Monthly Archives: May, 2020

ໄຟຟ້າ ຫົງສາ ຈໍາລອງການເຮັດວຽກແບບປິດພື້ນທີ່ບໍ່ແຮ່ຖ່ານຫີນ ແລະ ພື້ນທີ່ບໍ່ແຮ່ຫີນປູນ

ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ຈັດຝຶກຊ້ອມແຜນຕອບໂຕ້ສະຖານະການ ໂຄວິດ - 19 ກໍລະນີທີ່ພົບຜູ້ຕິດເຊື້ອໃນເຂດພື້ນທີ່ອ້ອມຂ້າງເມືອງຫົງສາ. ພິທີດັ່ງກ່າວໄດ້ຈັດຂຶ້ນໃນລະຫວ່າງວັນທີ 2 - 3 ພຶດສະພາ 2020 ຜ່ານມານີ້ ໂດຍຈໍາລອງການເຮັດວຽກແບບປິດພື້ນທີ່ບໍ່ແຮ່ຖ່ານຫີນ ເມືອງຫົງສາ ແລະ ພື້ນທີ່ບໍ່ແຮ່ຫີນປູນ ເມືອງເງິນ ແຂວງໄຊຍະບູລີ ( Lock Down...

ແຈ້ງໃໝ່ຫຼ້າສຸດ! ຈັດງານວັນວິສາຂະບູຊາ ຕ້ອງພາຍໃນວັດຂອງຕົນເທົ່ານັ້ນ

ໜັງສືແຈ້ງການ ຂອງສູນກາງອົງການພຸດທະສາສະໜາສຳພັນລາວ (ອພສ) ເຖິງ ພຣະຫຼັກຄຳ ເຈົ້າຄະນະແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ທີ່ເຄົາຣົບ ກ່ຽວກັບການຈັດງານ ວັນວິສາຂະບູຊາ ປີພຣະພຸດທະສັງກາດ 2563 (2020) ຕາມຄວາມເໝາະສົມ. ຫ້ອງການບໍລິຫານງານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຂໍນະມັດສະການ ແຈ້ງການມາ ຍັງພຣະຫຼັກຄຳ ເຈົ້າຄະນະແຂວງ, ນະຄອນຫຼວງ...

ທຄຕລ ເຊກອງ ມອບເຄື່ອງຊ່ວຍເຫຼືອໃຫ້ເຈົ້າໜ້າທີ່ປະຕິບັດງານປ້ອງກັນໂຄວິດ – 19

ໃນອາທິດຜ່ານມາ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ( ທຄຕລ ) ສາຂາແຂວງເຊກອງ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອມອບໃຫ້ເຈົ້າໜ້າທີ່ຢູ່ຈຸດກັ່ນກອງຄົນເຂົ້າ - ອອກເມືອງ ເພື່ອປ້ອງກັນພະຍາດໂຄວິດ - 19 ຢູ່ຈຸດບ້ານເຊນໍ້ານ້ອຍ ( ຂົວມິດຕະພາບ ລາວ - ຍີ່ປຸ່ນ ) ແລະ ຈຸດບ້ານຮ່ອງໄລ່ ເຊິ່ງໃຫ້ກຽດມອບໂດຍ ທ່ານ...

ອາກອນແຂວງອັດຕະປື ສຸມໃສ່ປະຕິບັດ 16 ໜ້າວຽກຈຸດສຸມເພື່ອໃຫ້ບັນລຸແຜນການ

ແຜນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃນປີ 2020 ຂອງສ່ວຍສາອາກອນແຂວງອັດຕະປື ໄດ້ວາງທິດທາງລວມ 7 ຄາດໝາຍ ແລະ 16 ວຽກຈຸດສຸມ ໂດຍການແບ່ງຄວາມຮັບຜິດຊອບໃຫ້ບຸກຄົນບົນຈິດໃຈບຸກທະລຸ, ເພີ່ມທະວີຍົກສູງບົດບາດໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ລາຍຮັບບັນລຸຕາມຄາດໝາຍຈຳນວນ 108 ຕື້ກີບ. ໃນນີ້, ຕົວເລກກົມສ່ວຍສາອາກອນມອບໃຫ້ 95 ຕື້ກີບ ແລະ ແຂວງມອບໃຫ້ສູ້ຊົນເພີ່ມຕື່ມ 13 ຕື້ກີບ. ທ່ານ ສຸລິພອນ...

