ຊົມເຊີຍຜົນສຳເລັດການຈັດຕັ້ງປະຕິບັດ ກິດຈະກຳປ້ອງກັນພະຍາດໂຄວິດ – 19

136

ກະຊວງສາທາລະນະສຸກ ແລະ ສະຖານທູດສະຫະລັດອາເມຣິກາ ຊົມເຊີຍຜົນສຳເລັດຂອງການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງວຽກງານສາທາລະນະສຸກ ເພື່ອປ້ອງກັນພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໂຄວິດ – 19 ຢູ່ ສປປ ລາວ.
ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ໄດ້ຮັບທຶນຊ່ວຍເຫຼືອຈາກປະເທດສະຫະລັດອາເມຣິກາ ໂດຍຜ່ານອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ ( USAID ) ເຊິ່ງກິດຈະກໍາໂຄງການແມ່ນໄດ້ເນັ້ນໜັກໃສ່ດ້ານທີ່ບໍ່ກ່ຽວຂ້ອງກັບການຢາ ແລະ ການຮັກສາທາງການແພດໃນການຕອບໂຕ້ຕໍ່ພະຍາດໂຄວິດ – 19.

ຜົນສຳເລັດດັ່ງກ່າວ, ປະກາດໃນກອງປະຊຸມສະຫຼຸບຖອດຖອນບົດຮຽນຂອງໂຄງການ ຈັດຂຶ້ນວັນທີ 27 ສິງຫາ 2020 ທີ່ນະຄອນຫຼວງວຽງຈັນ, ເປັນປະທານຮ່ວມຂອງ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ໄມເຄີລ ຣອນນິ້ງ ຜູ້ຕາງໜ້າອົງການ USAID ປະຈຳລາວ, ໂດຍມີຜູ້ຕາງໜ້າຈາກລັດຖະບານລາວ, ສະຖານທູດສະຫະລັດອາເມຣິກາ, USAID, ອົງການຊ່ວຍເຫຼືອເດັກ ແລະ ເຄືອຂ່າຍອົງການຈັດຕັ້ງທາງສັງຄົມ ເພື່ອໂພຊະນາການເຂົ້າຮ່ວມ.

ບັນດາຜົນສຳເລັດຂອງໂຄງການ ປະກອບມີ: ການສ້າງຂີດຄວາມສາມາດຂອງສາຍດ່ວນແຫ່ງຊາດ ໃນການປະຕິບັດງານ 24 ຊົ່ວໂມງຕໍ່ມື້ ແລະ ສາມາດຮັບສາຍໄດ້ 100.000 ກວ່າສາຍ, ການຈັດຝຶກອົບຮົມໃຫ້ແກ່ພະແນກສາທາລະນະສຸກຂັ້ນແຂວງໄດ້ 33% ກ່ຽວກັບມາດຕະການປ້ອງກັນພະຍາດໂຄວິດ – 19 ໃນສະຖານທີ່ທີ່ບໍ່ແມ່ນສະຖານທີ່ສໍາລັບການຮັກສາທາງການແພດ ແຕ່ເປັນບ່ອນທີ່ມີ ຄວາມສ່ຽງສູງ ( ສະຖານີລົດເມ ແລະ ຕະຫຼາດ ), ການປັບປຸງຂັ້ນຕອນໃນການກວດກັ່ນຕອງຢູ່ 16 ດ່ານຊາຍແດນ ແລະ ຕິດຕາມຈຸດສ່ຽງ ທີ່ມີການເຄື່ອນຍ້າຍຂອງປະຊາກອນ 30 ຈຸດໃນທົ່ວປະເທດ, ປະຖົມນິເທດໃຫ້ແກ່ຮ້ານຂາຍຢາເອກະຊົນຫຼາຍກວ່າ 2.500 ຮ້ານໃນທົ່ວປະເທດ ກ່ຽວກັບການກວດຊອກຫາກໍລະນີຜູ້ຕິດເຊື້ອພະຍາດໂຄວິດ – 19 ແລະ ວິທີການນໍາສົ່ງຄົນເຈັບທີ່ຖືກຕ້ອງ, ຂະຫຍາຍຊ່ອງທາງການສື່ສານກ່ຽວກັບຄວາມສ່ຽງ ລວມທັງຊ່ອງທາງອອນລາຍ, ລະດົມເຄືອຂ່າຍອົງການຈັດຕັ້ງທາງສັງຄົມ ເພື່ອໃຫ້ເຂົ້າເຖິງຊຸມຊົນ, ຊົນນະບົດ ແລະ ຊົນເຜົ່າໃນທົ່ວປະເທດ ລວມທັງແຈກໃບປິວກ່ຽວກັບການຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອພະຍາດ – ໂຄວິດ ຈຳນວນ 50.000 ແຜ່ນໃນທົ່ວປະເທດ.

ໂອກາດນີ້, ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ກ່າວວ່າ: ໂຄງການນີ້ໄດ້ຊ່ວຍເຮັດໃຫ້ຂະແໜງສາທາລະນະສຸກຂອງລາວ ໄດ້ຮັບຜົນສຳເລັດໃນເບື້ອງຕົ້ນໃນວຽກງານສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດພະຍາດໂຄວິດ – 19. ພ້ອມກັນນັ້ນ, ກໍໄດ້ສະແດງ ຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງສະຫະລັດອາເມຣິກາ ໂດຍຜ່ານອົງການ USAID ທີ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນວຽກງານປ້ອງກັນພະຍາດດັ່ງກ່າວ.

ທ່ານ ໄມເຄີລ ຣອນນິ້ງ ກ່າວວ່າ: ສະຫະລັດອາເມຣິກາ ມີຄວາມພາກພູມໃຈທີ່ໄດ້ເຮັດວຽກຮ່ວມກັບ ແລະ ສະໜັບສະໜູນລັດຖະບານລາວ ໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ – 19, ພ້ອມຢືນຢັນຈະສືບຕໍ່ຢືນຄຽງຂ້າງ ແລະ ສະໜັບສະໜູນລັດຖະບານລາວໃນການປົກປ້ອງຊີວິດຂອງປະຊາຊົນລາວ ຈາກການລະບາດພະຍາດດັ່ງກ່າວໃນຕໍ່ໜ້າ. ສະຫະລັດອາເມຣິກາ ໂດຍຜ່ານອົງການ USAID ແລະ ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດອາເມຣິກາ ໄດ້ສະໜອງທຶນຊ່ວຍເຫຼືອຫຼາຍກວ່າ 7,5 ລ້ານໂດລາສະຫະລັດ ເພື່ອສະໜັບ ສະໜູນລັດຖະບານລາວໃນການຕ້ານ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ຢູ່ ສປປ ລາວ, ໃນນີ້ປະກອບມີການສະໜອງອຸປະກອນຂອງຫ້ອງວິເຄາະ ແລະ ອຸປະກອນການແພດ, ການຊ່ວຍເຫຼືອດ້ານວິຊາການ, ການສື່ສານກ່ຽວກັບຄວາມສ່ຽງ ແລະ ການຝຶກອົບຮົມໃຫ້ແກ່ພະນັກງານສາທາລະນະສຸກທີ່ຢູ່ແນວໜ້າຫຼາຍພັນຄົນໃນທົ່ວປະເທດ.