ທົບທວນຄືນການຈັດຕັ້ງປະຕິບັດໂຄງການເຊື່ອມໂຍງເສດຖະກິດອາຊຽນຂອງ ສປປ ລາວ

115

ກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ແລະ ອົງການຮ່ວມມືເຢຍລະມັນ ເພື່ອການພັດທະນາປະຈຳ ສປປ ລາວ ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດໂຄງການເຊື່ອມໂຍງເສດຖະກິດອາຊຽນຂອງ ສປປ ລາວ ເພື່ອພັດທະນາດ້ານທຸລະກິດ ແລະ ການຄ້າ ( RELATED ) ແລະ ໂຄງການສົ່ງເສີມ ຄວາມສາມາດໃນການແຂ່ງຂັນພາຍໃຕ້ຂອບລິເລີ່ມການເຊື່ອມໂຍງອາຊຽນ ( COMPETE ) ຄັ້ງທີ 10.


ກອງປະຊຸມຈັດຂຶ້ນວັນທີ 27 ສິງຫາ 2020 ທີ່ໂຮງແຮມເສດຖາປາລາສ ເປັນປະທານຂອງ ທ່ານ ພູວຽງ ພົງສາ ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງ ອຄ ແລະ ທ່ານ ນາງ ຄຣີສທີນາ ເຊແບກ – ເອເວີ ແຟລດ ຫົວໜ້າອົງການຮ່ວມມືເຢຍລະມັນ ເພື່ອການພັດທະນາປະຈຳ ສປປ ລາວ. ພ້ອມກັນນີ້, ກໍມີຕົວແທນຈາກບັນດາໜ່ວຍງານຂອງພາກລັດ, ພາກເອກະຊົນ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ ທັງໝົດ 45 ທ່ານ.


ໂຄງການ RELATED ແມ່ນໂຄງການຮ່ວມມືເພື່ອການພັດທະນາສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສ.ເຢຍລະມັນ ໂດຍມີຈຸດປະສົງແນໃສ່ການປັບປຸງນະໂຍບາຍທີ່ກ່ຽວຂ້ອງກັບ AEC ແລະ ຂີດຄວາມສາມາດຂອງພາກທຸລະກິດ ເພື່ອນຳໃຊ້ທ່າແຮງທາງດ້ານເສດຖະກິດທີ່ເກີດຂຶ້ນຈາກການເຊື່ອມໂຍງຂອງ ສປປ ລາວ ເຂົ້າໃນປະຊາຄົມເສດຖະກິດອາຊຽນ.
ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ພາຍໃຕ້ຂອບລິເລີ່ມການເຊື່ອມໂຍງອາຊຽນ ( COMPETE ) ເປັນໂຄງການຮ່ວມມືເພື່ອການພັດທະນາລະຫວ່າງພາກພື້ນອາຊຽນ ແລະ ສ.ເຢຍລະມັນ, ທັງສອງໂຄງການແມ່ນສ່ວນໜຶ່ງຂອງແຜນງານການພັດທະນາຂະແໜງການຄ້າ ແລະ ພາກເອກະຊົນຂອງ ສປປ ລາວ ໂດຍມີກົມແຜນການ ແລະ ການຮ່ວມມື, ກະຊວງ ອຄ ເປັນຈຸດປະສານງານຫຼັກຂອງພາກລັດ.


ການຈັດຕັ້ງປະຕິບັດວຽກງານຂອງທັງສອງໂຄງການໃນໄລຍະ 8 ເດືອນຕົ້ນປີ 2020 ແມ່ນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ – 19. ມາດຕະການຂອງລັດຖະບານໃນການຮັບມືກັບເຊື້ອພະຍາດໂຄວິດ – 19 ໄດ້ຊ່ວຍປ້ອງກັນບໍ່ໃຫ້ເຊື້ອໄວຣັສແຜ່ລະບາດໃນ ສປປ ລາວ ແຕ່ວ່າມັນພັດສົ່ງຜົນກະທົບທາງລົບຕໍ່ການຂະຫຍາຍຕົວຂອງເສດຖະກິດລາວ. ນອກຈາກນັ້ນ, ເພື່ອປະຕິບັດຕາມມາດຕະການປ້ອງກັນຂອງລັດຖະບານ ໂຄງການຈຶ່ງຈຳເປັນຕ້ອງເລື່ອນ ຫຼື ຍົກເລີກກິດຈະກຳຕ່າງໆທີ່ວາງແຜນໄວ້ ເຊິ່ງການເຮັດວຽກທາງໄກກາຍເປັນ “ ເລື່ອງທຳມະດາແບບໃໝ່ ” ຫຼື “ New Normal ”.


