Monthly Archives: May, 2020

ເຕົາລີດ ໄໝ້ ມີຄາບດຳ ບໍ່​ຕ້ອງ​ກັງ​ວົນ​ ພຽງ​ໃຊ້​ທຽນ​ໄຂ ກັບ​ຢາ​ຖູ​ແຂ້ວ

ຫຼາຍ​ຄົນ​ອາດ​ເຄີຍ​ພົບ​ບັນ​ຫາ​ນີ້, ສຳ​ລັບ​ຜູ້​ທີ່​ມັກ​ລີດ​ເຄື່ອງ ລຽນ​ຜ້າ ບັນ​ຫາ​ທີ່​ມັກ​ພົບ​ພໍ້​ແມ່ນ​ເຕົາ​ລີດ​ໄໝ້ ມີ​ຮອຍ​ດຳ ຈາກ​ນັ້ນ​ອາດ​ຈະ​ໃຊ້​ລີດ​ຕໍ່​ບໍ່​ໄດ້ ເພາະ​ມັນ​ຈະ​ເປື້ອນ ເຄື່ອງ ແຕ່​ບໍ່​ຕ້ອງ​ກັງ​ວົນ​ອີດກ​ຕໍ່​ໄປ ມື້​ນີ້​ຈະ​ມາ​ແນະ​ນຳ​ວິ​ທີ​ກຳ​ຈັດ​ຄາບ​ໄໝ້, ຄາບ​ດຳ​ດັ່ງ​ກ່າວ ໃຫ້​ເຮົາ​ສາ​ມາດ​ໃຊ້​ເຕົາ​ລີດ​ໄດ້​ອີກ​ຄັ້ງ ພຽງ​ແຕ່​ມີ​ທຽນ​ໄຂ, ຢາ​ສີ​ຝັນ (ຢີ່​ຫໍ້​ໃດ​ກໍ​ໄດ້) ຜ້າ​ໄວ້​ເຊັດ ແລະ ຫໍ່​ມື​ກັນ​ຮ້ອນ, ​ເມື່ອກຽມ​ທຽນ​ໄຂ​ໄດ້​ແລ້ວ​ກໍ​ນຳ​ທຽນໄຂມາຖູເຕົາລີດໃນຂະນະທີ່ເຕົາລີດຮ້ອນ (ລະ​ວັງ​ມື​ນຳ​ເດີ້) ຖູຈົນທຽນໄຂລະລາຍ ຫຼັງຈາກນັ້ນໃຊ້ຜ້າເຊັດທຽນໄຂອອກຈະເຮັດໃຫ້ຮອຍດໍາທີ່ຕິດຢູ່ໜ້າເຕົາລີດຕິດອອກມານໍາ. ໃຊ້ຢາຖູແຂ້ວທາໜ້າເຕົາລີດທີ່ມີຮອຍດໍາ ພ້ອມທັງສຽບປັກໄຟເຕົາລີດຈົນເຮັດໃຫ້ຢາຖູແຂ້ວໄໝ້ຈຶ່ງຖອດປັກໄຟ ເມື່ອເຕົາລີດເຢັນແລ້ວໃຊ້ຜ້າຈຸ່ມນໍ້າເຊັດໜ້າເຕົາລີດພຽງເທົ່ານີ້ເຕົາລີດກໍ່ຈະສະອາດທັນທີ. ຈາກ​ນັ້ນເອົາເຕົາລີດໄປລີດໃບຕອງຈະເຮັດໃຫ້ຮອຍໄໝ້ ດໍາ ທີ່ຕິດຢູ່ໜ້າເຕົາລີດລອກອອກຢ່າງງ່າຍດາຍ.

