ການບິນລາວແຈ້ງ! ເລື່ອນການເປີດໃຫ້ບໍລິການທັງພາຍໃນ ແລະ ຕ່າງປະເທດ ຢ່າງບໍ່ມີກຳນົດ

91

ເນື່ອງຈາກສະຖານະການໃນປັດຈຸບັນນີ້, ໃນທົ່ວໂລກໄດ້ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ -19 ນັບມື້ນັບເພີ່ມຂຶ້ນ. ເຖິງແມ່ນວ່າ ສປປ ລາວ ຈະບໍ່ມີຜູ້ຕິດເຊື້ອເພີ່ມມາຫຼາຍວັນແລ້ວ ແຕ່ປະເທດເຮົາກໍມີຄວາມສ່ຽງສູງ ທີ່ຈະຕິດເຊື້ອພະຍາດດັ່ງກ່າວອີກຮອບໃໝ່ ສະນັ້ນ ເພື່ອເປັນການຄວບຄຸມ ແລະ ປ້ອງກັນການແຜ່ລະບາດພະຍາດດັ່ງກ່າວ, ສາຍການບິນລາວ ຈຶ່ງໄດ້ອອກແຈ້ງການເລື່ອນການເປີດສາຍການບິນອອກໄປຢ່າງບໍ່ມີກຳນົດ.

ການບິນລາວຈຶ່ງອອກແຈ້ງ ເຖິງບັນດາລູກຄ້າ ສາຍການບິນບໍລິການທຸກຖ້ຽວບິນ ທຸກເສັ້ນທາງພາຍໃນ ແລະ ຕ່າງປະເທດ ຈາກ ວັນທີ 8 ພຶດສະພາ 2020 ອອກໄປຢ່າງບໍ່ມີກຳນົດ ເພື່ອສືບຕໍ່ຈັດຕັ້ງປະຕິບັດມະຕະການໃນການປ້ອງກັນ, ຄວບຄຸມ, ຈຳກັດການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ຈະແຈ້ງໃຫ້ທ່ານຊາບພາຍຫຼັງ ເຖິງວັນເວລາທີ່ຈະເປີດໃຫ້ບໍລິການໃນຄັ້ງໃໝ່.