດສີດາ ບ້ານທົ່ງອຸດົມ ແລະ ແວ່ຊົມສວນນົກກະຈອກເທບ ” ເພິ່ນວ່າຊັ້ນເດ!. ສຳລັບເສັ້ນທາງເຂົ້າ ສູ່ຕາດ ເປັນທາງປູຢາງ ຄວາມຍາວປະມານ...

ໄຂ້ເລືອດອອກຍັງໜັກ ມື້ດຽວມີຜູ້ຕິດເຊື້ອ 56 ກໍລະນີ, ເສຍຊີວິດເພີ່ມ 1 ຄົນ

ນັບແຕ່ຕົ້ນປີ 2020 ຫາປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອຈາກພະຍາດໄຂ້ຍຸງລາຍສະສົມທັງໝົດ 5.593 ຄົນ, ເສຍຊີວິດແລ້ວ 10 ກໍລະນີ. ໂດຍແຂວງທີ່ມີການລາຍງານພົບຜູ້ຕິດເຊື້ອຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ ມີເຖິງ 1.300 ຄົນ, ຖັດລົງມາແມ່ນ ບໍລິຄຳໄຊ 654 ຄົນ, ແຂວງວຽງຈັນ 597 ຄົນ, ບໍ່ແກ້ວ...

ຄຳມ່ວນ, ສະຫວັນ ແລະບໍລິຄຳໄຊຈະຮ່ວມແກ້ໄຂ ເຂດຊາຍແດນຮ່ວມ ຕີຖອຍພວກສວຍໂອກາດ

3 ແຂວງລະຫວ່າງບໍລິຄຳໄຊ, ຄຳມ່ວນ ແລະສະຫວັນນະເຂດໄດ້ຈັດກອງປະຊຸມປຶກສາຫາລືແກ້ໄຂເຂດແດນເຊື່ອມຕໍ່ລະຫວ່າງແຂວງໃນວັນທີ 27-28 ສິງຫາ 2020 ທີ່ແຂວງຄຳມ່ວນ ໂດຍມີທ່ານ  ທອງຈັນ ມະນີໄຊ ຮອງລັດຖະມົນຕີກະຊວງພາຍໃນ ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າແກ້ໄຂ ເຂດແດນເຊື່ອມຕໍ່, ມີບັນດາຮອງເຈົ້າແຂວງ ແລະ ຄະນະຮັບຜິດຊອບແກ້ໄຂເຂດແດນເຊື່ອມຕໍ່ ພ້ອມດ້ວຍບັນດາເມືອງ ທີ່ມີຊາຍແດນເຊື່ອມຕໍ່ ທັງ 3 ແຂວງເຂົ້າຮ່ວມ. ຜ່ານການຄົ້ນຄວ້າປຶກສາຫາລືເປັນເວລາ 2 ວັນ...

ເຊຍທີມກອງທັບລາວເຂົ້າຮ່ວມ ກິລາການທະຫານສາກົນ 2020 ຈັດຂຶ້ນທີ່ມົສກູ

ກິລາການທະຫານ ແລະເວທີເຕັກນິກການທະຫານສາກົນ 2020 ຈັດຂຶ້ນຢ່າງເປັນທາງການ ທີ່ ນະຄອນຫລວງມົສກູ ປະເທດຣັດເຊຍ ໄດ້ເລີ່ມຕົ້ນຂຶ້ນແຕ່ວັນທີ 25 ຫາ 28 ສິງຫາ 2020. ພັນເອກ ບຸນສົດ ອີນສີນາ ຮອງຫົວໜ້າກົມຊ່າງແສງ ກອງທັບປະຊາຊົນລາວ ໃຫ້ຮູ້ວ່າ: ການເຂົ້າຮ່ວມການແຂ່ງຂັນກິລາການທະຫານສາກົນ ARMY GAMES 2020 ທີ່ລັດເຊຍເປັນເຈົ້າພາບ ເພື່ອເປັນການຍົກສູງບົດບາດ...

ສໍາຜັດບໍ່ນ້ຳຮ້ອນ ເມື່ອມາທ່ຽວແຂວງບໍ່ແກ້ວ

ບໍ່ນ້ຳຮ້ອນມີສະຖານທີ່ຕັ້ງຢູ່ບ້ານນໍ້າເກິ່ງເກົ່າ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຊິ່ງເປັນສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງທີ່ຖືກຄົ້ນພົບປີ ຄ.ສ 1960 ຫ່າງຈາກເທສະບານແຂວງໄປທາງທິດເໜືອປະມານ 29 ກິໂລແມັດ ແລະ ຫ່າງຈາກບ້ານນ້ຳເກິ່ງເກົ່າ ປະມານ 4 ກິໂລແມັດ ເຂົ້າໄປທາງຫົວນ້ຳຍາວ ແລະ ເປັນອີກບ່ອນໜຶ່ງທີ່ເປັນບໍ່ນ້ຳຮ້ອນທຳມະຊາດ ມີ ຄວາມຮ້ອນປະມານ 75 - 80 ອົງສາ. ຕາມການໃຫ້ຂໍ້ມູນຂອງ ທ່ານ...