ໂຄງການກໍ່ສ້າງຕ້ານເຈື່ອນແຄມຂອງ ສະຫວັນນະເຂດຄືບໜ້າກວ່າ 60%

ປັດຈຸບັນໂຄງການກໍ່ສ້າງຕ້ານເຈື່ອນແຄມແມ່ນ້ຳຂອງທີ່ຂຶ້ນກັບນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ມີຄວາມຄືບໜ້າຫຼາຍພໍສົມຄວນ ເຊິ່ງປະຕິບັດໄດ້ແລ້ວ 64,5% ຂອງແຜນການ ແລະ ຄາດວ່າຈະໃຫ້ສຳເລັດ 100% ໃນປີ 2021. ໃນອາທິດຜ່ານມານີ້, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງທັງເປັນປະທານຊີ້ນຳໂຄງການພັດທະນາຕົວເມືອງຕາມແລວເສດຖະກິດຕາເວັນອອກ - ຕາເວັນຕົກອະນຸພາກພື້ນແມ່ນ້ຳຂອງ ( ໂຄງການ GMS: Greater Mekong Sub...

ເຮັດການຕະຫຼາດອອນລາຍໃຫ້ປະສົບຄວາມສຳເລັດ

ຕະຫຼາດອອນລາຍ ຫຼື ເອີ້ນວ່າ Digital marketing ກັບກົນລະຍຸດການຕະຫຼາດອອນລາຍທີ່ຫຼາຍທຸລະກິດໃຫ້ຄວາມສົນໃຈ ແລະ ຫັນມາເຮັດການຕະຫຼາດກັນຫຼາຍຂຶ້ນ, ສົ່ງຜົນໃນການເຂົ້າເຖິງຂອງຜູ້ບໍລິໂພກໃຫ້ມີທ່າອ່ຽງການຊື້ - ຂາຍໃນສື່ອອນລາຍເພີ່ມຫຼາຍຂຶ້ນ. ສະນັ້ນ, ການສຳຫຼວດຕະຫຼາດ ແລະ ຄວາມຕ້ອງການຂອງກຸ່ມເປົ້າໝາຍ ຈຶ່ງເປັນສິ່ງສຳຄັນໃນການເປີດໂອກາດໃຫ້ກັບທຸລະກິດຂອງທ່ານປະສົບຄວາມສຳເລັດ ແລະ ມາເບິ່ງ 3 ເຕັກນິກໃນການສ້າງການຕະຫຼາດໃນສື່ອອນລາຍ ດັ່ງນີ້: 1 ສໍາຫຼວດຕະຫຼາດ ( Marketing...

ວິທີເຮັດເມນູ “ໜ່ອງໄກ່ຈືນຊີສ” ໄກ່ຈືນແບບເກົາຫຼີ

ຈືນໄກ່ທຳມະດາວ່າແຊບຢູ່ແລ້ວຈັດ “ໜ່ອງໄກ່ຈືນໃສ່ຊີສ” ຮັບຮອງຄວາມແຊບຍົກກຳລັງສອງ ໄກ່ຈືນຄຸກເຄົ້າຊອດເກົາຫຼີລົດເຂັ້ມຂຸ້ນ ຕັດດ້ວຍຊີສລົດຊາດຫອມມັນ ຮັບຮອງຄວາມແຊບ ແລະເຮັດບໍ່ຍາກ. ໝູ່ເພື່ອນຄົນໃດທີ່ເປັນແຟນອາຫານເກົາຫຼີ ຕ້ອງເຄີຍກິນໄກ່ຈືນຊອດເກົາຫຼີກັນມາແລ້ວຢ່າງແນ່ນອນ ໄກ່ຈືນກອບໆ ຄຸກເຄົ້າຊອດເກົາຫຼີລົດເຂັ້ມຂຸ້ນ ເອີ້ນໄດ້ວ່າເປັນຂວັນໃຈຂອງນັກກິນອາຫານເກົາຫຼີກັນແນ່ນອນ ແຕ່ຈະເປັນແນວໃດ ຖ້າໄກ່ຈືນເກົາຫຼີແບບເກົ່າ ເພີ່ມຕື່ມຊີສຢືດໆ ກັບເມນູ ໜ່ອງໄກ່ຈືນຊີສ ປົກກະຕິວ່າແຊບແລ້ວ ຍິ່ງເພີ່ມຄວາມພິເສດດ້ວຍຊີສແບບນີ້ ຮັບຮອງຖືກໃຈໝູ່ເພື່ອນກັນແນ່ນອນ ຖ້າຢາກຮູ້ວິທີເຮັດແລ້ວນຳມາເບິ່ງກັນເລີຍ. ວັດຖຸດິບໄກ່ຈືນປະກອບມີ ໜ່ອງໄກ່ 1 ກິໂລກຼາມ; ແປ້ງກອບ...

