ຊົມເຊີຍ! ສາລະວັນຜະລິິດເຂົ້ານາແຊງໄດ້ລື່ນຄາດໝາຍ ບັນລຸເຖິງ 67ພັນກວ່າໂຕນ

94

ປັດຈຸບັນເປັນໄລຍະຂອງການເກັບກ່ຽວຜົນລະລິດລະດູແລ້ງ ໂດຍສະເພາະແມ່ນການເກັບກ່ຽວເຂົ້ານາແຊງ ເຊິ່ງຫຼາຍເຂດໃນທົ່ວປະເທດກໍ່ມີການຈັດຕັ້ງຂະບວນດັ່ງກ່າວຢ່າງຟົດຟື້ນ ແລະ ຫຼາຍເຂດກໍ່ເກັບກ່ຽວສໍາເລັດແລ້ວກໍ່ມີ ເປັນຕົ້ນແມ່ນແຂວງສາລະວັນ ທີ່ຜົນຜະລິດເຂົ້ານາແຊງປີນີ້ໄດ້ລື່ນຄາດໝາຍ ບັນລຸເຖິງ 67 ພັນກວ່າໂຕນ.

ທ່ານ ອະນຸສັກ ຈຳປາຄໍາ ກໍາມະການພັກແຂວງ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ ແຂວງສາລະວັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງ ໃນທ້າຍເດືອນ ເມສານີ້ ວ່າ: ມາຮອດປະຈຸບັນຊາວກະສິກອນໃນທົ່ວແຂວງ ກໍໄດ້ມີຜົນສໍາເລັດຫຼາຍດ້ານ ໂດຍສະເພາະແມ່ນວຽກງານການຜະລິດການປູກ-ການລ້ຽງ ແລະ ວຽກອື່ນໆ ເປັນຕົ້ນການຜະລິດເຂົ້ານາແຊງ ແມ່ນໄດ້ລື່ນຄາດໝາຍ.

ເຊິ່ງແຜນເບື້ອງຕົ້ນແມ່ນໄດ້ກໍານົດຢູ່ 14.200 ເຮັກຕາ ໃນນັ້ນເຂົ້ານາແຊງ 13.000 ເຮັກຕາ, ພືດພັນ 200 ເຮັກຕາ, ເມືອງທີ່ປັກດໍາ ໄດ້ຫຼາຍກວ່າໝູ່ແມ່ນ ເມືອງສາລະວັນ, ຄົງເຊໂດນ, ເມືອງວາປີ ແລະ ເມືອງອື່ນໆ ທີ່ຢູ່ຕາມແຄມແມ່ນໍ້າ (ໃນຂອບເຂດຊົນລະປະທານ), ປະຕິບັດຕົວຈິງໄດ້ 13.740 ເຮັກຕາ, ເພີ່ມຂຶ້ນ 740 ເຮັກຕາ, ລື່ນແຜນ 6% ໃນການຜະລິດ, ມາຮອດປະຈຸບັນແມ່ນເກັບກ່ຽວທັງໝົດໄດ້ສໍາເລັດ 100% ຜົນຜະລິດຕາມການປະເມີນ 67.683ໂຕນ, ທຽບໃສ່ປີຜ່ານມາ ຜົນຜະລິດເພີ່ມຂຶ້ນ 29,6% ໃນເນື້ອທີ່ດັ່ງກ່າວນໍາໃຊ້ແນວພັນປັບປຸງທັງໝົດຈໍານວນ 1.000 ກວ່າໂຕນ.

ສາເຫດທີ່ພາໃຫ້ມີເນື້ອທີ່ນາແຊງເພີ່ມຂຶ້ນແມ່ນຍ້ອນໃນກາງປີ 2019 ແຂວງສາລະວັນແມ່ນໄດ້ຖືກຜົນກະທົບຈາກໄພພິບັດ ນໍ້າຖ້ວມ ເຮັດໃຫ້ເນື້ອທີ່ເຂົ້ານາປີເສຍຫາຍເປັນຈໍານວນຫຼວງຫຼາຍ ເຊິ່ງເປັນຜົນໃຫ້ປະຊາຊົນຂາດເຂົ້າກິນ; ດັ່ງນັ້ນ, ຈຶ່ງເຮັດໃຫ້ປະຊາຊົນທີ່ຢູ່ຂອບເຂດທີ່ມີໂຄງການຊົນລະປະທານ ຫັນມາປູກເຂົ້ານາແຊງເປັນຈໍານວນຫຼວງຫຼາຍ, ແຕ່ບັນຫາໃນການເພີ່ມຂຶ້ນຂອງເນື້ອທີ່ດັ່ງກ່າວນີ້ ກໍໄດ້ສົ່ງຜົນກະທົບຕໍ່ກັບປະລິມານນ້ຳທີ່ເຮົາສະໜອງໃຫ້

ແຕ່ພວກເຮົາກໍເອົາໃຈໃສ່ໃນການກວດກາ-ຕິດຕາມວັດແທກກ່ຽວກັບການລະເຫີຍຂອງລະດັບລະນໍ້າເຊໂດນໃນທຸກໆອາທິດ, ເຫັນວ່າລະດັບນໍ້າລົດລົງຫຼາຍ. ດັ່ງນັ້ນພວກເຮົາກໍເຮັດທົດນ້ຳຢູ່ເມືອງວາປີ ແລະ ເມືອງຄົງເຊໂດນ ຈຶ່ງໄດ້ເຮັດໃຫ້ນໍ້າຍຶ່ງຂຶ້ນມາກັກຂັງ ສາມາດສົ່ງນໍ້າເຂົ້າໃນຂອບເຂດເນື້ອທີ່ທໍາການຜະລິດ ຈົນສາມາດເກັບກ່ຽວເຂົ້ານາແຊງໄດ້ໃນລະດັບເກີນຄາດໝາຍຕາມແຜນການທີ່ກຳນົດໄວ້.

ຄຽງຄູ່ກັບການປັກດຳ ເຂົ້ານາແຊງແລ້ວ ຊາວກະສິກອນ ຍັງໄດ້ລົງມືປູກພືດລະດູແລ້ງຕື່ມອີກ ເປັນຕົ້ນ ສາລີຫວານ, ຖົ່ວຊະນິດຕ່າງໆ, ໝາກໂມ, ຜັກຊະນິດຕ່າງໆ ເຊິ່ງມີແຜນການ 6.680 ເຮັກຕາ, ປະຕິບັດໄດ້ 6.350 ເຮັກຕາ ເທົ່າກັບ 89,3% ແລະ ເກັບກູ້ໄດ້ສໍາເລັດ 100%, ຜົນຜະລິດໄດ້ 35.182 ໂຕນ ໃນນັ້ນພືດສະບຽງປະຕິບັດໄດ້ 5.997 ເຮັກຕາ ຜົນຜະລິດໄດ້ 34.454 ໂຕນ, ພືດສຶນຄ້າປະຕິບັດໄດ້ 353 ເຮັກຕາ, ຜົນຜະລິດ 728 ໂຕນ.

ຂໍ້ມູນຈາກ: ໜັງສືພິມສາລະວັນ