ເຖິງຢ່າງໃດກໍຕາມ, ທັງສອງໂຄງການກໍສາມາດສືບຕໍ່ຈັດຕັ້ງປະຕິບັດກິດຈະກຳທີ່ສໍາຄັນຈົນສໍາເລັດ. ໃນນັ້ນ, ຜົນງານທີ່ສຳຄັນຂອງໂຄງການ RELATED ປະກອບມີ: ວຽກງານກ່ຽວກັບລະບຽບການຕ່າງໆ ແລະ ການອຳນວຍຄວາມສະດວກການຄ້າ ແລະ ການລົງທຶນພາຍໃນພາກພື້ນ, ກອງປະຊຸມເຜີຍແຜ່ແຜນດຳເນີນງານການດຳເນີນທຸລະກິດຢູ່ ສປປ ລາວ ໃນໄລຍະປີ 2020 – 2022, ການຊ່ວຍເຫຼືອສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ໃນການສ້າງແຜນຍຸດທະສາດ ເພື່ອພັດທະນາຜູ້ປະກອບການໃນໄລຍະປີ 2021 – 2025, ການກະກຽມສ້າງຕັ້ງສູນບໍລິການ SME ຂັ້ນແຂວງຢູ່ແຂວງສະຫວັນນະເຂດ, ການຈັດຕັ້ງການຝຶກອົບຮົມການຄຸ້ມຄອງພະຍາດພືດ ແລະ ສັດຕູພືດສຳລັບຊາວກະສິກອນກາເຟລາວ ແລະ ເພີ່ມ ຄວາມຍືນຍົງ, ການຫຼຸດຜ່ອນການນຳໃຊ້ພລາສຕິກຂອງ ສປປ ລາວ ໃຫ້ບັນດາໂຮງແຮມ ແລະ ຮ້ານອາຫານ; ໃນນາມທີ່ເປັນໂຄງການຫຼັກໆຂອງອົງການຮ່ວມມືເຢຍລະມັນ ເພື່ອການພັດທະນາ ເຊິ່ງເຮັດວຽກໃນຂົງເຂດດ້ານການພັດທະນາໃຫ້ແກ່ພາກທຸລະກິດ, ໂຄງການ RELATED ຍັງໄດ້ມີບົດບາດສຳຄັນໃນການຫຼຸດຜ່ອນຜົນກະທົບຈາກການລະບາດຂອງໂຄວິດ – 19 ຕໍ່ຫົວໜ່ວຍທຸລະກິດລາວອີກດ້ວຍ.