ໄກ່ຕົ້ມນ້ຳປາ

ໄກ່ຕົ້ມນ້ຳປາ ເປັນເມນູໜຶ່ງທີ່ຫຼາຍຄົນນິຍົມກິນ ແລະ ຍົກໃຫ້ເປັນເມນູສຸດຍອດດ້ວຍຊີ້ນໄກ່ຄຸກເຂົ້າກັບເຄື່ອງເທດ ພ້ອມດ້ວຍກິ່ນຫອມຈາກນ້ຳປາ ແລະ ມີລົດຊາດແຊບ ເຮົາມາເບິ່ງສ່ວນປະສົມ ແລະ ວິທີເຮັດງ່າຍໆ ດັ່ງນີ້: ສ່ວນປະສົມ: ໄກ່ 1 ໂຕ ( ເອົາໄກ່ສ່ວນຕ່າງໆໄດ້ຕາມມັກ ), ຮາກຜັກຫອມປ້ອມ ທຸບ 2 ຮາກ, ຂ່າຊອຍ 3 ປ່ຽງ,...

ສສກແຈ້ງ! ໃຫ້ກະກຽມເປີດການຮຽນການສອນຄືນ ຊັ້ນປ.5, ມ.4 ແລະ ມ.7 ສ່ວນຊັ້ນອື່ນໆໃຫ້ສືບຕໍ່ໂຈະໄປກ່ອນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ອອກແຈ້ງການ ເລກທີ 443 /ສສກ ລົງວັນທີ 04 ພຶດສະພາ 2020 ກ່ຽວກັບການຜັນຂະຫຍາຍແຈ້ງການຂອງສໍານັກງານນາຍົກລັດຖະມົນຕີ ສະບັບ ເລກທີ 524/ຫສນຍ, ລົງວັນທີ 01 ພຶດສະພາ 2020 ຂອງຂະແຫນງການສຶກສາ ແລະ ກິລາ ໃຫ້ກະກຽມເປີດການຮຽນ-ການສອນໃນໂຮງຮຽນຄືນສໍາລັບຊັ້ນປະຖົມສຶກສາ...

ຄ້າຍເພງ ເອເອ ມິວສິກ ເປີດຮັບສະໝັກຜູ້ເຂົ້າປະກວດ ໂຄເວີ້ເພງ ທາງອອນລາຍ

ຄ້າຍເພງ ເອເອ ມິວສິກ ( AA Music ) ເປີດຮັບສະໝັກປະກວດຮ້ອງເພງຜ່ານລະບົບອອນລາຍ ໃນໂຄງການໂຄເວີ້ເພງ. ສໍາລັບຜູ້ທີ່ມີຄວາມສົນໃຈ ໂດຍສະເພາະແມ່ນຜູ້ທີ່ມີໃຈມັກຮັກທາງດ້ານການຮ້ອງເພງ ແລະ ຢາກມີໂອກາດໄດ້ສະແດງ ຄວາມສາມາດກໍສາມາດເຂົ້າມາສະໝັກໄດ້ໂດຍບໍ່ຈຳກັດເພດໄວ ເຊິ່ງຈະເລີ່ມເປີດສະໝັກແຕ່ວັນທີ 5 ພຶດສະພາ ເປັນຕົ້ນໄປທຸກແຂວງທົ່ວປະເທດ. ທ່ານ ແອງສອນ ວິໄລທອງ ເປັນເຈົ້າຂອງ ຄ້າຍເພງ ເອເອ ມິວສິກ...

