ລາບເປັນອາຫານທີ່ຄົນລາວນິຍົມເຮັດໃນງານບຸນ ງານດອງ ເພາະຄົນລາວເຮົາເຊື່ອວ່າການກິນລາບແລ້ວຈະເຮັດໃຫ້ມີໂຊກລາບ ຈຶ່ງເຮັດໃຫ້ມີເມນູລາບຕ່າງໆ ເຊັ່ນ: ລາບຊີ້ນ, ລາບໝູ, ລາບປາ ເປັນຕົ້ນ ແລະ ມື້ນີ້ເຮົາກໍມີລາບມາຝາກຜູ້ອ່ານໄດ້ລອງເອົາໄປປຸງແຕ່ງກິນ ເຊິ່ງເມນູລາບກໍຄື ລາບປາດຸກ.
ສ່ວນປະກອບ
ໝາກເຜັດແຫ້ງ 5 ໜ່ວຍ
ຫອມບົວແດງ 4 ໜ່ວຍ
ກະທຽມ 1 ຫົວ
ປາດຸກປິ້ງ 1 ໂຕ
ຫອມປ້ອມຊອຍ
ນ້ຳປາແດກສຸກໃສ່ຕາມໃຈ
ກະທຽມຈຽວໂຮຍໜ້າ
ຂັ້ນຕອນໃນການປຸງແຕ່ງ
1 ເອົາໝາກເຜັດແຫ້ງໄປຂົ້ວແລ້ວນຳມາຕຳໃຫ້ລະອຽດ.
2 ນຳເອົາຫອມບົວແຫ້ງ ແລະ ກະທຽມໄປຂົ້ວ ຈົນກວ່າສຸກຫອມ ແລະ ນຳມາຊອຍໃສ່ໃນລາບ.
3 ແກະເອົາຊີ້ນປາດຸກອອກຈາກກ້າງ ນຳມາສັບໃຫ້ລະອຽດ.
4 ນຳປາດຸກທີ່ສັບແລ້ວມາໃສ່ໃນພາຊະນະທີ່ຈະປະສົມ ໃສ່ໝາກເຜັດ ກະທຽມ ຫອມບົວ ທີ່ກຽມໄວ້ ມາຄົນປະສົມກັນ ປຸງລົດຊາດດ້ວຍນ້ຳປາແດກ ໃສ່ຜັກຫອມປ້ອມຊອຍ ຈາກນັ້ນກໍຈັດໃສ່ຈານ.
5 ໂຮຍກະທຽມຈຽວ ຕົກແຕ່ງໃຫ້ງາມ ພ້ອມເສີບ.