ຂ່າວດີ 22 ມື້ລຽນຕິດ! 4 ພຶດສະພາ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ໃຫ້ສືບຕໍ່ປະຕິບັດມາດຕະການຕ່າງໆຢ່າງເຂັ້ມງວດ

85

ເປັນເວລາເກືອບເດືອນແລ້ວທີ່ ສປປ ລາວ ເຮົາມີຂ່າວດີຕໍ່ເນື່ອງ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແລະ ຫຼ້າສຸດມື້ນີ້ ວັນທີ 4 ພຶດສະພາ 2020 ສາທາກໍ່ໃຫ້ຮູ້ຂ່າວດີຂ່າວດຽວກັນອີກຄັ້ງ ນັ້ນໝາຍຄວາມວ່າຍັງຄົງຕົວເລກຜູ້ຕິດເຊື້ອຢູ່ທີ່ ​19ຄົນ, ຂະນະດຽວກັນມີຜູ້ປ່ວຍທີ່ປິ່ນປົວດີອອກໂຮງໝໍແລ້ວຈໍານວນ 9ຄົນ, ຍັງປິ່ນປົວ ຢູ່ 9 ຄົນ ແລະ ມີຜູ້ປ່ວຍທີ່ອອກໂຮງໝໍໄປແລ້ວກວດຄືນຫາເຊື້ອເປັນຜົນບວກກັບມາເຂົ້າໂຮງໝໍອີກ 1ຄົນ ລວມແລ້ວຍັງມີຜູ້ປ່ວຍທີ່ຕ້ອງປິ່ນປົວ ແລະ ຕິດຕາມອາການຕໍ່ທັງໝົດ 10ຄົນ.

ໃນວັນທີ 4 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຈັດພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໂດຍການຖະແຫຼງຂອງທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໂດຍມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ໃນວັນທີ 3 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 39 ຄົນ, ໃນນັ້ນ ມີກໍລະນີສົງໄສ 14 ຄົນ, ມາຈາກ ນະຄອນຫຼວງວຽງຈັນ 13 ຄົນ; ແຂວງວຽງຈັນ 1 ຄົນ ແລະ ແຮງງານລາວທີ່ກັບມາຈາກປະເທດໄທ 25 ຄົນຫ ເຊິ່ງຜົນກວດທັງໝົດ 39 ຄົນ ຂອງມື້ວານນີ້ ບໍ່ພົບເຊື້ອໃໝ່ ໝາຍຄວາມວ່າໃນວັນທີ 3 ພຶດສະພາ 2020 ບໍ່ມີກໍລະນີໃໝ່. ທັງນີ້, ນັບແຕ່ເດືອນມັງກອນ ຮອດ ວັນທີ 3 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 2.223 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ ແລະ ຖືເປັນເວລາ 22 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ.

ດ້ານການຕິດຕາມປິ່ນປົວຄົນເຈັບ ປັດຈຸບັນ ມີຜູ້ຕິດເຊື້ອນອນຕິດຕາມ ປິ່ນປົວຢູ່ໂຮງໝໍມິດຕະພາບ 09 ຄົນ ທັງໝົດເຫັນວ່າ ມີອາການເບົາບາງ ແລະ ຍັງຕິດຕາມເພື່ອກວດວິເຄາະຢັ້ງຢືນການບໍ່ພົບເຊື້ອ. ນອກຈາກນີ້ກໍ່ໄດ້ຮັບເອົາຜູ້ທີ່ອອກໂຮງໝໍນ້ຳເບີ 14 ກັບເຂົ້າມາຕິດຕາມອາການຢູ່ໂຮງໝໍ, ແຕ່ວ່າໄດ້ແຍກໄວ້ຢູ່ຕຶກແຍກປ່ຽວໜຶ່ງຕ່າງຫາກ ບໍ່ໄດ້ໄປປົນກັບຜູ້ຕິດເຊື້ອ 9 ຄົນທີ່ກຳລັງປິ່ນປົວຢູ່ນັ້ນ, ໝາຍຄວາມວ່າປັດຈຸບັນນີ້ມີຜູ້ຕິດຕາມຢູ່ໂຮງໝໍມິດຕະພາບ 10 ຄົນ.

ທ່ານ ກ່າວຕື່ມວ່າ: ສະຖານະການລະບາດຂອງພະຍາດໂຄວິດ-19 ໃນໂລກນີ້ ຍັງສືບຕໍ່ມີການລະບາດ ແລະ ມີຜູ້ເສຍຊີວິດແຕ່ລະວັນ ເຖິງແມ່ນວ່າ ສະພາບການລະບາດຢູ່ປະເທດເຮົາຈະຜ່ອນຄາຍລົງກໍ່ຕາມ ແຕ່ພວກເຮົາກໍ່ບໍ່ໄດ້ປະໝາດ ແລະ ຍັງມີການເຝົ້າລະວັງຢ່າງໃກ້ຊິດ ເພື່ອສະກັດກັ້ນ ບໍ່ໃຫ້ມີການລະບາດຄືນຄັ້ງທີ 2.

ພ້ອມນີ້ ເລີ່ມແຕ່ມື້ນີ້ ວັນທີ 4 ພຶດສະພາ ຈົນເຖິງ ວັນທີ 17 ພຶດສະພາ ກໍ່ໄດ້ມີມາດຕະການຜ່ອນຜັນບາງຢ່າງ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 524/ຫສນຍ ລົງວັນທີ 1 ພຶດສະພາ 2020 ເຊິ່ງມີ 8 ມາດຕະການຜ່ອນຜັນ ແລະ 5 ມາດຕະການສືບຕໍ່ຫ້າມ. ດັ່ງນັ້ນ, ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ເອົາໃຈໃສ່ສືກສາແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ຄຳແນະນຳຂອງຂະແໜງການຕ່າງໆ ໃຫ້ມີຄວາມເຂົ້າໃຈ, ຮ່ວມແຮງຮ່ວມໃຈກັນ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ເຂັ້ມງວດ.