ລາຄາຄໍາຕົກຫຼັງນັກລົງທຶນເພີ່ມການຖືຄອງຊັບສິນສ່ຽງ

ລາຄາຄໍາຟິວເຈີປິດຕະຫຼາດເມື່ອບໍ່ດົນມານີ້ປັບຕົວຫຼຸດລົງ,ຂະນະທີ່ນັກລົງທຶນພາກັນຖືຄອງຊັບສິນສ່ຽງເນື່ອງຈາກຫຼາຍປະເທດເລີ່ມຜ່ອນຄາຍມາດຕະການປິດເມືອງເປັນຕົ້ນໃນອາເມຣິກາ ແລະ ເອີຣົບ. ທັງນີ້ອາເມຣິກາ ແລະ ເອີຣົບຕະຫຼອດຮອດນູແວນເຊລັງໄດ້ເລີ່ມຜ່ອນຄາຍມາດຕະການປິດເມືອງເຊິ່ງຄາດຄະເນວ່າຈະຊ່ວຍຊູຍູ້ໜູນຜົນການດໍາເນີນທຸລະກິດຂອງບໍລິສັດຕ່າງໆ ແລະ ຄວາມເຊື່ອໝັ້ນທາງເສດຖະກິິດຫຼັງຈາກທີ່ກິດຈະກໍາຕ່າງໆໄດ້ຢຸດເຊົາໃນໄລຍະທີ່ປະກາດໃຊ້ມາດຕະການດັ່ງກ່າວເພື່ອສະກັດການລະບາດຂອງໂຄວິດ-19. ນອກຈາກນີ້,ນັກລົງທຶນຕິດຕາມກອງປະຊຸມຂອງທະນາຄານກາງອາເມຣິກາຫຼືເຟດໃນອາທິດນີ້ໂດຍຄາດຄະເນວ່າເຟດຈະຍັງຮັກສາອັດຕາດອກເບ້ຍທີ່ລະດັບ0,00-0,25%ຫຼັງຈາກທີ່ເຟດໄດ້ປະກາດມາດຕະການຊຸກຍູ້ເສດຖະກິດຄັ້ງໃຫຍ່ເມື່ອວັນທີ23ເດືອນ ມີນາທີ່ຜ່ານມາເພື່ອຮັບມືການລະບາດຂອງພະຍາດ. ໂດຍມາດຕະການດັ່ງກ່າວລວມເຖິງການຊື້ພັນທະບັດຕາມມາດຕະການຜ່ອນຄາຍເຊີງປະລິມານຫຼືຄິວອີໃນຈໍານວນບໍ່ຈໍາກັດເຊິ່ງຖືເປັນການດໍາເນີນການແຊກແຊງຕະຫຼາດຄັ້ງໃຫຍ່ຍທີ່ສຸດເທົ່າທີ່ເຟດເຄີຍເຮັດມາ.

ການບິນລາວແຈ້ງ! ເລື່ອນການເປີດໃຫ້ບໍລິການທັງພາຍໃນ ແລະ ຕ່າງປະເທດ ຢ່າງບໍ່ມີກຳນົດ

ເນື່ອງຈາກສະຖານະການໃນປັດຈຸບັນນີ້, ໃນທົ່ວໂລກໄດ້ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ -19 ນັບມື້ນັບເພີ່ມຂຶ້ນ. ເຖິງແມ່ນວ່າ ສປປ ລາວ ຈະບໍ່ມີຜູ້ຕິດເຊື້ອເພີ່ມມາຫຼາຍວັນແລ້ວ ແຕ່ປະເທດເຮົາກໍມີຄວາມສ່ຽງສູງ ທີ່ຈະຕິດເຊື້ອພະຍາດດັ່ງກ່າວອີກຮອບໃໝ່ ສະນັ້ນ ເພື່ອເປັນການຄວບຄຸມ ແລະ ປ້ອງກັນການແຜ່ລະບາດພະຍາດດັ່ງກ່າວ, ສາຍການບິນລາວ ຈຶ່ງໄດ້ອອກແຈ້ງການເລື່ອນການເປີດສາຍການບິນອອກໄປຢ່າງບໍ່ມີກຳນົດ. ການບິນລາວຈຶ່ງອອກແຈ້ງ ເຖິງບັນດາລູກຄ້າ ສາຍການບິນບໍລິການທຸກຖ້ຽວບິນ ທຸກເສັ້ນທາງພາຍໃນ ແລະ ຕ່າງປະເທດ ຈາກ ວັນທີ 8...

ອຸຕຸເຕືອນ! ອາທິດນີ້ອາກາດຈະຮ້ອນສູງເຖິງ 40ອົງສາ ພ້ອມລະວັງພາຍຸລະດູຮ້ອນ ກຽມຮັບມືໃຫ້ດີ

ກຽມຮັບມືໃຫ້ດີ ສະພາບອາກາດພາຍໃນອາທິດນີ້ ຈະຮ້ອນຫາຮ້ອນເອົ້າຂຶ້ນຕື່ມ ເປັນຕົ້ນພາກເໜືອດ້ານຕາເວັນຕົກ, ພາກກາງ ແລະ ພາກໃຕ້ ອຸນຫະພູມສູງສຸດເຖິງ 40 ອົງສາ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະເກີດມີລົມພາຍຸລະດູຮ້ອນ ຝົນຕົກ, ຟ້າຜ່າ, ໝາກເຫັບຕົກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກບົດລາຍງານເລກທີ 0461/ກອຕທ, ນະຄອນຫຼວງວຽງຈັນ, ວັນທີ 4...

