ສສກແຈ້ງ! ໃຫ້ກະກຽມເປີດການຮຽນການສອນຄືນ ຊັ້ນປ.5, ມ.4 ແລະ ມ.7 ສ່ວນຊັ້ນອື່ນໆໃຫ້ສືບຕໍ່ໂຈະໄປກ່ອນ

408

ກະຊວງສຶກສາທິການ ແລະ ກິລາ (ສສກ) ອອກແຈ້ງການ ເລກທີ 443 /ສສກ ລົງວັນທີ 04 ພຶດສະພາ 2020 ກ່ຽວກັບການຜັນຂະຫຍາຍແຈ້ງການຂອງສໍານັກງານນາຍົກລັດຖະມົນຕີ ສະບັບ ເລກທີ 524/ຫສນຍ, ລົງວັນທີ 01 ພຶດສະພາ 2020 ຂອງຂະແຫນງການສຶກສາ ແລະ ກິລາ ໃຫ້ກະກຽມເປີດການຮຽນ-ການສອນໃນໂຮງຮຽນຄືນສໍາລັບຊັ້ນປະຖົມສຶກສາ ປີທີ 5, ຊັ້ນມັດທະຍົມສຶກສາປີທີ 4 ແລະ ຊັ້ນມັດທະຍົມສຶກສາປີທີ 7 ໃນວັນທີ 18 ພຶດສະພາ 2020, ພ້ອມທັງໃຫ້ທຸກພາກສ່ວນຂະແໜງການສຶກສາ ສືບຕໍ່ຍົກສູງຄວາມຮັບຜິດຊອບໃນການຕິດຕາມເຝົ້າລະວັງການປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19.

ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການໃຫ້ທຸກພາກສ່ວນປະຕິບັດດັ່ງນີ້:

1 ໃຫ້ທຸກພາກສ່ວນໃນຂະແຫນງການສຶກສາ ແລະ ກິລາສືບຕໍ່ຍົກສູງຄວາມຮັບຜິດຊອບໃນການຕິດຕາມ, ເຝົ້າລະວັງໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ດ້ວຍຄວາມເປັນເຈົ້າການ.

2 ໃຫ້ພະນັກງານ, ຄູ-ອາຈານ ແລະ ລັດຖະກອນຂະແຫນງການສຶກສາ ແລະ ກິລາ ຈັດການຫມູນວຽນມາເຮັດວຽກເປັນປົກກະຕິ ແຕ່ຕ້ອງໃຫ້ຮັບປະກັນມາດຕະການປ້ອງກັນການຕິດເຊື້ອ. ຖ້າຫາກສໍານັກງານ ແລະ ສະຖານການສຶກສາ ແລະ ກິລາໃດມີເງື່ອນໄຂເຮັດວຽກຜ່ານລະບົບສື່ສານແບບເອເລັກໂຕຣນິກ ແລະ ເຄືອຂ່າຍອິນເຕິເນັດແມ່ນໃຫ້ປະຕິບັດຕາມຄວາມເຫມາະສົມ;

3 ໃຫ້ກະກຽມເປີດການຮຽນ-ການສອນໃນໂຮງຮຽນຄືນສໍາລັບຊັ້ນປະຖົມສຶກສາ ປີທີ 5, ຊັ້ນມັດທະຍົມສຶກສາປີທີ 4 ແລະ ຊັ້ນມັດທະຍົມສຶກສາປີທີ 7 ໃນວັນທີ 18 ພຶດສະພາ 2020, ສໍາລັບຊັ້ນຮຽນອື່ນ ແລະ ການສຶກສາອື່ນນອກຈາກນີ້ແມ່ນໃຫ້ໂຈະການຮຽນໄປກ່ອນ ຈົນກວ່າຈະມີແຈ້ງການຂອງລັດຖະບານ ແລະ ຄະນະສະເພາະກິດໃຫມ່ຕື່ມ;