ປອດສານພິດແມ່ນຫຍັງ? ເຮົາມາຫາຄຳຕອບທີ່ຄົນທັ້ງໂລກກຳລັງນິຍົມ

ໃນປະຈຸບັນ, ບໍ່ມີໃຜກ້າປະຕິເສດວ່າ ພວກເຮົາທຸກຄົນຕ້ອງການມີສຸຂະພາບທີ່ດີ ແຕ່ປັດໄຈໜຶ່ງທີ່ສົ່ງຜົນກະທົບຕໍ່ສຸຂະພາບຂອງພວກເຮົາ ກໍ່ແມ່ນການເລືອກກິນອາຫານ ເພາະອາຫານທີ່ມີໃຫ້ເລືອກກິນສ່ວນຫຼາຍມີທັ້ງອາຫານສົດ ແລະອາຫານສຳເລັດຮູບ ແລ້ວເຮົາຈະຮູ້ໄດ້ແນວໃດວ່າອາຫານເຫຼົ່ານັ້ນປອດໄພ ແລະດີຕໍ່ຮ່າງກາຍ ເຊິ່ງອາຫານທີ່ປອດໄພ ຫຼາຍໆຄົນກໍ່ຈະຄິດເຖິງອາຫານປອດສານພິດນັ້ນເອງ. ແລ້ວອາຫານປອດສານພິດແມ່ນຫຍັງ? ອາຫານປອດສານພິດ ກໍ່ຄືຂະບວນການປູກຝັງກະສິກຳອິນຊີທີ່ມີການຜະລິດແບບເປັນທຳມະຊາດ 100% ໂດຍແກ່ນພັນແມ່ນບໍ່ມີການປັບປຸງພັນທຸກຳ ບໍ່ໃຊ້ສານເຄມີເພື່ອເລັ່ງການຈະເລີນເຕີບໃຫຍ່ ເຊິ່ງຈະປ່ອຍໃຫ້ມັນເຕີບໃຫຍ່ຕາມທຳມະຊາດ ພ້ອມທັງສົ່ງຜົນດີຕໍ່ສະພາບແວດລ້ອມ ເມື່ອພວກເຮົາຢຸດໃຊ້ສານເຄມີ ກໍ່ຈະເຮັດໃຫ້ດິນ ເລີ່ມດີຂຶ້ນ ແລະຍັງມີຂີ້ກະເດືອນທີ່ສົ່ງຜົນດີຕໍ່ດິນ ຊ່ວຍໃຫ້ຜົນຜະລິດມີຄຸນນະພາບດີອີກດ້ວຍ ແລະນີ້ກໍ່ແມ່ນທີ່ມາຂອງຄຳວ່າ ອາຫານປອດສານພິດ. ເປັນຫຍັງຕ້ອງປອດສານພິດ? ເພາະສິ່ງທີ່ເຮົາກິນທຸກໆມື້...