ຂ່າວດີ 22 ມື້ລຽນຕິດ! 4 ພຶດສະພາ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ໃຫ້ສືບຕໍ່ປະຕິບັດມາດຕະການຕ່າງໆຢ່າງເຂັ້ມງວດ

ເປັນເວລາເກືອບເດືອນແລ້ວທີ່ ສປປ ລາວ ເຮົາມີຂ່າວດີຕໍ່ເນື່ອງ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແລະ ຫຼ້າສຸດມື້ນີ້ ວັນທີ 4 ພຶດສະພາ 2020 ສາທາກໍ່ໃຫ້ຮູ້ຂ່າວດີຂ່າວດຽວກັນອີກຄັ້ງ ນັ້ນໝາຍຄວາມວ່າຍັງຄົງຕົວເລກຜູ້ຕິດເຊື້ອຢູ່ທີ່ ​19ຄົນ, ຂະນະດຽວກັນມີຜູ້ປ່ວຍທີ່ປິ່ນປົວດີອອກໂຮງໝໍແລ້ວຈໍານວນ 9ຄົນ, ຍັງປິ່ນປົວ ຢູ່ 9 ຄົນ ແລະ ມີຜູ້ປ່ວຍທີ່ອອກໂຮງໝໍໄປແລ້ວກວດຄືນຫາເຊື້ອເປັນຜົນບວກກັບມາເຂົ້າໂຮງໝໍອີກ 1ຄົນ...

ແຂວງໄຊຍະບູລີ ປືກສາຫາລື ຕ້ານໂຄວິດ-19

ໃນຕອນເຊົ້າຂອງວັນທີ 4 ພຶດສະພາ ທີ່ສະໂມສອນຫ້ອງວ່າການແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລື ກ່ຽວກັບ ການສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19ໃນໄລຍະແຕ່ວັນທີ 4-17 ພຶດສະພາ 2020, ເຂົ້າຮ່ວມມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ມີບັນດາຄະນະສະເພາະກິດຕ້ານ ແລະ...

ຊົມເຊີຍ! ສາລະວັນຜະລິິດເຂົ້ານາແຊງໄດ້ລື່ນຄາດໝາຍ ບັນລຸເຖິງ 67ພັນກວ່າໂຕນ

ປັດຈຸບັນເປັນໄລຍະຂອງການເກັບກ່ຽວຜົນລະລິດລະດູແລ້ງ ໂດຍສະເພາະແມ່ນການເກັບກ່ຽວເຂົ້ານາແຊງ ເຊິ່ງຫຼາຍເຂດໃນທົ່ວປະເທດກໍ່ມີການຈັດຕັ້ງຂະບວນດັ່ງກ່າວຢ່າງຟົດຟື້ນ ແລະ ຫຼາຍເຂດກໍ່ເກັບກ່ຽວສໍາເລັດແລ້ວກໍ່ມີ ເປັນຕົ້ນແມ່ນແຂວງສາລະວັນ ທີ່ຜົນຜະລິດເຂົ້ານາແຊງປີນີ້ໄດ້ລື່ນຄາດໝາຍ ບັນລຸເຖິງ 67 ພັນກວ່າໂຕນ. ທ່ານ ອະນຸສັກ ຈຳປາຄໍາ ກໍາມະການພັກແຂວງ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ ແຂວງສາລະວັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງ ໃນທ້າຍເດືອນ ເມສານີ້ ວ່າ: ມາຮອດປະຈຸບັນຊາວກະສິກອນໃນທົ່ວແຂວງ ກໍໄດ້ມີຜົນສໍາເລັດຫຼາຍດ້ານ ໂດຍສະເພາະແມ່ນວຽກງານການຜະລິດການປູກ-ການລ້ຽງ ແລະ...
- Advertisment -
Slide
Slide

Most Read

error: Content is protected !!