ມະຫາວິທະຍາໄລເຄມບຣີດ ກຽມທົດລອງວັກແຊັງຕ້ານໂຄວິດໃນຄົນ

ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ທ່ານ ໂຈນາທານ ຮີນີ ຫົວໜ້າຫ້ອງປະຕິບັດການໄວຣັສຈາກສັດຂອງມະຫາວິທະຍາໄລເຄມບຣີດ ປະເທດອັງກິດ ກ່າວວ່າ: ກຽມລົງມືທົດລອງວັກແຊັງທີ່ມະຫາວິທະຍາໄລພັດທະນາ ໂດຍຈະເລີ່ມທົດລອງໃນຄົນໃນໄວໆນີ້ ຫຼັງຈາກທີ່ໄດ້ຮັບເງິນສະໜັບສະໜູນຈາກລັດຖະບານອັງກິດ. ວັກແຊັງດັ່ງກ່າວນີ້ ແຕກຕ່າງຈາກວັກແຊັງຊະນິດອື່ນໆທີ່ກຳລັງທົດລອງໃນຄົນຢູ່ໃນຂະນະນີ້ ເພາະຖືກພັດທະນາໂດຍໃຊ້ວິທີການຈຳແນກພັນທຸກຳຂອງໂຄໂຣນາໄວຣັສທຸກຊະນິດທີ່ມະນຸດຮູ້ຈັກ, ມາເປັນສິ່ງກະຕຸ້ນໃຫ້ລະບົບພູມຄຸ້ມກັນຂອງຮ່າງກາຍສ້າງພູມຄຸ້ມກັນຂຶ້ນ ເຊິ່ງຫາກປະສົບຜົນສຳເລັດຈະເຮັດໃຫ້ວັກແຊັງທີ່ມີຊື່ວ່າ ໄດອອສ - ໂຄແວັກ - 2 ສາມາດປ້ອງກັນການຕິດເຊື້ອຂອງໂຄໂຣນາໄວຣັສ ໄດ້ທຸກຊະນິດ ເຊັ່ນ: ໂຄວິດ...

ນ້ຳຖ້ວມອັຟການິດສະຖານ ມີຜູ້ເສຍຊີວິດ 100 ຄົນ

ສຳນັກຂ່າວເອເອັຟພີ ລາຍງານວ່າ: ເກີດມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມໄຫຼຊຸແຮງຢູ່ເມືອງຊາຣີກາ ເຊິ່ງຕັ້ງຢູ່ທາງພາກເໜືອຂອງນະຄອນຫຼວງກາບູລ ປະເທດອັຟການິດສະຖານ ໂດຍມີລາຍງານວ່າມີຜູ້ເສຍຊີວິດຈາກເຫດການນ້ຳຖ້ວມຄັ້ງນີ້ຢ່າງໜ້ອຍ 100 ຄົນແລ້ວ, ຂະນະທີ່ໜ່ວຍກູ້ໄພ ແລະ ເຈົ້າໜ້າທີ່ຍັງຄົງເລັ່ງຄົ້ນຫາຜູ້ລອດຊີວິດທີ່ຕິດຢູ່ຕາມບ້ານເຮືອນຂອງປະຊາຊົນ. ກະຊວງບໍລິຫານຈັດການໄພພິບັດຂອງອັຟການິດສະຖານລາຍງານວ່າ: ນອກຈາກມີຜູ້ເສຍຊີວິດ 100 ຄົນແລ້ວ ຍັງມີຜູ້ບາດເຈັບອີກ 100 ກວ່າຄົນ ແລະ ບ້ານເຮືອນຂອງປະຊາຊົນໄດ້ຮັບຄວາມເສຍຫາຍ 500 ກວ່າຫຼັງ ຈາກນ້ຳໄຫຼຊຸແຮງຄັ້ງນີ້.

ຈີນ ປະນາມ ອາເມຣິກາ ທີ່ສົ່ງຍົນສອດແນມລົບກວນການຊ້ອມຮົບ

ກະຊວງປ້ອງກັນປະເທດຈີນ ອອກຖະແຫຼງການປະນາມສະຫະລັດອາເມຣິກາ ທີ່ສົ່ງຍົນ U - 2 ເຊິ່ງເປັນຍົນສອດແນມເຂົ້າສູ່ນ່ານຟ້າຫ້າມບິນ ບໍລິເວນທີ່ກອງທັບປະຊາຊົນຈີນ ກຳລັງຊ້ອມຮົບດ້ວຍລູກປືນແທ້ ເມື່ອວັນທີ 25 ສິງຫາຜ່ານມາ ໂດຍລະບຸວ່າ: ການກະທຳດັ່ງກ່າວເປັນການຍຸແຍ່ຂອງສະຫະລັດ. ໃນຂະນະທີ່ສະຫະລັດກໍໄດ້ອອກຖະແຫຼງການໂດຍລະບຸວ່າ: ການລາດຕະເວນດັ່ງກ່າວມີຂຶ້ນໃນພູມີພາກອິນໂດ - ປາຊີຟິກ ແລະ ເປັນໄປຕາມລະບຽບຂໍ້ບັງຄັບດ້ານການບິນນາໆຊາດ ພ້ອມຢືນຢັນວ່ານັກບິນຂອງກອງທັບອາກາດຍັງຈະສືບຕໍ່ປະຕິບັດການບິນໃນທຸກໆພື້ນທີ່ທີ່ກົດໝາຍສາກົນອະນຸຍາດ ເຊິ່ງໄລຍະເວລາ ແລະ ຄວາມຖີ່ນັ້ນ ອາເມຣິກາ...
- Advertisment -
Slide
Slide

Most Read

error: Content is protected !!