3 ພືດສະໝຸນໄພ ກຳຈັດແມງໄມ້ໄດ້ທຸກຊະນິດ

ແມງໄມ້ເປັນບັນຫາສຳຄັນຂອງຫຼາຍຄົວເຮືອນທີ່ເຮັດກະສິກຳ ຫຼື ບໍ່ເວັ້ນແຕ່ເຮືອນທີ່ຕັ້ງຢູ່ໃກ້ເຂດຕົ້ນໄມ້ຫຼາຍ ແອັດມິນກໍເລີຍໄປຫາພືດທີ່ສາມາດກຳຈັດ ຫຼື ໄລ່ຍຸງ ແມງໄມ້ດ້ວຍວິທີທີ່ງ່າຍໆ ແລະສະດວກມາຝາກແຟນຂ່າວ ເພາະທີ່ຜ່ານມາຫຼາຍເຮືອນກໍຄົງຈະເລືອກໃຊ້ສານເຄມີ ໂດຍສະເພາະແມ່ນຢາສີດຍຸງ ຢາຂ້າແມງໄມ້ຕ່າງໆ ທັ້ງທີຮູ້ວ່າມັນມີຜົນຂ້າງຄຽງ ແລະໄພອັນຕະລາຍຈາກສານເຄມີເຫຼົ່ານັ້ນ ແຕ່ກໍບໍ່ແມ່ນຈະບໍ່ມີທາງເລືອກ ເພາະວ່າມັນເປັນວິທີດຽວທີ່ເຮັດໃຫ້ແມງໄມ້ເຫຼົ່ານີ້ໜີໄວ ແຕ່ມັນຈະດີກວ່ານີ້ຖ້າເປັນວິທີທີ່ບໍ່ມີຜົນຂ້າງຄຽງຕໍ່ເຮົາເອງແຖມຍັງມີປະສິດທິຜົນ ແລະປອດໄພ. ຜັກບົວລະພາ ບໍ່ພຽງແຕ່ເປັນຜັກທີ່ມີກິ່ນຫອມທີ່ໃຊ້ໃນການປຸງແຕ່ງອາຫານ ແຕ່ສຳລັບແມງໄມ້ແລ້ວກິ່ນຂອງບົວລະພາອາດຈະບໍ່ເປັນທີ່ຖືກໃຈ ວິທີໃຊ້ກຳຈັດແມ່ນເຮົາສາມາດນຳເອົາໃບບົວລະພາໃສ່ກ່ອງແລ້ວນຳໄປວາງໄວ້ໃນບໍລິເວນທາງເຂົ້າ ທາງອອກຂອງເຮືອນ ຫຼື ເຮັດເປັນສະເປສີດພົ່ນເພື່ອໄລ່ແມງໄມ້ແບບທຳມະຊາດໄດ້. ຫົວສີໄຄຫອມ ຫຼາຍຄົນກໍຈະມີຄວາມຄຸ້ນເຄີຍກັບຫົວສີໄຄຫອມທີ່ໃຊ້ເພື່ອໄລ່ຍຸງ ແຕ່ການປູກຫົວສີໄຄຫອມໄວ້ໃນບໍລິເວນບ້ານ ທັງໃນດິນ...

ຕົ້ນແປ້ງນົວ ຜັກພື້ນບ້ານກັບສັບພະຄຸນທາງຢາ ສາມາດຮັກສາພະຍາດໄດ້ຫຼາຍຢ່າງ

ຕົ້ນແປ້ງນົວເມື່ອນໍາມາຕາກແຫ້ງແລ້ວບົດ ແລະ ນຳໄປປຸງແຕ່ງອາຫານແທນແປ້ງນົວຈະເຮັດໃຫ້ລົດຊາດຂອງອາຫານຊະນິດນັ້ນແຊບຫຼາຍຍິ່ງຂຶ້ນ ໂດຍບໍ່ຈຳເປັນຕ້ອງໃສ່ແປ້ງນົວເລີຍກໍໄດ້ ຈຶ່ງເໝາະກັບຜູ້ປ່ວຍທີ່ເປັນພະຍາດໄຂ່ຫຼັງ ແລະ ຊ່ວຍໃນເລື່ອງປະລິມານໂຊດ້ຽມໃນຮ່າງກາຍຫຼຸດລົງອີກດ້ວຍ. ຕົ້ນແປ້ງນົວເປັນຜັກທີ່ມີລົດຊາດຄ້າຍຄືແປ້ງນົວ ເໝາະກັບຄົນທີ່ຕິດລົດຊາດນົວ ຈົນເຮັດໃຫ້ສ່ຽງຕໍ່ພະຍາດໄຂ່ຫຼັງ ຜັກຈະມີລົດຊາດໄດ້ແບບນັ້ນແທ້ ຫຼື ບໍ່? ເຮົາລອງມາຮູ້ຈັກ ຕົ້ນແປ້ງນົວ ພ້ອມກັບສັບພະຄຸນຂອງຕົ້ນແປ້ງນົວນຳກັນເລີຍ: ສັບພະຄຸນມີສານຕ້ານອະນຸມູນອິດສະຫຼະ ຊ່ວຍໃນການໝູນວຽນເລືອດ, ຍ່ອຍອາຫານ, ບຳລຸງສາຍຕາ ຮັກສາພະຍາດຫອບຫືດ, ຫຼຸດຄໍເລສເຕີຣອລ, ຊ່ວຍບັນເທົາລິດສີດວງ, ຫຼຸດນ້ຳໜັກ, ປ້ອງກັນອາຫານໄອລ້າສານໃນຕັບ, ປ້ອງກັນອາການເຈັບຫົວ. ນອກຈາກນີ້,...
- Advertisment -
Slide
Slide

Most Read

error: Content is protected !!