ສ້າງຄວາມເຂົ້າໃຈກ່ຽວກັບການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

136

ສໍານັກງານຂໍ້ມູນຕ້ານການຟອກເງິນ ( ສຕຟງ ) ທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມວຽກງານການຕ້ານ – ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂຶ້ນໃນວັນທີ 21 ສິງຫາ 2020 ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ບໍ່ແກ້ວ ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ ແລະ ທ່ານ ຈອມສີ ລັດຕະນະປັນ ຮອງເຈົ້າແຂວງບໍ່ແກ້ວ.

ການເຜີຍແຜ່ວຽກງານດັ່ງກ່າວໃນຄັ້ງນີ້ ເປັນການເຜີຍແຜ່ເປີດກວ້າງຄວາມຮັບຮູ້ກ່ຽວກັບວຽກງານຕ້ານການຟອກເງິນຕາມແຜນການຈັດຕັ້ງປະຕິບັດຂອງຄະນະສະເພາະກິດແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ບັນດານິຕິກຳຕ່າງໆທີ່ຕິດພັນ ໂດຍສະເພາະຄຳສັ່ງແນະນຳວ່າດ້ວຍການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແນໃສ່ສ້າງຄວາມຮັບຮູ້ໃຫ້ກັບພາກສ່ວນອົງການສືບສວນ – ສອບສວນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເຂົ້າໃຈຕໍ່ກັບຜົນການປະເມີນຄວາມສ່ຽງແຫ່ງຊາດ ແລະ ແຜນການຈັດຕັ້ງປະຕິບັດແກ້ໄຂໃນຕໍ່ໜ້າ.

ການຟອກເງິນແມ່ນການປ່ຽນຮູບ, ນຳໃຊ້, ເຄື່ອນຍ້າຍ, ແລກປ່ຽນ, ໄດ້ມາ, ຄອບຄອງ, ໂອນກຳມະສິດທີ່ແທ້ຈິງຂອງເງິນ ຫຼື ຊັບສິນອື່ນທີ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໂດຍທີ່ຮູ້, ໄດ້ຮູ້ ຫຼື ສົງໄສວ່າເງິນ ຫຼື ຊັບສິນນັ້ນມາຈາກການກະທໍາຜິດ ເພື່ອປົກປິດ ຫຼື ຊຸກເຊື່ອງຄຸນລັກສະນະ, ທີ່ມາຂອງເງິນ, ທີ່ຕັ້ງຂອງຊັບສິນ ເພື່ອເຮັດໃຫ້ເງິນ ຫຼື ຊັບສິນດັ່ງກ່າວຖືກຕ້ອງຕາມກົດໝາຍ. ການກະທຳທີ່ເປັນການຟອກເງິນແມ່ນການປ່ຽນຮູບ, ການໂອນເງິນ ຫຼື ຊັບສິນອື່ນ ໂດຍມີຈຸດປະສົງປົກປິດ ຫຼື ເຊື່ອງອໍາໃຫ້ການຊ່ວຍເຫຼືອຜູ້ກະທຳຜິດຕົ້ນ ເພື່ອຫຼົບຫຼີກຈາກຜົນສະທ້ອນທາງດ້ານກົດໝາຍ.

[ ເນື້ອໃນ – ຮູບ: ບຸນເພັດ ໄຊຍະວົງ ]