ທ່ານ ນາງ ຄຣີສທີນາ ເຊ ແບກ – ເອເວີແຟລດ ໄດ້ປະກາດວ່າ: ອີກສອງໂຄງການຂອງການຮ່ວມມືດ້ານການພັດທະນາອາຊຽນ – ເຢຍລະມັນ ຈະໄດ້ເລີ່ມຕົ້ນກິດຈະກຳ ຢູ່ ສປປ ລາວ ຄື: ການສົ່ງເສີມລະບົບຕ່ອງໂສ້ມູນຄ່າກະສິກຳແບບຍືນຍົງໃນອາຊຽນ ( ASEAN AgriTrade ) ແລະ ສ້າງຄວາມເຂັ້ມແຂງໂຄງສ້າງພາກພື້ນ ສຳລັບການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນອາຊຽນ.
ໂດຍການເປັນສ່ວນໜຶ່ງຂອງຍຸດທະສາດການປະຕິຮູບ BMZ 2030 ຂອງກະຊວງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາຂອງລັດຖະບານເຢຍລະມັນ, ໂຄງການ RELATED ຈະຖືກຢຸດຕິລົງໃນທ້າຍປີ 2020. ສະນັ້ນ, ນອກເໜືອຈາກການທົບທວນຄືນກິດຈະກຳໃນໄລຍະ 8 ເດືອນທີ່ຜ່ານມາ ແລະ ການອະນຸມັດແຜນວຽກໃນທ້າຍປີ 2020 ແລ້ວ, ຈຸດປະສົງຫຼັກຂອງກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດໂຄງການຄັ້ງນີ້ ແມ່ນເພື່ອສະທ້ອນໃຫ້ເຫັນເຖິງການວາງແຜນຍຸດທະສາດສໍາລັບສິ້ນສຸດໂຄງການ ເພື່ອຮັບປະກັນຜົນໄດ້ຮັບ ແລະ ໝາກຜົນທີ່ຍືນຍົງ ແລະ ເພື່ອໃຫ້ລັດຖະບານລາວ ແລະ ຄູ່ຮ່ວມພັດທະນາສາມາດສືບຕໍ່ຈັດຕັ້ງປະຕິບັດກິດຈະກຳຕ່າງໆຫຼັງຈາກປີ 2020.


ທ່ານ ພູວຽງ ພົງສາ ກ່າວວ່າ: “ ເປັນເລື່ອງໜ້າເສຍດາຍທີ່ ສປປ ລາວ ຕົກເປັນໜຶ່ງໃນບັນດາ 25 ປະເທດ ທີ່ລັດຖະບານເຢຍລະມັນຕັດສິນໃຈທີ່ຈະຖອນການຊ່ວຍເຫຼືອໃນຮູບແບບການພັດທະນາແບບສອງຝ່າຍ. ແຕ່ເຖິງຢ່າງໃດກໍຕາມ, ສໍາລັບໂຄງການ RELATED ທີ່ຈະສິ້ນສຸດໃນທ້າຍປີ 2020 ນີ້ ແມ່ນມີ ຄວາມຈໍາເປັນສໍາລັບພວກເຮົາທັງໝົດທີ່ຈະຕ້ອງໄດ້ມີການປະເມີນຄືນສະຖານະພາບຂອງກິດຈະກຳຕົ້ນຕໍທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາ, ກຳນົດຍຸດທະສາດສໍາລັບການສິ້ນສຸດໂຄງການຢ່າງຈະແຈ້ງ ແລະ ຍືນຍົງ ແລະ ຮັບປະກັນການຈັດຕັ້ງປະຕິບັດຕາມແຜນທີ່ວາງໄວ້ໃຫ້ມີປະສິດທິພາບ ໃນ 4 ເດືອນສຸດທ້າຍ ກ່ອນໂຄງການຈະຈົບລົງ.
ສໍາລັບໂຄງການ COMPETE ທີ່ເປັນໂຄງການພາກພື້ນແມ່ນມີຄວາມສໍາຄັນຫຼາຍໃນການກໍານົດກິດຈະກໍາ ເພື່ອໃຫ້ມີຄວາມສົມດຸນລະຫວ່າງຄວາມຕ້ອງການພາຍໃນລະດັບປະເທດ ແລະ ບຸລິມະສິດໃນລະດັບພາກພື້ນການຈັດຕັ້ງປະຕິບັດໂຄງການພາກພື້ນ ຈະໄດ້ຮັບຜົນດີກໍຕໍ່ເມື່ອມີການປະສານງານທີ່ເຂັ້ມແຂງ ແລະ ຮ່ວມມືຈາກໂຄງການທີ່ຈັດຕັ້ງປະຕິບັດຢູ່ໃນລະດັບປະເທດ, “ ທ່ານ ພູວຽງ ພົງສາ ກ່າວ ”.