4 ສະຖານການສຶກສາໃດທີ່ໄດ້ຈັດການຮຽນ – ການສອນຜ່ານຮູບແບບການສຶກສາທາງໄກໃນໄລຍະຜ່ານມາແມ່ນໃຫ້ສືບຕໍ່ຈັດການຮຽນ-ການສອນຈົນຈົບຫຼັກສູດ ແລະ ໃຫ້ຕີລາຄາຜົນການຈັດຕັ້ງປະຕິບັດທາງດ້ານປະສິດທິພາບ ແລະ ຄຸນນະພາບຂອງການຮຽນ-ການສອນ ແລະ ໃຫ້ລາຍງານຕໍ່ສາຍຕັ້ງຂອງຕົນ;

5 ລາຍລະອຽດໃນການກະກຽມເປີດການຮຽນ-ການສອນໃນໂຮງຮຽນ ແລະ ການສອບເສັງຕ່າງໆຂອງຊັ້ນ ປ.5,ມ.4 ແລະ ມ.7 ແມ່ນມອບໃຫ້ກົມວິຊາການທີ່ກ່ຽວຂ້ອງອອກຄໍາແນະນໍາເປັນອັນສະເພາະ;

6 ສໍາລັບນັກສຶກສາລາວທີ່ຕ້ອງການກັບໄປຮຽນຄືນຢູ່ຕ່າງປະເທດແມ່ນສາມາດເດີນທາງໄປໄດ້ ແຕ່ຕ້ອງປະຕິບັດຕາມລະບຽບການຂອງ ສປປ ລາວ ແລະ ຂອງປະເທດທີ່ໄປຮຽນຢ່າງເຂັ້ມງວດ;

7 ອະນຸຍາດໃຫ້ສາມາດຈັດປະຊຸມທາງການ ແລະ ຈັດການຝຶກອົບຮົມຂອງຂະແຫນງການສຶກສາ ແລະ ກິລາ ພາຍ ໃນນະຄອນຫຼວງ ແລະ ພາຍໃນແຂວງ ແຕ່ໃຫ້ຈໍາກັດຜູ້ເຂົ້າຮ່ວມ ໂດຍຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນ ລ້າງມືດ້ວຍນ້ໍາສະອາດໃສ່ສະບູ ແລະ ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ;

8 ການຈັດກິດຈະກໍາກິລາກາງແຈ້ງໃຫ້ປະຕິບັດຕາມຄໍາແນະນໍາຂອງຄະນະສະເພາະກິດ;

9 ໃນກໍລະນີພໍ່ແມ່ຜູ້ປົກຄອງນັກຮຽນພົບຄວາມຫຍຸ້ງຍາກໃນການຊໍາລະຄ່າຮຽນບໍ່ທ່ວງທັນ ມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ສະມາຄົມການສຶກ ສາພາກເອກະຊົນ, ສະມາຄົມພໍ່ແມ່ນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງ ປຶກສາຫາລືກັນເພື່ອຊອກຫາວິທີທາງອອກທີ່ເຫມາະສົມເພື່ອໃຫ້ທຸກພາກສ່ວນຜ່ານພົ້ນວິກິດການຄັ້ງນີ້ໄປພ້ອມກັນ;

10 ມອບໃຫ້ກົມວິຊາການ, ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ ແລະ ພາກສ່ວນທີ່ກ່ຽວຂ້ອງຜັນຂະຫຍາຍ ແລະ ປະຕິບັດແຈ້ງການນີ້ໃຫ້ໄດ້ຮັບຜົນດີ ພ້ອມໃຫ້ລາຍງານຜົນຕໍ່ກະຊວງສຶກສາທິການ ແລະ ກິລາຊາບທຸກອາທິດ ສຳລັບມະຕິກອງປະຊຸມເປັນພຽງການຄົ້ນຄວ້າພາຍໃນ ຖືວ່າບໍມີແຈ້ງການອອອອກທາງນອກຖືວ່າບໍ່ທັນໄດ້ຈັດຕັ້ງປະຕິບັດເທື່ອ.