ຕົ້ນແປ້ງນົວ ຜັກພື້ນບ້ານກັບສັບພະຄຸນທາງຢາ ສາມາດຮັກສາພະຍາດໄດ້ຫຼາຍຢ່າງ

461

ຕົ້ນແປ້ງນົວເມື່ອນໍາມາຕາກແຫ້ງແລ້ວບົດ ແລະ ນຳໄປປຸງແຕ່ງອາຫານແທນແປ້ງນົວຈະເຮັດໃຫ້ລົດຊາດຂອງອາຫານຊະນິດນັ້ນແຊບຫຼາຍຍິ່ງຂຶ້ນ ໂດຍບໍ່ຈຳເປັນຕ້ອງໃສ່ແປ້ງນົວເລີຍກໍໄດ້ ຈຶ່ງເໝາະກັບຜູ້ປ່ວຍທີ່ເປັນພະຍາດໄຂ່ຫຼັງ ແລະ ຊ່ວຍໃນເລື່ອງປະລິມານໂຊດ້ຽມໃນຮ່າງກາຍຫຼຸດລົງອີກດ້ວຍ.

ຕົ້ນແປ້ງນົວເປັນຜັກທີ່ມີລົດຊາດຄ້າຍຄືແປ້ງນົວ ເໝາະກັບຄົນທີ່ຕິດລົດຊາດນົວ ຈົນເຮັດໃຫ້ສ່ຽງຕໍ່ພະຍາດໄຂ່ຫຼັງ ຜັກຈະມີລົດຊາດໄດ້ແບບນັ້ນແທ້ ຫຼື ບໍ່? ເຮົາລອງມາຮູ້ຈັກ ຕົ້ນແປ້ງນົວ ພ້ອມກັບສັບພະຄຸນຂອງຕົ້ນແປ້ງນົວນຳກັນເລີຍ:

ສັບພະຄຸນມີສານຕ້ານອະນຸມູນອິດສະຫຼະ ຊ່ວຍໃນການໝູນວຽນເລືອດ, ຍ່ອຍອາຫານ, ບຳລຸງສາຍຕາ ຮັກສາພະຍາດຫອບຫືດ, ຫຼຸດຄໍເລສເຕີຣອລ, ຊ່ວຍບັນເທົາລິດສີດວງ, ຫຼຸດນ້ຳໜັກ, ປ້ອງກັນອາຫານໄອລ້າສານໃນຕັບ, ປ້ອງກັນອາການເຈັບຫົວ.

ນອກຈາກນີ້, ຍັງເພີ່ມ ແຄລຊຽມໃຫ້ກະດູກ, ປິ່ນປົວພະຍາດກະດູກ, ຫຼຸດການສະສົມ ແລະ ຫຼຸດການຕິດເຊື້ອໃນປອດ, ປ້ອງກັນໂລກເລືອດຈາງໂດຍເພີ່ມທາດເຮັດໃຫ້ເລືອດຄວບຄຸມລະດັບນ້ຳຕານສຳລັບຜູ້ເປັນພະຍາດເບົາຫວານ, ຊ່ວຍບັນເທົາພະຍາດຂໍ້ອັກເສບ, ປັບສົມດຸນຂອງລະບົບການເຜົາຜານ, ຫຼຸດອັກເສບໃນເສັ້ນເລືອດ, ຊ່ວຍຂ້າເຊື້ອໃນປອດ, ບຳລຸງສະໝອງໃຫ້ເຮັດວຽກຢ່າງມີປະສິດທິພາບ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: herbtrick